ປະຊຸມອ່າຊ້ຽນ ຄັ້ງທີ 38 ໄຮ້ຜູ້ນຳ ຣັຖປະຫານພະມ້າ

ພູວົງສ໌
2021.10.26
ປະຊຸມອ່າຊ້ຽນ ຄັ້ງທີ 38 ໄຮ້ຜູ້ນຳ ຣັຖປະຫານພະມ້າ ຜູ້ນຳຣັຖປະຫານພະມ້າ ແລະ ຜູ້ບັນຊາການທະຫານສູງສຸດ ນາຍພົລເອກ ອາວຸໂສ ມິນ ອ່ອງ ຫຼ່າຍ ທີ່ເຂົ້າຮ່ວມກອງປະຊຸມ ດ້ານຄວາມໝັ້ນຄົງສາກົລ ທີ່ນະຄອນຫຼວງມອສໂຄວ໌, ປະເທດຣັສເຊັຽ ເມື່ອວັນທີ 23 ມິຖຸນາ 2021
AFP

ເມື່ອວັນທີ 15 ຕຸລາ ທີ່ຜ່ານມາ, ໃນກອງປະຊຸມສຸກເສີນ ຣັຖມົນຕຣີຕ່າງປະເທດອ່າຊ້ຽນ ກ່ຽວກັບບັນຫາໃນປະເທດພະມ້າ ກອງປະຊຸມໄດ້ອອກສຽງປະຊາມະຕິ ເປັນສຽງສ່ວນຫຼາຍ ຂອງບັນດາຣັຖມົນຕຣີການຕ່າງປະເທດອ່າຊ້ຽນ ເຫັນດີໃຫ້ເຊີນ ຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງ ທາງການເມືອງພະມ້າ ເຂົ້າຮ່ວມກອງປະຊຸມສຸດຍອດອ່າຊ້ຽນ ຄັ້ງທີ 38 ທີ່ມີກຳນົດຈັດຂຶ້ນ ໃນລະຫວ່າງວັນທີ 26-28 ຕຸລາ 2021 ນີ້, ຂະນະທີ່ໂຕແທນ ຂອງຜູ້ນຳຣັຖປະຫານພະມ້າ ຜິດຫວັງຢ່າງຍິ່ງ ຕໍ່ການຕັດສິນໃຈດັ່ງກ່າວ.

ຂະນະດຽວກັນ, ອ່າຊ້ຽນ “ຈະເຊີນໂຕແທນ ທີ່ບໍ່ມີສ່ວນກ່ຽວຂ້ອງ ທາງການເມືອງ” ຈາກພະມ້າ ເຂົ້າຮ່ວມກອງປະຊຸມສຸດຍອດອ່າຊ້ຽນໃນຄັ້ງນີ້.

ດ້ວຍເຫດນີ້, ທ່ານ ວັນນາ ໝ່ອງ ລວິນ, ຣັຖມົນຕຣີກະຊວງການຕ່າງປະເທດພະມ້າ ທີ່ຣັຖບານທະຫານພະມ້າແຕ່ງຕັ້ງ ຈຶ່ງຂໍສງວນທ່າທີ ໃນການງົດອອກສຽງ ໃນເຣື່ອງການບໍ່ເຊີນຜູ້ນຳຣັຖປະຫານ ພະມ້າ ໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອ່າຊ້ຽນ ຄັ້ງທີ 38 ທີ່ກຳນົດຈັດຂຶ້ນໃນວັນທີ 26-28 ຕຸລາ 2021ນີ້.

ພຽງ 24 ຊົ່ວໂມງຕໍ່ມາ, ໃນນາມຣັຖບານ, ກະຊວງການຕ່າງປະເທດພະມ້າ ກໍມີທ່າທີຕອບໂຕ້ຢ່າງຮຸນແຮງ ຜ່ານຖ້ອຍຖແລງການວ່າ “ຜິດຫວັງຢ່າງຍິ່ງ ຕໍ່ກັບການຕັດສິນໃຈ ຂອງອ່າຊ້ຽນ ແລະ ອ້າງວ່າ ເປັນການຕົກລົງ ທີ່ບໍ່ມີການລົງປະຊາມະຕິ ທີ່ຂັດກັບຫຼັກການ ຂອງອ່າຊ້ຽນ” ແລະ “ຂໍເຕືອນກຸ່ມປະເທດອ່າຊ້ຽນວ່າ ຖ້າສືບຕໍ່ເຮັດແບບນີ້ ຈະສົ່ງຜົລກະທົບຢ່າງສູງ ຕໍ່ຄວາມສາມັກຄີ ແລະ ຄວາມເປັນສູນກາງ ຂອງອ່າຊ້ຽນ.”

https://www.rfa.org/english/news/myanmar/asean-myanmar-10182021130820.html

ກ່ຽວກັບເຣື່ອງດັ່ງກ່າວນີ້, ຜູ້ຊ່ອຍສາສດາຈານ. ດຣ. ດຸລຍະພາກ ປຣີຊາຣັຊ (Dulyapak Preecharush) ຜູ້ຊ່ຽວຊານການເມືອງການປົກຄອງປະເທດພະມ້າ ປະຈຳມະຫາວິທຍາລັຍທັມມະສາຕ ແຫ່ງປະເທດໄທຍ ໄດ້ໃຫ້ສັມພາດ ແກ່ສຳນັກຂ່າວກາເຟດຳ ທີ່ທ່ານ ສຸດທິຊັຍ ຢຸ່ນ ຈັດຣາຍການ ໃນວັນທີ 22 ຕຸລາ ນີ້ວ່າ: “ການທີ່ອ່າຊ້ຽນ ມີຂໍ້ຕົກລົງ ຈະບໍ່ເຊີນຜູ້ທີ່ມີສ່ວນກ່ຽວຂ້ອງ ທາງການເມືອງ ຈາກປະເທດພະມ້າ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ກໍພໍເປັນສິ່ງທີ່ເຂົ້າໃຈ ແລະ ຖືເປັນການຫຼຸດແຮງກົດດັນ ສະເພາະໜ້າ ໄດ້ດີໃນລະດັບນຶ່ງ, ແຕ່ເບິ່ງແລ້ວຄືວ່າ ເປັນສິ່ງທີ່ຂ້ອນຂ້າງ ແປກປະຫຼາດໄປໜ້ອຍນຶ່ງ ຫຼືແມ້ກະທັ້ງການຫ້າມທ່ານ ມິນ ອ່ອງ ຫຼ່າຍ ກໍເປັນສິ່ງທີ່ເຂົ້າໃຈກັນໄດ້. ແຕ່ວ່າ ໃນເຣື່ອງ ຂອງການປະຊຸມສຸດຍອດ ຜູ້ນຳອ່າຊ້ຽນ ນີ້, ມັນຈະຕ້ອງມີຜູ້ນຳທາງການເມືອງເຂົ້າມາ, ບໍ່ວ່າຈະເປັນນາຍົກຣັຖມົນຕຣີ ຫຼືປະມຸກຣັຖ ກໍຕ້ອງເຂົ້າມາ. ເພາະສະນັ້ນ, ມັນກໍຂ້ອນຂ້າງແປກປະຫຼາດ ໃນດ້ານຫຼັກການ ຂອງກອງປະຊຸມສຸດຍອດຜູ້ນຳແບບນີ້. ແຕ່ວ່າໃນການແກ້ໄຂບັນຫາ ສະເພາະໜ້າ ເພື່ອຫຼຸດແຮງກົດດັນ ແລະ ເພື່ອຢາກຮັກສາຄວາມສົມດຸນ ຣະຫວ່າງຝ່າຍການເມືອງຕ່າງໆ ໃນພະມ້າ ບໍ່ວ່າຈະເປັນຝ່າຍຣັຖບານ ທີ່ມາຈາກຣັຖປະຫານ ຫຼື ສະພາມົນຕຣີບໍຣິຫານແຫ່ງຣັຖພະມ້າ SAC ແລະ ຝ່າຍຣັຖບານສາມັກຄີແຫ່ງຊາຕພະມ້າ NUG, ກໍຖືວ່າອ່າຊ້ຽນ ກໍເຮັດໄດ້ເໝາະສົມ ສອດຄ່ອງຢູ່ພໍປະມານ.”

https://www.youtube.com/watch?v=dpD1E33DK1w&t=559s

ສ່ວນທ່າທີ ຂອງຜູ້ນຳອ່າຊ້ຽນ ຄົນອື່ນໆນັ້ນ, ເປັນຕົ້ນວ່າ ທ່ານ ວິວ່ຽນ ບ່າລ່າຄຣັຊນັນ (Vivian Balakrishnan), ຣັຖມົນຕຣີການຕ່າງປະເທດສິງກະໂປ ກ່າວພາຍຫຼັງກອງປະຊຸມ ເມື່ອກາງເດືອນຕຸລາ ວ່າ ອ່າຊ້ຽນ ຈຳເປັນຕ້ອງມີການດຳເນີນການຢ່າງເຂັ້ມງວດ ຕໍ່ທ່ານ ມິນ ອ່ອງ ຫຼ່າຍ. ທ່ານວ່າ: “ນີ້ເປັນການຕັດສິນໃຈ ທີ່ຍາກລຳບາກ ຂອງອ່າຊ້ຽນ, ແຕ່ກໍຈຳເປັນ ໃນການຮັກສາຄວາມໜ້າເຊື່ອຖື ຂອງອ່າຊ້ຽນ.” ແລະ ທ່ານຍັງໃຫ້ຄວາມເຫັນອີກວ່າ “ທ່ານຂໍຮຽກຮ້ອງ ໃຫ້ທາງການທະຫານພະມ້າ ດຳເນີນການ ຕາມມະຕິຮ່ວມ 5 ຂໍ້ໂດຍໄວ ແລະ ຄົບຖ້ວນ.”

ຂະນະທີ່ທ່ານ ແອ່ຣ່ອນ ຄອນແນ່ລລີ້ (Aaron Connelly), ນັກວິເຄາະດ້ານເອເຊັຽຕາເວັນອອກສຽງໃຕ້ ປະຈຳສະຖາບັນສາກົລ ເພື່ອຍຸທສາຕສຶກສາ ແຫ່ງປະເທດສິງກະໂປ ກໍກ່າວຕໍ່ສຳນັກຂ່າວຣ່ອຍເຕີ້ ໃນວັນທີ 20 ຕຸລາ ນີ້ວ່າ: “ການຕັດສິນໃຈຫ້າມ ຜູ້ນຳຣັຖບານທະຫານພະມ້າ ເຂົ້າຮ່ວມກອງປະຊຸມສຸດຍອດອ່າຊ້ຽນ ນີ້ ຖືເປັນຄວາມກ້າວໜ້າ ທີ່ແທ້ຈິງ ສຳລັບອ່າຊ້ຽນ.”

https://www.reuters.com/world/asia-pacific/asean-summit-without-myanmar-leader-significant-not-enough-us-2021-10-20/

ນັບແຕ່ເກີດການຣັຖປະຫານ ໃນປະເທດພະມ້າ ແຕ່ເດືອນກຸມພາ ຫຼື ເກືອບເປັນເວລາ 9 ເດືອນແລ້ວ, ກໍມີການປະທ້ວງ ຂອງປະຊາຊົນພະມ້າ ຕາມຫົວເມືອງໃຫຍ່-ນ້ອຍ ຕ່າງໆ ເພື່ອສະແດງອອກໃຫ້ເຫັນ ໃນການຕໍ່ຕ້ານການຣັຖປະທານ ທີ່ທຳລາຍປະຊາທິປະຕັຍ ທົ່ວປະເທດພະມ້າ ແລະ ກອງທັບພະມ້າ ກໍໄດ້ປາບປາມຜູ້ປະທ້ວງ ຢ່າງຮຸນແຮງ ແລະ ນອງເລືອດທີ່ສຸດ ຈົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ເປັນຈຳນວນຫຼາຍ ແລະ ສະເພາະຜູ້ຊີວິຕ ກໍມີຜູ້ເສັຽຊີວິຕແລ້ວ ປະມານ 1,180 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.