ຖາງ-ຈູດ ປ່າ ຢູ່ ຝົ້ງສາລີ ຫລຸດລົງ

ພື້ນທີ່ ການຖາງປ່າ ຢູ່ແຂວງ ຝົ້ງສາລີ ຫລຸດລົງປະມານ 85 ຫາ 90 ສ່ວນຮ້ອຍ

0:00 / 0:00

ເຈົ້າໜ້າທີ່ຈາກ ຫ້ອງການ ສິ່ງແວດລ້ອມ ແຂວງຝົ້ງສາລີ ໄດ້ເປີດເຜີຍວ່າ ຫລັງຈາກການ ປ່ຽນແປງກົດໝາຍ ຫ້າມປາມ ກວດກາ ຢ່າງເຂັ້ມງວດແລະ ການຈັດຫາ ອາຊີບ ທີ່ໝັ້ນຄົງໃຫ້ ປະຊາຊົນ ທີ່ເຄີຍຖາງປ່າ ເປັນອາຊີບ ແຕ່ກ່ອນ ບາດນີ້ ອັດຕຣາຈຳນວນ ການຖາງປ່າໄດ້ ຫລຸດລົງ ດັ່ງທ່ານໄດ້ ເວົ້າວ່າ:

ດຽວນີ້ ເນື້ອທີ່ການ ຖາງປ່າເຮັດໄຮ່ ຫລຸດລົງຈາກ 25,000 ເຮັກຕາ ຢູ່ໃນປີ 2003 ນີ້ແລະເຫລືອໄລ່ ມາຮອດມື້ນີ້ ກໍຍັງເຫລືອແຕ່ 5,100 ເຮັກຕາ ກໍຫລຸດປະມານ 85-90%

ທ່ານເວົ້າອີກວ່າ ກົດໝາຍໃໝ່ ທີ່ໃຊ້ບັງຄັບ ໄດ້ຜົນດີ ນອກຈາກນີ້ ທາງແຂວງຍັງໄດ້ ປັບປຸງ ຄຸນນະພາບ ໃນການຮັກສາປ່າ ແລະຟື້ນຟູ ສະພາບຂອງ ປ່າໄມ້. ສຳລັບ ປະຊາຊົນ ທີ່ຍັງບໍ່ຢຸດ ການຖາງປ່າ ກໍເພາະວ່າ ອາຊີບໃໝ່ທີ່ ທາງການຫາໃຫ້ ນັ້ນຍັງບໍ່ມີ ຄວາມໝັ້ນຄົງແລະ ແນ່ນອນຕໍ່ ການຫາລາຍໄດ້ ຂອງພວກຂະເຈົ້າ.

ເຖິງຢ່າງໃດ ກໍຕາມ ທາງການແຂວງ ກໍມີທາງອອກ ໃຫ້ພວກຂະເຈົ້າ ເລືອກ 4 ທາງ ເພື່ອແກ້ໄຂ ບັນຫາການ ຖາງປ່ານີ້ ດັ່ງເຈົ້າໜ້າທີ່ ໄດ້ອະທິບາຍວ່າ:

ນຶ່ງມາ ຜູ້ມີນານັ້ນ ໃຫ້ເພີ້ມ ປະສິດທິພາບ ໃນການຜລິດ ອັນທີສອງ ມານີ້ຫັນໄປ ສູ່ການປູກພືດ ອຸດສາຫະກັມ ແລະຕົ້ນໄມ້ ອຸດສາຫະກັມ ທາງອອກທີສາມ ຫັນໄປ ລ້ຽງສັດ ທາງອອກທີສີ່ ຫັນໄປສູ່ການ ເຮັດບໍລິການ ການຄ້າການຂາຍ ການທ່ອງທ່ຽວ.

ອີກອັນນຶ່ງ ທ່ານໄດ້ເວົ້າ ສລຸບວ່າ ຕາມນະໂຍບາຍ ຂອງຣັຖບານ ທາງອອກ 4 ທາງທີ່ມີໃຫ້ ກັບປະຊາຊົນ ເພື່ອໃຫ້ຢຸດການ ຖາງປ່າ ຕ້ອງເຮັດໃຫ້ ສຳເຣັດພາຍ ໃນປີ 2010 ຊຶ່ງໃນ ປັດຈຸບັນນີ້ ຖືວ່າໄດ້ຮັບ ຜົນເກີນຄາດໝາຍ ໄປໃນຂັ້ນນຶ່ງ ແລ້ວຍ້ອນວ່າ ລະດັບຄວາມ ທຸກຍາກຂາດເຂີນ ຂອງປະຊາຊົນ ໄດ້ຫລຸດລົງ.