ສານທະຫານ ພະມ້າ ຕັດສິນຈຳຄຸກ ນັກຂ່າວ ຍີ່ປຸ່ນ 7 ປີ

0:00 / 0:00

ທ່ານ ໂຕຣຸ ກຸໂບຕະ (Toru Kubota) ເປັນ​ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນ​ຈຳ​ຄຸກ 7 ປີ ໃນຂະ​ນະ​ທີ່​ ​ລາວ​ເອງກຳ​ລັງ​ຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ ຂອງ​ປະ​ຊາ​ຊົນ​ຊາວ​ພະ​ມ້າ ໂດຍສານ​ທະ​ຫານ​ພະ​ມ້າ​ ຕັດ​ສິນ​ວ່າ ລາວ​ມີ​ຄວາມ​ຜິດ ຂໍ້​ຫາ​ປະ​ຈານ​ ປະ​ເທດ​ພະ​ມ້າ ແລະ ລະ​ເມີດ​ກົດ​ໝາຍ ການ​ສື່​ສານ ​ທາງ​ອິນ​ເຕີຣ໌ເນັຕ.

ນັກ​ຂ່າວ ຍີ່​ປຸ່ນ​ຄົນ​ນີ້ ຖືກ​ສານ​ຕັດ​ສິນ 3 ປີ ໃນ​ຂໍ້​ຫາ​ທີ 1 ແລະ ຖືກ​ຕັດ​ສິນ​ອີກ 7 ປີ ໃນ​ຂໍ້​ຫາ​ທີ 1, ແຕ່​ວ່າ ໃນ​ການຕັດ​ສິນ ​ກໍ​ໄດ້​ລວ​ມ​ເອົາ​ການ​ລົງ​ໂທດ 7 ປີ ເທົ່າ​ນັ້ນ. ນອກ​ຈາກນີ້ ນັກ​ຂ່າວ​ຄົນ​ນີ້ ຍັງ​ຈະ​ຖືກດຳ​ເນີນ​ຄະ​ດີ ອີກໃນ​ຂ້ຫາ​ທີ 3 ວ່າ​ດ້ວຍ​ການລະ​ເມີດ ກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ. ທະ​ນາຍ ​ຂອງ​ນັກ​ຂ່າວ​ຄົນ​ນີ້ ກ່າວ​ວ່າ ພາກ​ທີ 13 ຂອງ​ກົດ​ໝາຍ​ວ່າດ​ວ້ຍ ການກວດ​ຄົນ​ເຂົ້າ​ເມືອງ ​ຂອງ​ພະ​ມ້າ ໄດ້​ລະບຸ​ເຖິງ​ບົດ​ລົງ​ໂທດ ຕໍ່​ຄົນ​ຕ່າງ​ປະ​ເທດ ເຊິ່ງ​ຈະ​ມີ​ບົດ​ລົງ​ໂທດ ສູງ​ສຸດໃຫ້​ຈຳ​ຄຸກ 2 ປີ ແລະ ປັບ​ໃໝ. ນັບຕັ້ງ​ແຕ່ ສານ​ທະ​ຫານ​ພະ​ມ້າ​ ໄດ້​ຕັດ​ສິນ​ລົງ​ໄປ​ແລ້ວ ແຕ່ພວກ​ເຮົາ ​ກໍ​ຕ້ອງ​ລໍ​ຟັງ​ເບິ່ງ.

ທ່ານ ໂຕຣຸ ກຸໂບຕະ (Toru Kubota) ອາ​ຍຸ 26 ປີ ຖືກ​ຈັບ ໃນ​ຂະ​ນະ​ທີ່​ລາວ​ເອງ ກຳ​ລັງຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ ​ຕ້ານຣັ​ຖ​ປະ​ຫານໃນ​ ຢູ່​ນະ​ຄອນ​ຢ້າງ​ກຸ້ງ ໃນ​ວັນ​ທີ 30 ເດືອນ​ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.

ເອ​ອັກ​ຄະ​ຣາ​ຊ​ທູຕ​ຍີ່​ປຸ່ນ ປະ​ຈຳປະ​ເທດ​ພະ​ມ້າ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ເວົ້າ​ກັບ ໂຕຣຸ ກຸໂບຕະ (Toru Kubota) ທາງ​ໂທ​ລະ​ສັບ ໃນ​ວັນ​ທີ 22 ສິງ​ຫາ ແລະ ຂໍ​ພົບ​ກັບ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ, ແຕ່​ທະ​ຫານ​ພະ​ມ້າ ບໍ່​ອະ​ນຸ​ຍາດ​ໃຫ້​ພົບ ຍ້ອນ​ເຫດ​ຜົນ​ໂຄວິດ​ຣະ​ບາດ. ວິທຍຸ ເອ​ເຊັຽເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາ ​ສະ​ຖານ​ທູຕ​ຍີ່​ປຸ່ນ​ ຢູ່​ພະ​ມ້າ ແຕ່ບໍ່​ມີ​ການ​ຕອບ​ຮັບ. ຣັ​ຖ​ບານ​ຍີ່​ປຸ່ນ ໄດ້​ຮຽ​ກ​ຮ້ອງ​ໃຫ້ ປ່ອຍ​ໂຕ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ ທັນ​ທີ ​ທັນ​ໃດ ແລະ ມີກ​ານ​ປະ​ທ້ວງ ຄັດ​ຄ້ານ​ການ​ຈຳ​ຄຸກ ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ ຢູ່ນະ​ຄອນ​ໂຕ​ກຽວ​ ປະ​ເທດ​ຍີ່​ປຸ່ນ ໃນ​ວັນ​ທີ 31 ກໍ​ຣະ​ກະ​ດາ.

ທ່ານ ໂຕຣຸ ກຸໂບຕະ (Toru Kubota) ເປັນ​ນັກ​ຂ່າວ​ຕ່າງ​ປະ​ເທ​ດ ​ຄົນ​ທີ 5 ທີ່​ຖືກ​ທະ​ຫານ​ພະ​ມ້າ ​ຈັບ​ຂັງ​ຄຸກ ນັບ​ແຕ່ ມີ​ການ​ຣັ​ຖ​ປະ​ຫານ ໃນ​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ ອີງ​ຕາມ​ຂໍ້​ມູນ​ຈາກ​ສຳ​ນັກ​ຂ່າວ​ເອ​ພີ.

ນອກ​ຈາກນີ້ ຍັງ​ມີ​ຣາຍ​ງານ​ວ່າ ຜູ້​ທີ່​ຖືກ​ຂັງ​ຄຸກ ຢູ່​ພະ​ມ້າ ເສັຽ​ຊີ​ວິຕ​ຢ່າງ​ໜ້ອຍ 145 ຄົນ ຫຼັງ​ຈາກທີ່​ຖືກທະ​ຫານ​ພະ​ມ້າ ສອບ​ສວນ ນັບ​ແຕ່​ມີການ​ຣັ​ຖ​ປະ​ຫານ​ ເປັນ​ຕົ້ນ​ມາ​ ເປັນ​ເວ​ລາ 19 ເດືອນ ອີ​ງ​ຕາມ​ຂໍ້​ມູນ ​ຈາກວິ​ທະ​ຍຸ ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພ​າ​ສາ​ພະ​ມ້າ.

ກຸ່ມ​ສິທ​ທິ​ມະ​ນຸ​ສ ແລະ ຣັ​ຖ​ບານ​ເງົາ​ (ຣັຖບານຄູ່ຂນານ) ແຫ່ງ​ຊາຕຂອງ​ພະ​ມ້າ ໄດ້​ລະ​ບຸ​ວ່າ ມີ​ຜູ້​ເຄາະ​ຮ້າຍ ​ຫຼາຍ​ຄົນເສັຽ​ຊີ​ວິຕ ​ຢູ່​ໃນ​ຄຸກ ລະ​ຫວ່າງ ວັນ​ທີ 1 ກຸມ​ພາ 2021 ຫາ ເດືອນ​ກັນ​ຍາ 2022 ເຊິ່ງ​ເປັນ​ສະ​ມາ​ຊິກ​ ຂອງ​ພັກ​ສັນ​ນິ​ບາຕ​ ແຫ່ງ​ຊາດຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ຂອງ​ພະ​ມ້າ, ແລະ ການ​ຕາຍ​ຂອງ​ພວກ​ເຂົາ ເປັນ​ການກໍ່​ອາ​ຊ​ຍາ​ກັມ​ສົງ​ຄາມ.

ສະ​ມາ​ຊິກ​ພັກສັນ​ນິ​ບາຕ ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ຂອງ​ພະ​ມ້າ ຫຼື NLD ທີ່​ເສັຽ​ຊີ​ວິຕ ໃນ​ເວ​ລາ​ ​ເຈົ້າ​ໜ້າ​ທີ່​ທະ​ຫານ ​ສືບ​ສວນ ສອບ​ສວນ ລວມ​ມີ ມຽວ ມຽວ ກຽວ (Myo Myo Kyaw), ສໍ ມຽວ ວິນ(Saw Myo Win), ຄິນ ມຽວ ວີ (Khin Myo Nwe), ນີອັນ ວິນ (Nyunt Win), ກຽວ ນັງ ວິນ(Kyaw Naing Win).

ປະ​ຊາ​ຊົນ​ຢູ່​ເມືອງ ໂມຮຽນ (Mohhyin) ທີ່​ຮູ້​ຈັກ​ກັບ​ຜູ້​ເສັຽ​ຊີ​ວິຕ ​ບາງ​ຄົນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ສະ​ມາ​ຊິກ​ພັກ​ ສັນ​ນິ​ບາດຕ ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ໄດ້​ຖືກ​ຈັບໃນ​ວັນ​ທີ 24 ສິງ​ຫາ ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ກໍ​ໄດ້​ຍິນ​ຂ່າວ​ວ່າ ບຸກ​ຄົນ​ດັ່ງ​ກ່າວ​ເສັຽ​ຊີ​ວິຕ ແລະ ຄອບ​ຄົວ​ຂອງ​ລາວ ກໍ​ບໍ່​ກ້າ​ທີ່​ຈະ​ຈັດ​ງານ​ສົບ​ໃຫ້​ລາວ.

ປະ​ຊາ​ຊົນ ທ່ານນີ້ ກ່າວ​ຕື່ມ​ວ່າ ຄອບ​ຄົວ​ຂອງ​ລາວ ບໍ່​ຮູ້​ເຖິງ​ການ​ຕາຍ​ຂອງ​ລາວ ເພາະ​ວ່າ ເຈົ້າ​ໜ້າ​ທີ່​ທະ​ຫານ ບໍ່​ໄດ້​ມາ​ແຈ້ງ​ໃຫ້​ພວກ​ເຂົາ​ຮູ້. ຄອບ​ຄົວ​ຂອງ​ລາວ ຢາກ​ເຮັດ​ບຸນ​ກິນ​ທານ​ຫາ​ລາວ ແຕ່ເຂົາ​ເຈົ້າ​ຢ້ານ.

ໃນ​ເວ​ລາ​ດຽວ​ກັນ, ປະ​ຊາ​ຊົນ​ທ່ານນີ້ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ສຳ​ນັກ​ງານ​ເມືອງ ໂມຮຽນ (Mohnyin) ຖື​ກ​ທະ​ຫານ​ຄວບ​ຄຸມແລ້ວ ແລະ ມື້​ຕໍ່​ມາ​ຈຶ່ງ​ມີ​ການ​ຢືນ​ຢັນ​ ການ​ຕາຍ​ຂອງ​ລາວ ແລະ ສ​ະ​ມາ​ຊິກ​ພັກ​ ອີກ​ຫຼາຍໆຄົນ ກໍ​ເສັຽ​ຊີ​ວິຕ​ຄ້າຍໆ ຄື​ກັນ​ແບບນີ້.

ເຄືອ​ຂ່າຍ​ດ້ານ​ສິທ​ທິ​ມະ​ນຸ​ສ​ພະ​ມ້າ ຕັ້ງ​ຢູ່​ປະ​ເທດ​ອັງ​ກິດ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ຜູ້​ເຄາະ​ຮ້າຍ​ຫຼາຍ​ຄົນ ໄດ້​ເສັຽ​ຊີ​ວິຕ ​ຢູ່​ໃນ​ຄຸກ ເປັນ​ສະ​ມາ​ຊິກ​ ພັກ​ສັນ​ນິ​ບາຕ ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຫຼື NLD ນັບ​ແຕ່ທະ​ຫານ​ພະ​ມ້າ ​ເຂົ້າ​ມາ​ຍຶດ​ອຳ​ນາດ.

ທ່ານ ກຽວ ວິນ (Kyaw Win) ຜູ້​ອຳ​ນວຍ​ການ ​ກຸ່ມ​ສິດທທິ​ມະ​ນຸ​ສ ໄດ້​ເຊື່ອມ​ໂຍງ​ ການ​ເສັຽຊີ​ວິຕ​ ວ່າ ເປັນ​ອາ​ຊ​ຍາ​ກັມ ທີ່​ຣັ​ຖ​ບານ​ຟາ​ຊີ​ສ ໄດ້​ກໍ່​ເອົາ​ໄວ້.

ທ່ານ ກ່າວ​ວ່າ ການຂ້າ​ຄົນ​ຢູ່​ໃນ​ຄຸກ ເປັນ​ການ​ຄາ​ຕ​ກັມ ຄົນ​ໃນ​ຮູບ​ແບບ​ນຶ່ງ ກໍ​ຣະ​ນີ​ດັ່ງ​ກ່າວ ຄ້າຍ​ຄື​ກັນ​ກັບການກໍ່​ອາ​ຊ​ກັມ ໂດຍທະ​ຫານ​ນາ​ຊີ ໃນ​ປາງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

ທ່ານ ກຽວ ວິນ (Kyaw Win) ກ່າວ​ວ່າ ພວກ​ເຮົາມີ ກົ​ລ​ໄກ​ການ ​ກ​ວດ​ສອບ​ຢ່າງ​ເປັນ​ອິ​ສ​ຣະ ຕໍ່​ກໍ​ຣະ​ນີ​ຂອງ​ພະ​ມ້າ ແລະ ພວກ​ເຮົາ ​ຈະ​ສນອງ​ຫຼັກ​ຖານ ​ໃຫ້ແກ່​ອົງ​ການ​ດັ່ງ​ກ່າວ ເປັນ​ກໍ​ຣະ​ນີ​ສຶກ​ສາ. ມັນ​ຈະ​ມີ​ການ​ຟ້ອງ​ຮ້ອງ​ກັນ​ ຢູ່​ໃນ​ສານ​ໂລກ ແລະ ຜູ້​ທີ່​ກະ​ທຳ​ຜິດ ​ຈະ​ຕ້ອງ​ຮັບ​ຜິດ​ຊອບ.

ໂຄ​ສົກ​ຣັ​ຖ​ບານເງົ​າ (ຣັຖບານຄູ່ຂນານ) ​ຂອງ​ພະ​ມ້າ ທ່ານ ກຽວ ຊໍ (Kyaw Zaw) ຍັງອ້າງວ່າ ຣັ​ຖ​ບານ ມີ​ຫຼັກ​ຖານ​ໜັກ​ແໜ້ນ ທີ່​ທະ​ຫານ​ພະ​ມ້າ​ ໄດ້ກໍ່​ອາ​ຊ​ຍາ​ກັມ​ສົງ​ຄາມ.

ທ່ານ ກຽວ ຊໍ (Kyaw Zaw) ກ່າວ​ວ່າ “ຜູ້​ກະ​ທຳ​ຜິດ​ທັງ​ໝົດ ຈະ​ຕ້​ອງ​ຮັບ​ຜິດ​ຊອບ ບໍ່​ວ່າ​ຈະ​ເປັນ​ຜູ້​ອອກ​ຄຳ​ສັ່ງ ແລະ ຜູ້ກໍ່​ອາ​ຊ​ຍາ​ກັມ. ຈະ​ຕ້ອງ​ມີ​ຄວາມ​ຍຸ​ຕິ​ທັມເກີດ​ຂຶ້ນ.”

ວິທຍຸ ເອ​ເຊັຽ​ເສ​ຣີ ບໍ່​ສາ​ມາດ ຕິດ​ຕໍ່​ຮອງ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ​ຖ​ແລງ​ຂ່າວ ​ຂອງ​ທະ​ຫານ​ພະ​ມ້າ ຄື ພົນ​ຕ​ຣີ ຊໍ ມິນ ຕັ໋ນ (Zaw Min Tun) ກ່ຽວ​ກັບ​ການ​ເສັຽ​ຊີ​ວິຕ ຂອງ​ຜູ້​ຖືກ​ຂັງ​ຢູ່​ໃນ​ຄຸກ.

ໃນ​ເດືອນ​ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ, ນັກ​ຂ່າວວິທຍຸ ​ເອ​ເຊັຽ​ເສ​ຣີ ໄດ້​ຖາມ ພົນ​ຕ​ຣີ ຊໍ ມິນ ຕັ໋ນ (Zaw Min Tun) ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ, ແຕ່ ທ່ານ ບໍ່​ໄດ້​ປະ​ຕິ​ເສດ​ວ່າ ການ​ຕາຍເສັຽ​ຊີ​ວິຕ ​ຂອງ​ຜູ້​ຖືກ​ຂັງ​ ຢູ່​ພາຍ​ໃຕ້​ລະ​ບອບ​ຂອງ​ທະ​ຫານ, ແຕ່ ທ່ານ ພຽງ​ອ້າງວ່າ ເຈົ້າ​ໜ້າ​ໄດ້​ດຳ​ເນີນ​ການ​ຈັບ​ກຸມ ແລະ ໄດ້​ສອບ​ສວນ ຕ​າມ​ມາ​ຕ​ຖານ​ສາ​ກົນ.

ອີງ​ຕາມສະ​ມາ​ຄົມ ຊ່ວຍ​ເຫຼືອ​ນັກ​ໂທດ​ ການ​ເມືອງຂອງ​ພະ​ມ້າ, ທະ​ຫານ​ພະ​ມ້າ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ໄປ​ແລ້ວ 2,000 ປາຍ​ຄົນ ແລະ ໄດ້​ຈັບ​ກຸມ​ປະ​ຊາ​ຊົນ​ໄປ​ແລ້ວເກືອບ 16,000 ຄົນ ນັບ​ແຕ່​ເກີດ​ການ​ຣັ​ຖ​ປະ​ຫານ. ຜູ້​ທີ່​ຖືກ​ຈັບ​ກຸມ​ສ່ວນ​ຫຼາຍ ແມ່ນ​ຜູ້​ປະ​ທ້ວງ ​ຕ້ານ​ຣັ​ຖ​ປະ​ຫານ ແຕ່ຍັງ​ມີ​ຜູ້​ທີ່​ຖືກຂັງ​ຄຸກ ​ຢູ່​ນັ້ນຫຼາຍກວ່າ 12,000 ຄົນ.

ຍານາງ ອອງ ​ຊານ ຊູ​ຈີ ເປັນ​ຫົວ​ໜ້າ ພັກສັນ​ນິ​ບາຕ ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ທີ່​ຖືກທະ​ຫານ​ພະ​ມ້າ ຍຶດ​ອຳນາດ ແລະ ກັກ​ໂຕ, ໄດ້​ຖືກ​ຍ້າຍໄປ​ກັກ​ຂັງ​ດ່ຽວ ນັບເດືອນ​ມິ​ຖຸ​ນາ ​ເປັນ​ຕົ້ນ​ມາ.

ແຫຼ່ງ​ຂ່າວ​ທີ່​ໃກ້​ຊິດ ເຈົ້າ​ໜ້າ​ທີ່​ສານ ນະ​ຄອນ​ຫລວງ ເນ​ປີ​ດໍ ຂອງ​ພະ​ມ້າ ໄດ້ ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ “ຄະ​ດີ ຂອງ​ຍາ​ນາງ ອອງ ຊານ ຊູ​ຈີ ແລະ ຄົນໃກ້​ຊິດ​ ຂອງຍາ​ນາງ ໄດ້​ຖືກ​ນຳ​ມາ​ໄຕ່​ສວນ ຢູ່​ສານ​ພິ​ເສດ ສະ​ເພາະ​ຢູ່​ໃນ​ຄຸກເລີຍ.”

ຜູ້​ທີ່​ເຫັນ​ເຫດ​ການ ຖືກ​ທະ​ຫານພະ​ມ້າ ​ນຳ​ໂຕ​ມາສືບ​ສວນ​ ສອບ​ສວນ ຢູ່​ໃນ​ສານ ທີ່​ມີ​ສ່ວນ​ພົວ​ພັນ ​ໃນ​ຄະ​ດີນີ້. ຂໍ້​ມູນ​ການ​ສືບ​ສວນ ​ສອບ​ສວນ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ ໃນ​ຂະ​ນະ​ທີ່ ທະ​ນາຍ​ຄວາມ​ ຂອງ ຍາ​ນາງ ອອງ​ ຊານ ຊູ​ຈີ ຍັງບໍ່​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເຜີຍ​ແຜ່​ຂໍ້​ມູນ​ຕໍ່​ສື່ມວນ​ຊົນ.

ທີ່​ຜ່ານ​ມາ, ໄດ້​ມີ​ການໄຕ່​ສວນ ​ຄະ​ດີ​ດັ່ງ​ກ່າວ ທຸກໆ​ວັນ​ພະ​ຫັດ ໃນ​ສານ​ພິ​ເສດ ຢູ່ ນະ​ຄອນ​ຫລວງ ເນ​ປີ​ດໍ ເຊິ່ງ​ດຳ​ເນີນ​ການ ​ຢູ່​ຄ້າຍ​ທະ​ຫານ ນັບ​ແຕ່​ວັນ​ທີ 1 ກຸມ​ພາ 2021 ເປັນ​ຕົ້ນ​ມາ.

ທະ​ຫານ​ພະ​ມ້າ ​ໂຈມ​ຕີ​ເຂດ​ພົ​ລ​ເຮືອນ ເຮັດ​ໃຫ້​ຊາວ​ບ້ານ 4,000 ປາຍ​ຄົນ ຈາກ 15 ບ້ານ ຢູ່​ເຂດ​ສະ​ກາງ ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ ຂອງ​ພະ​ມ້າ ຕ້ອງ​ໜີ​ອອກ​ຈາກ​ບ້ານ ເພື່ອ​ຫຼົບ​ໜີຄວາມ​ຮຸນ​ແຮງ. ການ​ໂຈມ​ຕີ​ດັ່ງ​ກ່າວ ເກີດ​ຂຶ້ນ​ເປັນ​ເວ​ລາ 3 ມື້ ຢູ່​ເຂດ​ເມືອງ​ສະ​ກາງ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ຂອງ​ພະ​ມ້າ ໂດຍ​ມີ​ທະ​ຫານ​ພະ​ມ້າ​ປະ​ມານ 100 ຄົນ ໄດ້​ຫັນ​ມາ​ໂຈມ​ຕີ ພົລ​ເຮືອນແທນ ເຊິ່ງ​ຂັດ​​ຕໍ່​ຫຼັກການ​ ທາງ​ການ​ທະ​ຫານ. ມີ​ຍົນ​ເຮ​ລິ​ຄອບ​ເຕີຣ໌ 4 ລຳ ໄດ້ໂຈມ​ຕີ​ໝູ່​ບ້ານ ເຮັດ​ໃຫ້​ມີ​ຜູ້​ເສັຽ​ຊີ​ວິຕ 1 ຄົນ ຊື່​ວ່າ ຂິນ ​ເມືອງ​ສານ ແລະ ມີ​ຜູ້​ຍິງ ກັບຜູ້​ຊາຍ​ໄດ້​ຮັບ​ບາດ​ເຈັບ.

ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ​ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ “ມີ​ຜູ້​ເສັຽ​ຊີ​ວິຕ​ຄາ​ທີ່ ແລະ ຜູ້​ຍິງ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ຢູ່​ຂັນ​ໄດ​ບ້ານ ແລະ ລາວ​ກໍ​ໄດ້​ຮັບ​ການ​ຮັກ​ສາ ​ຈາກກອງ​ກຳ​ລັງ ​ສະ​ພາ​ທະ​ຫານພະ​ມ້າ. ປະ​ຊາ​ຊົນ​ພາ​ກັນ​ຫຼົບ​ໜີ ບໍ່​ກ້າ​ກັບ​ຄືນ​ບ້ານ ຈົນ​ກະ​ທັ້ງ​ທະ​ຫານ​ພະ​ມ້າ ຈະ​ອອກ​ຈາກ​ບ້ານ​ເຂົາ​ເຈົ້າ​ກ່ອນ. ສະ​ພາບ​ທາງ​ພາກ​ພື້ນ​ດິນ ມີ​ຄວາມ​ອັດ​ຕະ​ຄັດ​ຫຼາຍ.”

ປະ​ຊາ​ຊົນ ກ່າວ​ວ່າ ມີ​ປະ​ຊາ​ຊົນ​ປະ​ມານ 100 ຄົນ ບໍ່​ຍອມ​ໜີ​ຈາກ​ບ້ານ ແລະ ເຂົາ​ເຈົ້າ​ຖືກ​ບັງ​ຄັບ ແລະ ພວກ​ທະ​ຫານ​ ພາ​ກັນ​ມາ​ກວດ​ຂໍ້​ ຄວາມ​ໂທ​ລະ​ສັບ​ເຂົາ​ເຈົ້າ ວ່າມີ​ການ​ຕິດ​ຕໍ່ ​ກັບ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ​ຫຼືບໍ່. ປະ​ຊາ​ຊົນ ກ່າວ​ວ່າ ຍົນ​ເຮ​ລິ​ຄອບ​ເຕີຣ໌ ຂອງ​ທະ​ຫານ​ພະ​ມ້າ ໄດ້​ຍິງ​ປືນ​ໃສ່​ໝູ່​ບ້ານ ໃນ​ວັນ​ທີ 2 ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ.

ຊາວ​ເມືອງດັ່ງ​ກ່າວ ຕ້ອງ​ຕໍ່​ຕ້ານ​ກັບ​ທະ​ຫານ​ພະ​ມ້າ ທີ່​ຍຶດ​ອຳ​ນາດ​ມາ​ແຕ່ ວັນ​ທີ 1 ກຸມ​ພາ 2021, ໂດຍ ເຂົ້າ​ເຈົ້າ​ມີ​ການ​ຈັດ​ຕັ້ງ ​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຫຼື PDF ຫຼັງ​ຈາກ​ທະ​ຫານ ​ເຂົ້າ​ມາ​ຍຶດ​ອຳ​ນາດ​ຈາກ​ພັກ ສັນ​ນິ​ບາຕ ​ແຫ່ງ​ຊາຕ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຂອງ​ພະ​ມ້າ ແລະ ມີ​ການ​ຕັດ​ ສັນ​ຍາ​ໂທ​ລະ​ສັບ ແລະ ອິນ​ເຕີຣ໌​ເນັຕ.

ປະ​ຊາ​ຊົນທີ່​ໜີ​ການ​ສູ້​ຣົບ ໄດ້​ກ່າວ​ວ່າ " ພວກ ​ເຮົາ​ຕ້ອງ​ໜີ​ປະ​ເລົ້າ​ເຂົ້າ, ສັດ​ລ້ຽງ ບໍ່​ວ່າ ຈະ​ເປັນ​ງົວ ແລະ ແບ້. ພວກ​ເຮົາ​ເປັນ​ຫ່ວງ​ສັດ​ລ້ຽງ ຖ້າ​ວ່າ ສັດ​ລ້ຽງ​ຖືກ​ຍິງ​ຕາຍ ພວກ​ເຮົາ​ຈະ​ບໍ່​ມີ​ຫຍັງ​ເຫຼືອ ພວກ​ເຮົາ​ບໍ່​ມີ​ວຽກ​ເຮັດ ແລະ ຍາກ​ທີ່​ຫາ​ລ້ຽງ​ຄ​ອບ​ຄົວ."

ນອກ​ຈາກນີ້ ປະ​ຊາ​ຊົນຊາວ​ເມືອງປາ​ເລ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ 4 ຄົນ​ເສັຽ​ຊີ​ວິຕ ລວມ​ມີ​ເດັກນ້ອຍ​ແມ່ຍິງນຳ ຍ້ອນ​ການ​ໂຈມ​ຕີ​ ຂອງ​ທະ​ຫານ​ພະ​ມ້າ ຫຼັງ​ຈາກ​ທີ່​ຊາວ​ບ້ານ ໄດ້​ພາ​ກັນ​ກັບ​ຄືນ​ມາ​ບ້ານ ໃນ​ຂະ​ນະ​ທີ່ ເຂົາ​ເຈົ້າ​ກຳ​ລັງລ້ຽງ​ງົວ ແລ ເກືອ​ໝູ ຢູ່.

ແຫຼ່ງ​ຂ່າວ ຈາກ​ເມືອງ​ປາ​ເລ ໄດ້​ໃຫ້​ສັມ​ພາດ​ວ່າ ຜູ້​ທີ່​ຖືກ​ເຄາະ​ຮ້າຍ ເປັນ​ແມ່​ຍິງ ອາ​ຍຸ 45 ປີ ແລະ ເດັກ​ນ້ອຍແມ່ຍິງ ອາ​ຍຸ 15 ປີ, ແມ່​ຍິງ ອາ​ຍຸ 54 ປີ, ແລະ ອີກ ນຶ່ງ​ຄົນ ເປັນ​ຜູ້​ຊາຍ. ມີ​ທະ​ຫານ​ພະ​ມ້າ ປະ​ມານ 100 ຄົນ ໄດ້​ເຂົ້າ​ມາທີ່​ໝູ່​ບ້ານ ໃນ​ວັນ​ທີ​ 10 ກໍ​ຣະ​ກະ​ດາ ແລະ ບັງ​ຄັບ​ໃຊ້​ຊາວ​ບ້ານ ທັງ​ໝົດ ໜີ​ເຂົ້າ​ໄປ​ໃນ​ປ່າ.