ນັກລົງທຶນຈີນ ຂໍສຳປະທານ ດິນ, ໜ້ານ້ຳ ຕາມສາຍນ້ຳງື່ມ ເຮັດການກະເສດ

ພອນ ພູມ​ມີ​ທອນ/ເພັດສະຫຍາມ
2024.12.30
ນັກລົງທຶນຈີນ ຂໍສຳປະທານ ດິນ, ໜ້ານ້ຳ ຕາມສາຍນ້ຳງື່ມ ເຮັດການກະເສດ ໂຕຢ່າງສະພາບແຄມນ້ຳງື່ມ ເຂດບ້ານແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2021
Credit photos: ຮູບພາບຈາກພົນລະເມືອງ

ເມື່ອບໍ່ດົນຜ່ານມານີ້, ທ່ານ ເຢໂປ, ປະທານ ຂອງບໍລິສັດ ພົງຮົວ ຂົນສົ່ງ ຂາເຂົ້າ-ຂາອອກ ຄົບວົງຈອນ ຈຳກັດຜູ້ດຽວ ຂອງຈີນ ໄດ້ເຊັນສັນຍາ ກັບພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ສຳປະທານ ພື້ນທີ່ເຮັດການກະເສດ ໜ້ານ້ຳ ຂອງສາຍນ້ຳງື່ມ ຈຳນວນ 150 ເຮັກຕາ ຢູ່ ບ້ານນ້ຳພາວ, ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ 30 ປີ.

ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ທ່ານໜຶ່ງ ກ່າວວ່າ ບ້ານນ້ຳພາວ ເປັນບ້ານທີ່ມີທ່າເຮືອປະມົງ ມີສາຍນ້ຳງື່ມ ເຊື່ອມຕໍ່ໄປຮອດ ເມືອງແກ້ວອຸດົມ. ທີ່ຜ່ານມາ ຮອດປັດຈຸບັນ, ປະຊາຊົນ ໃຊ້ໜ້ານ້ຳ ຂອງສາຍນ້ຳງື່ມ ເພື່ອຫາປາໄວ້ກິນ ພາຍໃນຄອບຄົວ. ຫາກ ອະນາຄົດ ອັນໃກ້ນີ້, ນັກລົງທຶນຈີນ ຈະເອົາໜ້ານ້ຳ ເຂດບ້ານນ້ຳພາວ ໄປເຮັດທຸລະກິດລ້ຽງປາ ປະຊາຊົນ ກໍຈະບໍ່ໃຫ້ ຫາກປະຊາຊົນ ອັບປະໂຫຍດ ຫຼາຍກວ່າ ໄດ້ປະໂຫຍດ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 26 ທັນວາ ນີ້ວ່າ:

“ມັນກໍແມ່ນສິດ ຂອງລັດ, ແຕ່ວ່າ ປະຊາຊົນເຂົາ ບ້ານເຂົາຄຸ້ມຄອງເນາະ, ແຕ່ວ່າ ເຂົາຫາຢູ່-ຫາກິນ ເທົ່ານັ້ນ. ຜ່ານມາ, ເຂົາເຈົ້າກໍຫາປູ-ຫາປາ, ຄັນລັດ ຊິພັດທະນາ ຢູ່ໃນເງື່ອນໄຂຫັ້ນ ເພິ່ນກໍຊິພິຈາລະນາເບິ່ງເນາະວ່າ ມັນເໝາະສົມ ກໍໃຫ້, ຄັນວ່າມັນບໍ່ເໝາະສົມ ຄັນວ່າມັນອັບປະໂຫຍດ ໃຫ້ແກ່ປະຊາຊົນ ຊີ້, ເພິ່ນກໍຊິບໍ່ໃຫ້ຕິເບາະ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ຜູ້ດຽວກັບຂ້າງເທິງ ກ່າວວ່າ ເມື່ອຮອດລະດູແລ້ງ ລະດັບນ້ຳ ຂອງສາຍນ້ຳງື່ມ ໃນເຂດບ້ານນ້ຳພາວ ຈະບົກແຫ້ງ ຈຶ່ງເຮັດໃຫ້ ມີເກາະ, ມີດອນ ຜຸດໂຜ່ຂຶ້ນມາ ແລ້ວປະຊາຊົນ ຈຳນວນໜຶ່ງ ກໍໄປຈັບຈອງ ໃຊ້ເປັນບ່ອນປູກຝັງ-ລ້ຽງສັດ, ເຊິ່ງໃນນັ້ນ ມີທັງຜູ້ມີໃບຕາດິນ ແລະ ບໍ່ມີໃບຕາດິນ. ສະນັ້ນ, ຫາກນັກລົງທຶນຈີນ ຈະສໍາປະທານ ພື້ນທີ່ໜ້ານ້ຳ ຂອງສາຍນ້ຳງື່ມ ກໍຕ້ອງໄດ້ຈ່າຍ ຄ່າຊົດເຊີຍ ໃຫ້ປະຊາຊົນ. ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍ ມີເກາະ, ມີດອນ ແລ້ວເຂົາເຈົ້າ ຊິໄປປູກໄມ້ບໍ່, ລ້ຽງສັດນ້ອຍ ເປັນໝູ, ເປັນງົວ ຢູ່ກາງດອນຫັ້ນ, ເວລານ້ຳລົງ. ລັດເຮົາ ອອກເປັນນິຕິກຳ ຂອງປະຊາຊົນ ມັນກໍເປັນໃບຕາດິນ ເປັນຂອງສ່ວນໂຕເນາະ, ຕ້ອງໄດ້ຊົດເຊີຍ. ຖ້າວ່າຈອງຊື່ໆ ບໍ່ມີໃບຕາດິນເນາະ ກໍຖືວ່າ ຍັງເປັນດິນລັດ. ຄັນຖ້າວ່າ ປະຊາຊົນ ໄປປູກ-ໄປລ້ຽງຊື່ໆ ບໍ່ມີນິຕິກຳຫຍັງ, ເວລາລັດຕ້ອງການ ກໍຕ້ອງສົ່ງຄືນໃຫ້ລັດ.”

ຫຼັງຈາກພິທີເຊັນສັນຍາ ສິ້ນສຸດລົງແລ້ວ, ກໍຈະມີການສຳຫຼວດ ກຳນົດຈຸດ ທີ່ຈະສຳປະທານ ພື້ນທີ່ດິນ  ແລະ ພື້ນທີ່ໜ້ານ້ຳ ຕາມລະບຽບການຄຸ້ມຄອງ ຂອງອ່າງນ້ຳງື່ມ. ດັ່ງທ່ານກ່າວ:

“ເຊັນສັນຍາແລ້ວ ກໍເພິ່ນໃຫ້ສຳຫຼວດບໍ່, ໃຫ້ອະຫຍັງ ມັນກໍຕ້ອງໄດ້ລົງເອົາຂໍ້ມູນ. ເຊັກຄືນແຫຼະວ່າ ຂອບເຂດໃດ, ແຕ່ວ່າ ຄັນວ່າມີໂຄງການລັດ ເຂົ້າໄປພັດທະນາບໍ່, ມີເງື່ອນໄຂຈັ່ງໃດ ແລ້ວຂັ້ນເທິງ ເພິ່ນອະນຸມັດ ແລ້ວກໍຊິໄດ້ຈັດສັນ ຕາມລະບຽບຫັ້ນແຫຼະ. ຜ່ານມາ, ມັນກໍມີລະບຽບການ ຄຸ້ມຄອງອ່າງນ້ຳງື່ມເດເນາະ.”

ຂະນະທີ່ ຂໍ້ມູນຈາກພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ລະບຸວ່າ ສັນຍາສຳປະທານທີ່ດິນ ເທື່ອນີ້, ແມ່ນບໍລິສັດດັ່ງກ່າວ ຈະດຳເນີນການລົງທຶນ ກິດຈະການລ້ຽງປາ, ງົວລາດ ແລະ ແບ້ ໃນເນື້ອທີ່ທັງໝົດ 201.47 ເຮັກຕາ. ໃນນັ້ນ, ສຳປະທານດິນລັດ 13.47 ເຮັກຕາ, ພື້ນທີ່ໜ້ານ້ຳ 6,000 ຕາແມັດ ຢູ່ ບ້ານສີວິໄລ, ເມືອງຫີນເຫີບ ແລະ ສຳປະທານ ດິນປະຊາຊົນ 38 ເຮັກຕາ ແລະ ພື້ນທີ່ໜ້ານ້ຳ 150 ເຮັກຕາ ຢູ່ບ້ານນ້ຳພາວ, ເມືອງວັງວຽງ ມີມູນຄ່າ ຂອງການພັດທະນາໂຄງການ ດັ່ງກ່າວ ທັງໝົດ 1 ລ້ານ 5 ແສນ ໂດລາສະຫະລັດ, ໂດຍບໍລິສັດ ຈະເປັນຜູ້ຊອກຫາທຶນ ແລະ ຈັດຫາແຫຼ່ງທຶນ ທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.