ຊາວວຽດນາມ, ກັມພູຊາ ຍັງຖືກຍາດແຍ່ງທີ່ດິນ ຄືຊາວລາວ

ອຸ່ນແກ້ວ
2023.04.08
ຊາວວຽດນາມ, ກັມພູຊາ ຍັງຖືກຍາດແຍ່ງທີ່ດິນ ຄືຊາວລາວ ຊາວບ້ານ ປະທະ ກັບຕໍາຣວດ ຈະຣາຈົນ ວຽດນາ ກ່ຽວກັບເຣື່ອງ ບັນຫາທີ່ດິນ ປີ 2022 ຢູ່ ແຂວງດັກລັກ ພາກກາງວຽດນາມ.
ນັກຂ່າວ ພົລເມືອງ

ມີຜູ້ປະທ້ວງຊາວກັມພູຊາຫຼາຍ 100 ຄົນ ພາກັນເດີນທາງ ດ້ວຍການຍ່າງເຂົ້າມາ ນະຄອນຫລວງ ພະນົມເປນ ປະເທດກັມພູຊາ ເພື່ອຍື່ນໜັງສືຮ້ອງທຸກຕໍ່ຣັຖບານ ກັມພູຊາ ກ່ຽວກັບຂໍ້ຂັດແຍ່ງທີ່ດິນ ຂອງເຂົາເຈົ້າທີ່ບໍ່ໄດ້ຮັບການແກ້ໄຂ ມາເປັນເວລາດົນນານ. ໃນເດືອນມີນາ ທີ່ຜ່ານມາ, ບັນດາຜູ້ປະທ້ວງຫຼາຍ 100 ຄົນ ຕ້ອງໄດ້ພາກັນຍ່າງ ເປັນໄລຍະທາງ 20 ກິໂລແມັດ ເຂົ້າມານະຄອນຫລວງພະນົມເປນ ຍ້ອນວ່າ ເຈົ້າໜ້າທີ່ ທາງການ ໄດ້ຂັດຂວາງ ແລະ ກີດກັ້ນ ຂະບວນຣົຖຂອງຜູ້ປະທ້ວງ ບໍ່ໃຫ້ເຂົ້າມານະຄອນຫລວງພະນົມເປນ.​

ຜູ້ປະທ້ວງຄົນນຶ່ງ ກ່າວວ່າ:

“ມັນມີຄວາມຫຍຸ້ງຍາກ ລໍາບາກຫຼາຍ ແຕ່ວ່າ ພວກເຮົາຕ້ອງອົດທົນ ຍ້ອນວ່າ ພວກເຮົາບໍ່ມີດິນທໍາມາຫາກິນ ເພື່ອລ້ຽງລູກຂອງພວກເຮົາ. ຊາວບ້ານຫຼາຍຄົນ ພາກັນກັບມາຈາກຕ່າງປະເທດ. ຄອບຄົວຂອງພວກເຮົາ ກໍແຕກຊະນະໂມ. ໃນຖານະເປັນແມ່ຍິງ ຂ້ອຍກໍໄດ້ຮັບຄວາທຸກຫຼາຍ. ຜົວຂອງຂ້ອຍກໍບໍ່ສະບາຍ ຍ້ອນວ່າ ລາວສູນເສັຽທີ່ດິນ.”

ຂໍ້ຂັດແຍ່ງທີ່ດິນເກີດຂຶ້ນ ຍ້ອນວ່າ ເຈົ້າໜ້າທີ່ຣັຖບານ ໄດ້ເອົາດິນໃຫ້ບໍຣິສັດເອກກະຊົນ ສັມປະທານເພື່ອປູກອ້ອຍ ສົ່ງເຂົ້າໂຮງງານນໍ້າຕານ.

ຊາວບ້ານກ່າວວ່າ ບໍຣິສັດ ມາເອົາດິນຂອງເຂົາເຈົ້າ. ຂໍ້ຂັດແຍ່ງທີ່ດິນ ເກີດຂຶ້ນເປັນເຣື່ອງປົກກະຕິ ຢູ່ປະເທດ ກັມພູຊາ ຄືກັນກັບ ປະເທດອື່ນໆ ຢູ່ເອເຊັຽ ຕາເວັນອອກ ສ່ຽງໃຕ້ ລວມທັງລາວ.​

ຣັຖບານກັມພູຊາ ໄດ້ຍຶດເອົາດິນຊາວບ້ານ ເພື່ອສ້າງໂຄງການ ອະສັງຫາລິມະຊັບ ດ້ວຍການໃຫ້ຄ່າຊົດເຊີຍແກ່ຊາວບ້ານໜ້ອຍ ຫຼື ບາງກໍຣະນີ ຊາວບ້ານ ກໍບໍ່ໄດ້ຄ່າຊົດເຊີຍເລີຍ.

ຂໍ້ຂັດແຍ່ງທີ່ດິນຢູ່ປະເທດວຽດນາມ. ໃນປີ 2022 ທີ່ຜ່ານມາ, ຢູ່ປະເທດວຽດນາມ ກໍມີຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວນາ ແລະ ເຈົ້າໜ້າທີ່ຣັຖ.​ ມີເຈົ້າໜ້າທີ່ຕໍາຣວດວຽດນາມ ໄດ້ປະທະກັບ ຊາວບ້ານ ທີ່ເປັນເຈົ້າຂອງທີ່ດິນ ຢູ່ແຂວງດັກລັກ ພາກກາງຂອງວຽດນາມ ຍ້ອນວ່າ ຊາວບ້ານ ໄດ້ກັກໂຕ ຜູ້ຊາຍ 3 ຄົນ ທີ່ໃຊ້ຈັກຕັດໄມ້ ເຂົ້າມາຕັດຕົ້ນອາເຟ ແລະ ຖົ່ວລຽນຂອງຊາວບ້ານ. ຜູ້ຊາຍ 3 ຄົນ ທີ່ເຂົ້າມາຕັດຕົ້ນໄມ້ຂອງຊາວບ້ານ ເປັນຄົນຂອງບໍຣິສັດກາເຟ ທີ່ມີຂໍ້ຂັດແຍ່ງເຣື່ອງສັນຍາ ການຊື້ກາເຟກັບຊາວບ້ານ.​ ສະນັ້ນ ທາງການແຂວງດັກລັກ ຂອງວຽດນາມ ຈຶ່ງສົ່ງເຈົ້າໜ້າທີ່ຕໍາຣວດ ປາບຈະຣາຈົນ ເພື່ອຊ່ວຍຜູ້ຊາຍ 3 ຄົນ ທີ່ຖືກກັກໂຕຢູ່ນັ້ນ. ບຸກຄົນທີ່ເຫັນເຫດການ ໄດ້ກ່າວວ່າ ເຈົ້າໜ້າທີ່ໃຊ້ກະບອງຕີຊາວບ້ານ ແລະ ຈັບຊາວບ້ານ 25 ຄົນ. ຕໍ່ມາເຈົ້າໜ້າທີ່ຕໍາຣວດ ກໍປ່ອຍໂຕຊາວບ້ານ 18 ຄົນ, ສ່ວນວ່າ ອີກ 7​ ຄົນ ທີ່ເຫຼືອ ກໍຍັງຖືກກັກຂັງຢູ່.

ສະເພາະຂໍ້ຂັດແຍ່ງທີ່ດິນຢູ່ປະເທດລາວ. ໃນ​ວັນທີ 10 ເມສາ 2022​ທີ່ຜ່ານມາ, ມີປະຊາຊົນ 5 ຄົນ ຖືກເຈົ້າໜ້າທີ່ ທະຫານນະຄອນຫລວງວຽງຈັນ ຈັບ​​ໄປ ຫຼັງຈາກທີ່ມີການຖົກຖຽງ ເຣື່ອງບັນຫາທີ່ດິນ. ຊາວບ້ານຜູ້ທີ່ອ້າງສິດ ເປັນເຈົ້າຂອງທີ່ດິນ ໃນເຂດດັ່ງກ່າວ ມີປະມານ 40 ຄອບຄົວ,ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ, ປະຊາຊົນທີ່ອ້າງກຳມະສິດ ທີ່ດິນລວມມີ ປະຊາຊົນບ້ານ ສີສະຫວາດ (ຫຼື ບ້ານໂພນແຕ້ເກົ່າ) ແລະ ປະຊາຊົນ ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ສ່ວນວ່າ ຊາວບ້ານ 5 ຄົນ ທີ່ຖືກຈັບນັ້ນ ມາຈາກບ້ານຫ້ວຍນ້ຳເຢັນ ແລະ ໃນເວລາ ຕໍ່ມາ ຊາວບ້ານ ທັງ 5 ຄົນ ກໍໄດ້ຮັບການປ່ອຍໂຕ. ອີກກໍຣະນີນຶ່ງ ກໍຄື ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ຖືກຈັບ ໃນປີ 2017, ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງ ທີ່ດິນ ໂດຍທີ່ທາງການແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມ ສັມປະທານ. ປັດຈຸບັນ ຍັງເຫຼືອຊາວບ້ານອີກ 5 ຄົນ ທີ່ຊື່ ທ້າວ ສຸວັນ, ທ້າວ ວິຄຳ, ທ້າວ ບຸນສົດ, ທ້າວ ບຸນແລງ ແລະ ບຸນເຕັ້ຽ ຍັງຖືກຂັງຄຸກຢູ່.

ກ່ຽວກັບເຣື່ອງນີ້, ອົງການສິດທິມະນຸດ ເວົ້າວ່າ ການຈັບຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ເປັນໄປຕາມກົດໝາຍ ແລະ ເປັນການລະເມີດສິດທິມະນຸດ ຢ່າງຈະແຈ້ງ ພ້ອມກັບຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວຊາວບ້ານ ໃຫ້ເປັນອິສຣະ.

ທ່ານ Phil Robertson, ຮ້ອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ປະຈຳເຂດເອເຊັຽ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

"ຄວາມຈິງກໍຄື, ປະຊາຊົນຖືກຣັຖບານດຳເນີນຄະດີນັ້ນ, ເປັນທີ່ກະຈ່າງວ່າ ມັນເປັນການລະເມີດສິດທິມະນຸດ. ຣັຖບານລາວຄວນ ຍົກເລີກ ການດຳເນີນຄະດີປະຊາຊົນ ແລະ ປ່ອຍຕົວເຂົາເຈົ້າທັນທີ ພ້ອມທັງໃຫ້ຄ່າຊົດເຊີຍ ທີ່ເຂົາເຈົ້າຖືກຕິດຄຸກຢູ່ຫຼາຍປີ, ໂດຍທີ່ເຂົາເຈົ້າບໍ່ມີຄວາມຜິດຫຍັງ ລວມທັງຄ່າຊົດເຊີຍ ທີ່ເຂົາເຈົ້າເສັຽ ທີ່ດິນນຳອີກ."

ປະຊາຊົນ ອອກມາຮຽກຮ້ອງ ຄວາມເປັນທັມ ແລະ ເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດ, ແຕ່ຜັດຖືກເຈົ້າໜ້າທີ່ຈັບກຸມ.

ທ່ານ Phil Robertson ກ່າວຕື່ມອີກວ່າ ຄວາມຈິງກໍຄືວ່າ ປະຊາຊົນຄວນຈະມີສ່ວນຮ່ວມ ໃນການໂອ້ລົມ ແລະເຈຣະຈາກ່ຽວກັບ ຄ່າຊົດເຊີຍ ແຕ່ພວກເຮົາກໍຮູ້ວ່າ ຢູ່ປະເທດລາວ ມັນເປັນຄືແນວໃດ, ຣັຖບານໄດ້ຕັດສິນໃຈ ແລະ ສັ່ງໃຫ້ທຸກຄົນເຮັດ ສິ່ງທີ່ຕ້ອງການ ແລະ ຣັຖບານບໍ່ມັກໃຫ້ຜູ້ໃດ ມາຕໍ່ວ່າຕໍ່ຂານ ຫຼື ບໍ່ມັກຜູ້ທີ່ວິຈານຣັຖບານ ໃນເວລາທີ່ຣັຖບານ ເຮັດສິ່ງທີ່ຜິດພາດ ກໍຄື ກໍຣະນີ ຊາວບ້ານຢຶບ ທີ່ຖືກຈັບນີ້.

ກົດໝາຍຢູ່ປະເທດລາວ ມີຫຼາຍສະບັບ ທີ່ພົວພັນກັບການປົກປ້ອງສິດທິ ຂັ້ນພື້ນຖານຂອງປະຊາຊົນ, ແຕ່ ໃນການປະຕິບັດ ບໍ່ເປັນໄປຕາມມາຕຖານ ສິດທິມະນຸດສາກົນ.

Phil Robertson ກ່າວຕື່ມອີກວ່າ: ທາງການລາວຈະເວົ້າວ່າ ໄດ້ມີການປະຕິບັດກົດໝາຍ ແຕ່ບັນຫາ ກໍຄື ກົດໝາຍບໍ່ເປັນໄປຕາມ ມາຕຖານສິດທິມະນຸດສາກົນ. ປະຊາຊົນກໍຮູ້ວ່າ ຜ່ານມາ ເຂົາເຈົ້າໄດ້ເສັຽຜົນປໂຍດຫຍັງ.

ລະບຽບກົດໝາຍ ຢູ່ປະເທດລາວ ບໍ່ໄດ້ຖືກນຳໃຊ້ຢ່າງເປັນອິສຣະ ຕາມຫຼັກການຣັຖແຫ່ງກົດໝາຍ, ແຕ່ຈະຖືກປະຕິບັດຕາມແນວຄິດ ຂອງຜູ້ນຳຂັ້ນສູງ.

ທ່ານ Philip Alston ອາດີດຜູ້ຣາຍງານພິເສດ ເຣື່ອງສິດທິມະນຸດ ແລະຄວາມທຸກຍາກ ປະຈໍາສະຫະປະຊາຊາຕ ໄດ້ກ່າວຕໍ່ວິທະຍຸ ເອເຊັຽ ເສຣີ ວ່າ:

ລະບົບກົດໝາຍ ຂອງລາວ ຂຶ້ນກັບແນວຄວາມຄິດ ຂອງການນຳພາ ຂອງພັກຢ່າງດຽວ. ການປະຕິບັດກົດໝາຍ ບໍ່ມີຄວາມເປັນ ອິສຣະ. ຕຳຣວດ ແລະ ເຈົ້າໜ້າທີ່ສານ ເຂົ້າໃຈບົດບາດຂອງຕົນ ເພື່ອປະຕິບັດຕາມຄຳສັ່ງຂອງຣັຖບານ ແທນທີ່ຈະເຮັດໃຫ້ເກີດ ຄວາມຍຸຕິທັມ.

ທ່ານ Philip Alston ຍັງກ່າວຕື່ມອີກວ່າ ຜູ້ບໍຣິຈາກຕ່າງປະເທດ ແລະພາກສ່ວນອື່ນ ໄດ້ເນັ້ນເຖິງຄວາມສຳຄັນຂອງ ລະບຽບ ກົດໝາຍ ແລະ ສະນັ້ນນັບແຕ່ປີ 2010 ສປປ ລາວ ໄດ້ມີຍຸທສາດ ຢ່າງເປັນທາງການ ເພື່ອສົ່ງເສີມແນວທາງທີ່ຟື້ນຟູ ລະບຽບ ກົດໝາຍ. ໃນຄວາມເປັນຈິງ, ນີ້ເປັນວິທີການຕົບຕາ ຜູ້ບໍຣິຈາກ ແລະ ອົງການຈັດຕັ້ງສາກົລ, ແຕ່ວ່າ ບໍ່ມີການນຳໃຊ້ລະບຽບ ກົດໝາຍໃນລາວ.

ນັບແຕ່ມີການເປີດນະໂຍບາຍ ການລົງທຶນໃຫ້ນັກລົງທຶນ ຕ່າງປະເທດ ນັບແຕ່ຊຸມປີ 1990 ເປັນຕົ້ນມາ, ຣັຖບານລາວໄດ້ມີ ນະໂຍບາຍ ຫັນທີ່ດິນເປັນທຶນ ໂດຍເອົາທີ່ດິນ ໃຫ້ນັກລົງທຶນເຊົ່າ ແລະ ສັມປະທານ, ແຕ່ມັນໄດ້ສົ່ງຜົນກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ. ທ່ານ Philip Alston ໄດ້ກ່າວວ່າ:

ຣັຖບານໄດ້ໃຫ້ບູຣິມະສິດ ການໂອນທີ່ດິນໃຫ້ເປັນຜົນປໂຍດ ທາງການຄ້າ ຫຼາຍກວ່າສິດທິ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທັມມະດາ. ປະຊາຊົນທີ່ທຸກຍາກ ເປັນຜູ້ທີ່ໄດ້ຮັບ ຜົນກະທົບຫຼາຍທີ່ສຸດ ແລະ ບຸກຄົນມີຖານະ ໃນພັກ ແລະ ພັກພວກຂອງຄົນ ເຫຼົ່ານັ້ນ ເປັນຜູ້ທີ່ໄດ້ຮັບຜົນປໂຍດທັງໝົດ ພຽງແຕ່ຝ່າຍດຽວ. ເພື່ອເຮັດໃຫ້ລະບົບດັ່ງກ່າວມີ ປະສິດທິພາບ, ຣັຖບານ ໄດ້ຂັດຂວາງ ຂັ້ນຕອນການຮ້ອງທຸກ ແລະ ຂາດຄວາມຮັບຜິດຊອບ ແລະ ຖ້າວ່າຊາວບ້ານຄົນໃດ ຮ້ອງທຸກ ເຂົາຈະຖືກລົງໂທດ.

ຣັຖບານໄດ້ມີນະໂຍບາຍ ເພື່ອໃຫ້ເສຖກິດເຕີບໂຕຫຼາຍເທົ່າໃດ, ຍິ່ງສົ່ງຜົນກະທົບຫຼາຍເທົ່ານັ້ນ, ແລະ ແນວທາງການລຶບລ້າງ ຄວາມທຸກຍາກ ຍັງສົ່ງຜົນກະທົບຫຼາຍຂຶ້ນຕື່ມ.

ທ່ານ Philip Alston ກ່າວວ່າ ໃນຂນະທີ່ຂ້າພະເຈົ້າໄດ້ກ່າວຕໍ່ ສະພາສິດທິມະນຸດ ສະຫະປະຊາຊາຕ ໃນປີ 2019 ວ່ານອກຈາກ ບັນຫາຄວາມທຸກຍາກໃນລາວແລ້ວ, ຍຸທສາດ ການເຕີບໂຕທາງດ້ານ ເສຖກິດຂອງ ສປປ ລາວ ໄດ້ທຳລາຍການດຳລົງຊີວິດ [ຂອງປະຊາຊົນ] ຢ່າງຕໍ່ເນື່ອງ, ໄດ້ສ້າງ ຫຼື ເຮັດໃຫ້ເກີດຄວາມສ່ຽງຫຼາຍຂຶ້ນ, ແລະ ເຮັດໃຫ້ຫຼາຍກຸ່ມຄົນ ມີຄວາມທຸກຍາກ. ບາງແນວທາງໃນການລຶບລ້າງຄວາມທຸກຍາກ ໄດ້ໄປລະເມີດສິດທິ ຂອງ ປະຊາຊົນທີ່ ທຸກຍາກ ແລະ ປະຊາຊົນ ທີ່ເປັນຊົນ ກຸ່ມນ້ອຍ.

ນອກຈາກນີ້ ທ່ານ Phil Robertson ກ່າວຕື່ມອີກວ່າ ທຸກຄົນກໍຮູ້ວ່າ ສະພາບຄຸກຢູ່ລາວ ຂີ້ຮ້າຍຂນາດໃດ, ຂາດຫຼັກອານາມັຍ ແລະ ຂາດອະຫານທີ່ເໝາະສົມ. ບັນຫາທັງໝົດ ເກີດຂຶ້ນກັບນັກໂທດ ທີ່ຖືກຄຸມຂັງ ກໍຄື, ເຂົາເຈົ້າມີບັນຫາທາງດ້ານສຸຂພາບ.

ການຈັບຕົວຊາວບ້ານຢຶບ ມັນບໍ່ຍຸຕິທັມ ເພາະວ່າ ເຂົາເຈົ້າບໍ່ພຽງແຕ່ເສັຽທີ່ດິນ ເທົ່ານັ້ນ ແຕ່ເຂົາຍັງຖືກຈັບອີກດ້ວຍ. ປະຊາຊົນ ຜູ້ທີ່ເຄື່ອນໄຫວເຣື່ອງສິດນຳໃຊ້ທີ່ດິນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

"ບໍ່ຍຸຕິທັມແຫຼະ ເອົາຂອງເຂົາລະມາເຮັດ [ຈັບ] ເຂົາ, ມັນຊິເປັນເບາະແນວນັ້ນ, ເຈົ້າຊິເອົາຄົນອື່ນມາບັງຄັບ ຄົນລາວ ມັນຊິເປັນ ເບາະ, ມັນບໍ່ຖືກຫັ້ນແຫຼະ ຄັນຊິເວົ້າຫັ້ນນ່າ ຂ້ອຍວ່າ ມັນບໍ່ຖືກແຫຼະ, ຂັ້ນເຮັດແນວນັ້ນ ມັນບໍ່ຖືກທາງດ້ານກົດໝາຍ ຫັ້ນແຫຼວ, ຄັນເວົ້າແທ້ ເຣື່ອງກັມມະສິດ ຂອງປະຊາຊົນເນາະ ບຸກຄົນແຕ່ລະຄົນ ຫັ້ນນ່າ ເຣື່ອງທີ່ດິນຫັ້ນ ເຂົາກະມີສິດ ຫັ້ນແຫຼວ."

ເຈົ້າໜ້າທີ່ ແຂວງເຊກອງ ໄດ້ຕັ້ງຂໍ້ກ່າວຫາ ກັບຊາວບ້ານຢຶບ 6 ຂໍ້:

  1. ການແບ່ງແຍກ ຄວາມສາມັກຄີ;
  2. ການເຕົ້າໂຮມ ກຸ່ມຄົນ ສ້າງຄວາມປັ່ນປ່ວນ;
  3. ການທຳລາຍ ຊັບສິນພົລເມືອງ;
  4. ການທຳລາຍ ເຄື່ອງປູກຂອງຝັງ;
  5. ການຂັດຂວາງ ການປະຕິບັດງານ ຂອງເຈົ້າໜ້າທີ່;
  6. ການຫມິ່ນປມາດ ເຈົ້າໜ້າທີ່.

ນອກຈາກນີ້ ຍັງມີອີກຫຼາຍກໍຣະນີ ເຣື່ອງຂໍ້ຂັດແຍ່ງ ທີ່ດິນເກີດຂຶ້ນຫຼາຍ ຢູ່ໃນປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.