ທະຫານພະມ້າ ສັ່ງຈຳຄຸກແມ່ຍິງ 9 ຄົນ 12 ປີ

0:00 / 0:00

ສານ​ທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ເຂດ​ຣັ​ຖສະ​ກາງ ໄດ້​ສັ່ງຕັດ​ສິນຈຳ​ຄຸກ ຜູ້​ຍິງ​ຊາວ​ພະ​ມ້າ 9 ຄົນ ເປັນ​ເວ​ລາ 12 ປີ ຍ້ອນ​ພວກ​ເຂົາ​ ຖືກ​ກ່າວ​ຫາ​ວ່າ ເປັນ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDFD. ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ຖືກ​ຈັດ​ຕັ້ງ​ຂຶ້ນ ໂດຍ​ປະ​ຊາ​ຊົນ​ພະ​ມ້າ ເພື່ອ​ຕໍ່​ຕ້ານ ​ກຸ່ມ​ທະ​ຫານ​ພະ​ມ້າ ​ທີ່ຣັ​ຖ​ປະ​ຫານ​ຍຶດ​ອຳ​ນາດ ​ຈາກ​ຣັ​ຖ​ບານ​ພະ​ມ້າ ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງ ໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ.

ບັນ​ດາ​ຜູ້​ຍິງ​ທັງ 9 ຄົນ ຖືກ​ດຳ​ເນີນ​ຄະ​ດີ ພາຍ​ໃຕ້ກົດ​ໄອ​ຍະ​ການ​ເສິກ ຂອງ​ທະ​ຫານ​ພະ​ມ້າ ໂດຍ​ສານ​ທະ​ຫານ​ພະ​ມ້າ ແລະ ເຂົາ​ເຈົ້າ​ຖືກຕັດ​ສິນ​ ຈຳ​ຄຸກໃນ​ເດືອນຕຸ​ລາ 2022 ທີ່​ຜ່​ານ​ມາ, ອີງ​ຕາມແຫຼ່ງ​ຂ່າວ ທີ່​ໃກ້​ຊິດ ຄ້າຍ​ຄຸມ​ຂັງ ແລະ ເຈົ້າ​ໜ້າ​ທີ່ ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ.

ຂໍ້​ມູນ​ດັ່ງ​ກ່າວ ຕ້ອງ​ໃຊ້​ເວ​ລາ 1 ເດືອນ ກ່ອນ​ທີ່​ຈະ​ມີ​ການ​ເຜີຍ​ແຜ່ ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ ທະ​ຫານ​ພະ​ມ້າ ບໍ່​ໄດ້​ແຈ້ງ​ໃຫ້ ​ຄອບ​ຄົວຜູ້​ທີ່​ຖືກ​ສັ່ງ​ຈຳ​ຄຸກ ​ຮັບຮູ້.

ຜູ້​ຍິງ​ທີ່​ຖືກ​ສານ​ຕັດ​ສິນ ທັງໝົດ ມີ​ອາ​ຍຸ​ປະ​ມານ 20 ປີ, ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໂຕ ໃນ​ເວ​ລາ​ທີ່ ທະ​ຫານ​ພະ​ມ້າ ໄດ້​ບຸກ​ລະ​ທາຍ ຄ້າຍ​ຂອງ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຢູ່​ເມືອງ​ກາ​ເລ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ ເຊິ່ງ​ເຂົ້າ​ເຈົ້າ​ຖືກ​ຄຸມ​ຂັງ​ ຢູ່​ໃນ​ຄຸກ​ເມືອງ​ກາ​ເລ. ພວກ​ເຂົາ​ແຕ່​ລະ​ຄົນ​ ໄດ້​ຮັບ​ໂທດຈຳ​ຄຸກ 2 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 505 ແລະ ອີກ 10 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 50 ຂອງ​ກົດ​ໝາຍ ຕ້ານ​ການກໍ່​ການ​ຮ້າຍ ຂອງ​ທະ​ຫານ​ພະ​ມ້າ.

ເຈົ້າ​ໜ້າ​ທີ່ ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ:

“ແມ່​ຍິງ​ເຫຼົ່າ​ນັ້ນ ບໍ່​ໄດ້​ໂທດ​ໜັກ ແຕ່ເຂົາ​ເຈົ້າ​ກໍ​ຖືກ​ບັງ​ຄັບ​ ໃຫ້ເຮັດ​ວຽກ​ຢູ່​ໃນ​ຄຸກ.”

ທ່ານ ກ່າວ​ຕື່ມ​ອີກວ່າ:

“ແມ່​ຍິ່ງ​ເຫຼົ່າ​ນັ້ນ ທີ່​ຢູ່​ໃນ​ຄຸກ ຍັງ​ມີ​ສຸ​ຂ​ພາບ​ທີ່​ດີ ເຂົາ​ເຈົ້າ​ເຮັດ​ວຽກ ​ຕາມ​ທີ່​ເຈົ້າ​ໜ້າ​ທີ່​ສັ່ງ ໂດຍ​ເຂົາ​ເຈົ້າ​ເຮັດ​ວຽກ​ຕັດ​ຫຍິບ.”

ແມ່​ຍິງ​ທີ່​ຖືກ​ຈັບ​ນັ້ນ ຊື່​ວ່າ:

  1. ລາ ຕັນ ຫວີ,
  2. ມາ ສອນ ດວງ,
  3. ຄາ​ ລອນ ສານ,
  4. ລາ ມອມ ຄາມ,
  5. ວັນ​ ລາ ລອນ,
  6. ມາ​ ລາ ປຽນ ເປວ,
  7. ຊາມ ຊູ ຊາ ອຳ,
  8. ແມນ ລຳ ດິມ,
  9. ນິ ອອງ ດອນ ກິ​ອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກ​ຄອບ​ຄົວ​ຂອງ​ນາງ ວ່າ ຜູ້ຍິງ​ທັງ​ໝົດ ຖືກ​ທະ​ຫານ​ພະ​ມ້າ​ຈັບ​ໂຕ​ໄປ ເປັນ​ເວ​ລາ ເກືອບ 5 ເດືອນ. ໃນ​ເວ​ລາ​ນັ້ນ, ເຂົາ​ເຈົ້າ​ບໍ່​ສາ​ມາດ​ຕິດ​ຕໍ່ ​ຫາ​ໃຜ​ໄດ້ ຢູ່ນອກ​ຄຸກ. ຕໍ່​ມາ​ເຂົາ​ເຈົ້າ ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້​ຕິດ​ຕໍ່​ຫາ​ຄອບ​ຄົວ ແຕ່ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ບອກ​ ຄອບ​ຄົວ​ວ່າ ເຂົາ​ເຈົ້າ​ຖືກ​ສານ​ຕັດ​ສິນ​ຕອນ​ໃດ ເຊິ່ງ​ຂໍ້​ມູນ​ດັ່ງ​ກ່າວ ຫາກໍ່​ຖືກ​ຮັບ​ຮູ້​ ໃນ​ເດືອນພຶ​ສ​ຈິ​ກາ ນີ້ ໂດຍ ຜ່ານ​ທະ​ນາຍ​ຄວາມ ແລະ ເຈົ້າ​ໜ້າ​ທີ່​ຄຸກ.

ຜູ້​ເປັນ​ພໍ່​ຂອງ​ ນາງ ລາ ຕັນ ຫວີ ໄດ້​ກ່າ​ວ​ຕໍ່​ ວິທຍຸ ເອ​ເຊັຽ ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ ວ່າ:

“ໄດ້​ຮັບ​ການ​ຕິດ​ຕໍ່​ມາ ​ຫຼື​ຈາ​ກ​ທີ່​ລູກ​ສາວ​ ຂອງ​ຕົນທີ່ຖືກ​ຈັບ ​ໄດ້​ເປັນ​ເວ​ລາ 5 ເດືອນ​ປາຍ. ລູກ​ສາວ​ຂອງ​ຕົນ ຖືກ​ທະ​ຫານ​ພະ​ມ້າ ​ສອບ​ສ​ວນ ແລະ ບໍ່​ຮູ້​ວ່າລາວ​ດຳ​ລົງ ​ຊີ​ວິຕ​ແນວ​ໃດ. ປັ​ດ​ຈຸ​ບັນ ໄດ້​ສົ່ງ​ເຄື່ອງ​ຂອງ​ທີ່​ລາວ​ຕ້ອງ​ການ ​ທຸກໆ 2 ເດືອນ. ກຳ​ລັງ​ລໍ​ຖ້າ​ ການ​ກັບ​ມາ​ຂອງ​ລູກ​ສາວ.”

ພໍ່​ຂອງ​ລາວ ໄດ້​ກ່າວ​ຕື່ມ​ອີກວ່າ:

“ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ ໃຫ້​ຈ້າງ​ທະ​ນາຍ​ຄວາມ, ບໍ່​ມີ​ສິດ​ທີ່​ຈະ​ເຂົ້າ​ຮັບ​ຟັງ ​ການຕັດ​ສິ​ນ​ ຂອງ​ສານ ແລະ ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ແຈ້ງ​ໃຫ້​ຮູ້​ເຖິງ​ການ​ຕັດ​ສິນ. ຈະ​ໄດ້​ຮັບຮູ້ ​ກໍ​ພຽງ​ແຕ່ ໄດ້​ຮັບ​ຂໍ້​ມູນ​ ຈາກ​ເຟ​ສ​ບຸກຄ໌ ​ເທົ່າ​ນັ້ນ.”

ມີ​ຜູ້​ຍິງ​ຢູ່​ພະ​ມ້າ ຖືກ​ສັງ​ຫານ​ທັງ​ໝົດ 370 ຄົນ, 3,000 ປາຍ​ຄົນ ຖືກ​ຈັບ, ແລະ 127 ຄົນ ຖືກ​ທະ​ຫານ​ພະ​ມ້າ​ຂົ່ມ​ຂືນ ນັບ​ຕັ້ງ​ທະ​ຫານ​ພະ​ມ້າ​ ເຂົ້າ​ມາ​ຍຶດ​ອຳ​ນາດ ໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ, ອີງ​ຕາມ​ຖ​ແລງ​ການ​ ຂອງ​ຣັ​ຖ​ບານ (ຄູ່ຂນານ) ແຫ່ງ​ຊາຕ ​ຂອງ​ພະ​ມ້າ ທີ່​ຢູ່​ຝ່າຍ​ຕຣົງ​ກັນ​ຂ້າມ ​ກັບ​ຝ່າ​ຍ​ທະ​ຫານ​ພະ​ມ້າ ​ທີ່​ຍຶດ​ອຳ​ນາດ.

ນອກ​ຈາກນີ້ ທ່ານ ຕັນ ຕັນ ເຮນ ສະ​ມາ​ຊິກ ຄະ​ນະ​ກັມ​ມະການ​ ຂອງ​ພັກ​ສັນ​ນິ​ບາດ ​ແຫ່ງ​ຊາຕ ເພື່​ອ​ປະ​ຊາ​ທິ​ປະ​ໄຕ ເຊິ່ງ​ເປັນ​ພັກ​ຂອງ​ຍາ​ນາງ ອອງ ຊານ ຊູ ຈີ ກໍ​ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນ​ຈຳ​ຄຸກ​ເປັນ​ເວ​ລາ 20 ປີ ໃນ​ຂໍ້​ຫາ​ທໍ​ຣະ​ຍົດ​ຊາຕ, ເປັນ​ກະ​ບົດ ແລະ ທ່ານ ຍັງ​ຖືກ​ຕັດ​ສິນ​ ຈຳ​ຄຸກ​ອີກ 4 ປີ ເຊິ່ງ​ລວມ​ແລ້ວ ທ່ານ ຖືກ​ສານ​ທະ​ຫານ​ພະ​ມ້າ ​ສັ່ງ​ຈຳ​ຄຸກ 24 ປີ.

ທ່ານ ຕັນ ຕັນ ເຮນ ອາ​ຍຸ 73 ປີ ເປັນ​ອະ​ດີຕຮອງ​ໂຄສົກ ສະ​ພາ​ຜູ້​ແທນ​ຣາ​ສດອນ ຂອງ​ພະ​ມ້າ ເຊິ່ງ​ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນ ໃນ​ວັນ​ຈັນ ທີ່​ຜ່ານ​ມາ ພາຍ​ໃຕ້ມ​າ​ຕ​ຣາ 122 ກົດ​ໝາຍ​ອາ​ຍາ ໃນ​ຂໍ້​ຫາສໍ້​ໂກງ ​ການ​ເລືອກ​ຕັ້ງ.

ທ່ານ ຕັນ ຕັນ ເຮນ ຍັງ​ຖືກ​ດຳ​ເນີນ​ຄະ​ດີ ໃນ​ຂໍ້​ຫາລະ​ດົມ ຕໍ່​ຕ້ານທະ​ຫານ ພາຍ​ໃຕ້ມາ​ຕ​ຣາ 505 ໃນ​ວັນ​ທີ 22 ທັນ​ວາ 2021 ທີ່​ຜ່ານ​ມາ.

ທ່ານ ຕັນ ຕັນ ເຮນ ຊະ​ນະ​ການ​ເລືອກ​ຕັ້ງ ໃນ​ປີ 2020 ໃຫ້ເປັນສະ​ມາ​ຊິກ ​ຜູ້​ແທນ​ຣາ​ສດອນ ຢູ່​ ຣັ​ຖສານ (Shan State). ​ແກນ​ນຳ​ຂອງ​ພັກ ​ສັນ​ນິ​ບາດ ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ໄດ້​ກ່າວ​ວ່າ ທ່ານ ຕັນ ຕັນ ເຮນ ໄດ້​ເປັນຮອງ​ໂຄ​ສົກ ຂອງ​ສະ​ພາ​ຜູ້​ແທນ​ຣາ​ສດອນ ຖ້າ​ວ່າ ທະ​ຫານ​ພະ​ມ້າ ບໍ່​ເຂົ້າ​ມາ​ຍຶດ​ອຳ​ນາດ ໃນ​ເດືອນ​ກຸມ​ພາ 2021.

ຫຼັງ​ຈາກຣັ​ຖ​ປະ​ຫານ, ທ່ານ ຕັນ ຕັນ ເຮນ ໄດ້​ຖືກ​ກັກ​ບໍ​ລິ​ເວນ ຢູ່​ໃນ​ບ້ານພັກ ພ້ອມ​ກັບສະ​ມາ​ຊິກ ​ຄະ​ນະ​ກັມ​ມະການກາງ​ ຂອງ​ພັກ​ສັນ​ນິ​ບາດ ​ແຫ່ງ​ຊາດຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ລວມ​ທັງ ຍາງ​ນາງ ອອງ​ຊານ ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ຣັ​ຖ ຂອງ​ພະ​ມ້າ ແລະ ທ່ານ ວິນ ມິນ ປະ​ທາ​ນາ ​ທິ​ບໍ​ດີ ຂ​ອງ​ພະ​ມ້າ.

ຍາງ ອອງ ​ຊານ ຊູ​ຈີ ເປັນ​ຫົວ​ໜ້າພັກ ສັນ​ນິ​ບາດ​ ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ທີ່​ຖືກທະ​ຫານ​ພະ​ມ້າ ຍຶດ​ດຳ​ນາດ ແລະ ກັກ​ໂຕ ໄດ້​ຖືກ​ຍ້າຍໄປ​ກັກ​ຂັງ​ດ່ຽວ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ ເຈົ້າ​ໜ້າ​ທີ່​ສານ ນະ​ຄອນ​ຫລວງ ເນ​ປີ​ດໍ ຂອງ​ພະ​ມ້າ ໄດ້ ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ:

“ຄະ​ດີ ຂອງ​ ຍາ​ນາງ ອອງ ຊານ ຊູ​ຈີ ແລະ ຄົນໃກ້​ຊິດ​ຂອງ ຍາ​ນາງ ໄດ້​ຖືກ​ນຳ​ມາ​ໄຕ່​ສວນ ຢູ່​ສານ​ພິ​ເສດ ສະ​ເພາະ​ຢູ່​ໃນ​ຄຸກເລີຍ.”

ຜູ້​ທີ່​ເຫັນ​ເຫດ​ການ ຖືກ​ທະ​ຫານພະ​ມ້າ ​ນຳ​ໂຕ​ມາສືບ​ສວນ ​ສອບ​ສວນ ຢູ່​ໃນ​ສານ ທີ່​ມີ​ສ່ວນ​ພົວ​ພັນ ​ໃນ​ຄະ​ດີນີ້. ຂໍ້​ມູນ​ການ​ສືບ​ສວນ ​ສອບ​ສວນ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ໃນ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ຂອງ ຍາ​ນາງ ອອງ ​ຊານ ຊູ​ຈີ ຍັງ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເຜີຍ​ແຜ່ ​ຂໍ້​ມູນ​ຕໍ່​ສື່ມວນ​ຊົນ.

ທ່ານ ຊານ ເທີ​ເນວ ໄດ້​ເປັນ​ທີ່​ປຶກ​ສາ​ ທາງ​ດ້ານ​ທຸ​ຣະ​ກິ​ຈ ຂອງ ​ຍາ​ນາງ ອອງ ຊານ ຊູ ຈີ ນັບ​ແຕ່​ປີ 2017 ຢູ​ພາຍ​ໃຕ້​ຣັ​ຖ​ບານ ຂອງ​ພັກ​ສັນ​ນິ​ບາດ ​ແຫ່ງ​ຊາ8 ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ. ທ່ານ ເປັນ​ຄົນ​ຕ່າງ​ປະ​ເທດ ຄົນ​ທຳ​ອິດ ທີ່​ໃກ້​ຊິດ ​ກັບ​ຣັ​ຖ​ບານຂອງ ຍາ​ນາງ ອອງ ຊານ ຊູ ຈີ ໄດ້​ຖືກ​ຈັບ​ ແລະ ກັກ​ໂຕ ນັບ​ແຕ່​ທະ​ຫານ​ ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍາ​ນາງ ອອງ ຊານ ຊູ ຈີ ອາ​ຍຸ 77 ປີ ໄດ້ຖືກດຳ​ເນີນ​ຄະ​ດີ 19 ຂໍ້​ຫາ ນັບ​ແຕ່ ທະ​ຫານ​ພະ​ມ້າ​ ເຂົ້າ​ມາ​ຍຶດ​ອຳ​ນາດ.

ຍານາງ ຖືກ​ຕັດ​ສິນ​ຈຳ​ຄຸກ 11 ປີ ໃນ 6 ຂໍ້​ຫາ. ທີ່ເຫຼືອ ອີກ 13 ຂໍ້​ຫາ ຍັງ​ຄົງ​ພິ​ຈາ​ຣະ​ນາ ຢູ່. ຖ້າ​ມີ​ການ​ຕັດ​ສິນ​ໝົດ​ທຸກ​ຂໍ້​ຫາ ຍາງ​ນາງ ກໍ​ຈະ​ຖືກ​ຕັດ​ສິນ ​ຈຳ​ຄຸກເປັນ​ເວ​ລາ 100 ປາຍ ປີ.

ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ ໄດ້​ປະ​ກາດ ວ່າ:

“ຍາ​ນາງ ອອງ ຊານ ຊູ ຈີ ໄດ້ຖືກ​ສົ່ງ​ຂັງ​ຄຸກ ພາຍ​ໃຕ້​ກົດ​ໝາຍ ອາ​ສຍ​າ​ ຫຼັງ​ຈາກ ທີ່​ສານ​ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ໄຕ່​ສວນ ກ່ອນ​ໜ້າ​ນີ້ ຍາ​ນາງ ອອງ ຊານ ຊູຈີ ຖືກ​ກັກ​ບໍ​ລິ​ເວນ ຢູ່​ພາຍ​ໃນ​ບ້ານ​ພັກ.”

ທະ​ຫານ​ພະ​ມ້າ ໄດ້​ມີ​ການ​ວາງ​ກຳ​ລັງ​ ເຈົ້າ​ໜ້າ​ທີ່ ຢູ່​ຄຸກ​ຄຸມ​​ຂັງ ແລະ ໄດ້​ເພີ່ມ​ການ​ຮັກ​ສາ​ ຄວາມ​ປອດ​ໄພ ຫຼັງ​ຈາກ ຍາງ ນາງ ອອງ ຊານ ຊູ​ຈີ ຖືກ​ນຳ​ໂຕ​ມາ ຢູ່​ຄຸກນະ​ຄອນ​ຫລວງ ເນ​ປີ​ດໍ.

ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ ​ຈຳ​ຄຸກ​ຕ​ລອດ​ຊີ​ວິຕ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ເຂດ​ພາກ​ໃຕ້​ ຂອງ​ຣັ​ຖ​ສານ (Shan State).

ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິຕ ທ້າວ ເພກອ​ນ, ທ້າວ ເມືອງເຢັນ ແລະ ທ້າວ ໂຈ​ເຊບ ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ.

ທ່ານ ຟິລ ໂຣເບີຣ໌ຕສັນ (Phil Robertson)ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສຫຼື Human Rights Watch ປະຈໍາເອເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳ​ນັກ​ຂ່າວ ​ຕ່າງ​ປະ​ເທດ​ວ່າ:

“ພວກ​ເຮົາ​ຈະ​ເຫັນ​ວ່າ ບໍ່​ມີ​ການ​ເຄົາ​ຣົບ​ສິດ​ທິ​ມະ​ນຸສ ໃນ​ພະ​ມ້າ ນັບ​ແຕ່​ມີ​ການ​ຣັ​ຖ​ປະ​ຫານ. ດ້ວຍ​ຄວາມ​ສັດ​ຈິງ ທ່ານ ຈະ​ຄິດ​ພາບ​ເຫັນ​ເລີຍ​ວ່າ ມັນ​ເປັນ​ສະ​ຖາ​ນະ​ການ ​ທີ່​ບໍ່​ດີ ທີ່​ທະ​ຫານ ກໍ່​ອາ​ສ​ຍາ​ກັມ ຕໍ່​ປະ​ຊາ​ຊົນ​​ໂຕ​ເອງ.”

ໃນ​ເດືອນ​ຕຸ​ລາ ທີ່​ຜ່ານ​ມາ, ທ່ານ ຕູ​ຣູ ຄູ​ໂບ​ຕ້າ ເປັນ​ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນ​ຈຳ​ຄຸກ 7 ປີ ໃນຂະ​ນະ​ທີ່​ ​ທ່ານເອງ ກຳ​ລັງ​ຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ ຂອງ​ປະ​ຊາ​ຊົນ ​ຊາວ​ພະ​ມ້າ ໂດຍ ສານ​ທະ​ຫານ​ພະ​ມ້າ​ ຕັດ​ສິນ​ວ່າ ທ່ານມີ​ຄວາມ​ຜິດ ຂໍ້​ຫາ​ປະ​ຈານ​ປະ​ເທດ​ພະ​ມ້າ ແລະ ລະ​ເມີດ​ກົດ​ໝາຍການ ​ສື່​ສານ​ທາງ​ອິນ​ເຕີ​ຣ໌ເນັຕ.

ນັກ​ຂ່າວ ຍີ່​ປຸ່ນ​ຄົນ​ນີ້ ຖືກ​ສານ​ຕັດ​ສິນ 3 ປີ ໃນ​ຂໍ້​ຫາ​ທີນຶ່ງ ແລະ ຖືກ​ຕັດ​ສິນ​ອີກ 7 ປີ ໃນ​ຂໍ້​ຫາ​ທີສອງ, ແຕ່​ວ່າ ໃນ​ການຕັດ​ສິນ ​ກໍ​ໄດ້​ລວ​ມ​ເອົາ​ການ​ລົງ​ໂທດ 7 ປີ ເທົ່າ​ນັ້ນ. ນອກ​ຈາກນີ້ ນັກ​ຂ່າວ​ຄົນ​ນີ້ ຍັງ​ຈະ​ຖືກດຳ​ເນີນ​ຄະ​ດີ ອີກໃນ​ຂໍ້ຫາ​ທີ 3 ວ່າ​ດ້ວຍ​ການລະ​ເມີດ ກົດ​ໝາຍ ກວດ​ຄົນ​ເຂົ້າ​ເມືອງ.

ທະ​ນາຍ​ຂອງ​ນັກ​ຂ່າວ​ ກ່າວ​ວ່າ:

“ພາກ​ທີ 13 ຂອງ​ກົດ​ໝາຍ ​ວ່າດ​ວ້ຍ ການກວດ​ຄົນ​ເຂົ້າ​ເມືອງ ​ຂອງ​ພະ​ມ້າ ໄດ້​ລະບຸ​ເຖິງ ​ບົດ​ລົງ​ໂທດຕໍ່​ຄົນ​ຕ່າງ​ປະ​ເທດ ເຊິ່ງ​ຈະ​ມີ​ບົດ​ລົງ​ໂທດ ສູງ​ສຸດໃຫ້​ຈຳ​ຄຸກ 2 ປີ ແລະ ປັບ​ໃໝ ນັບຕັ້ງ​ແຕ່ ສານ​ທະ​ຫານ​ພະ​ມ້າ​ ໄດ້​ຕັດ​ສິນ​ລົງ​ໄປ​ແລ້ວ ແຕ່ ພວກ​ເຮົາ​ກໍ​ຕ້ອງ​ລໍ​ຟັງ​ເບິ່ງ.”

ທ່ານ ຄູ​ໂບ​ຕ້າ ອາ​ຍຸ 26 ປີ ຖືກ​ຈັບ ໃນ​ຂະ​ນະ​ທີ່​ທ່ານ​ເອງ ກຳ​ລັງຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ ຕ້ານຣັ​ຖ​ປະ​ຫານ ​ຢູ່​ນະ​ຄອນ​ຢ້າງ​ກຸ້ງ ໃນ​ວັນ​ທີ 30 ເດືອນ​ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.

ເອ​ອັກ​ຄະ​ຣາຊ​ທູຕ​ຍີ່​ປຸ່ນ ປະ​ຈຳປະ​ເທດ​ພະ​ມ້າ ໄດ້​ຮັບ​ອະ​ນຸ​ຍາດ​ ໃຫ້ເວົ້າ​ກັບ ຄູ​ໂບ​ຕ້າ ທາງ​ໂທ​ຣະ​ສັບ ໃນ​ວັນ​ທີ 22 ສິງ​ຫາ ແລະ ຂໍ​ພົບ​ກັບ​ນັກ​ຂ່າວ​ ຄົນ​ດັ່ງ​ກ່າວ, ແຕ່ ​ທະ​ຫານ​ພະ​ມ້າ ບໍ່​ອະ​ນຸ​ຍາດ​ໃຫ້​ພົບ ຍ້ອນ​ເຫດ​ຜົນ ​ໂຄວິດ​ຣະ​ບາດ.