ເກົາຫຼີເໜືອໃຕ້ ກໍາລັງຮ້ອນ


2013.03.06

ໃນວັນພຸດນີ້ ເກົາຫລີໃຕ້ ເຕືອນວ່າ ຈະຕອບໂຕ້ ການກະທໍາ ທຸກຢ່າງ ທີ່ທ້າທາຍ ຫຼື ເກາະຜິດ ຂອງ ເກົາຫລີເໜືອ ພາຍຫລັງ ທີ່ ເກົາຫລີເໜືອ ນາບຂູ່ ວ່າຈະຈີກ ສັນຍາ ຢຸດຍິງ ທີ່ເຮັດໃຫ້ ສົງຄາມ ເກົາຫລີ ສິ້ນສຸດ ລົງ ໃນປີ 1953 ນັ້ນ.

ນາຍພົນ Kim Uong-Hyun ກ່າວຕໍ່ ສື່ມວນຊົນ ວ່າ ຫາກ ເກົາຫລີເໜືອ ດໍາເນີນ ການທ້າທາຍ ທີ່ຂົ່ມຂູ່ ຊີວິດ ແລະ ຄວາມປອດພັຍ ຂອງ ປະຊາຊົນ ເກົາຫລີໃຕ້ ກອງທັບ ເກົາຫລີໃຕ້ ກໍຈະໂຕ້ຕອບ ຢ່າງແຂງແຮງ ແລະ ເດັດດ່ຽວ.

ສົງຄາມ ເກົາຫລີ ໃນປີ 1950 ຫາ 1953 ສິ້ນສຸດລົງ ດ້ວຍສັນຍາ ສງົບເສິກ ແຕ່ບໍ່ແມ່ນ ສັນຍາ ຕົກລົງ ສັນຕິພາບ ຊຶ່ງ ຕາມຫລັກການ ແລ້ວ ທັງ 2 ເກົາຫລີ ກໍຍັງຢູ່ໃນ ພາວະ ມີສົງຄາມ ຕໍ່ກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.