ຈີນຢາກເຈຣະຈາ ບັນຫາເກົາຫລີເໜືອ
ຈີນ ຮຽກຮ້ອງ ໃຫ້ ສະຫະຣັຖ ອະເມຣິກາ ເກົາຫລີໃຕ້ ແລະ ຍີ່ປຸ່ນ ພິຈາຣະນາ ຢ່າງຈິງຈັງ ແລະ ດໍາເນີນການ ຢ່າງສ້າງສັນ ກ່ຽວກັບ ຄໍາຮຽກຮ້ອງ ຂອງຕົນ ເລື້ອງການ ເຈຣະຈາ ຮອບສຸກເສີນ ເພື່ອແກ້ໄຂ ວິກິດການ ໃນແຫລມ ເກົາຫລີ.
-
ມະນີຈັນ
2010-12-01 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຕາມຄໍາເວົ້າ ຂອງທ່ານ Hong Lei ຣັຖມົນຕຣີ ການຕ່າງ ປະເທດຈີນ ທີ່ກ່າວຕໍ່ ສື່ມວນຊົນ ໃນວັນ ອັງຄານນີ້. ທັງ 3 ປະເທດ ສະຫະຣັຖ ເກົາຫລີໃຕ້ ແລະ ຍີ່ປຸ່ນ ປາກົດວ່າ ຕອບຄໍາຮຽກຮ້ອງ ດັ່ງກ່າວ ຂອງຈີນ ແບບເຢັນຊາ ພາຍຫລັງທີ່ ເກົາຫລີເໜືອ ໄດ້ຍິ່ງປືນໃຫຍ່ ຖລົ່ມເກາະ ຂອງ ເກົາຫລີໃຕ້ ອັນເຮັດໃຫ້ ມີຜູ້ເສັຽຊີວິດ 4 ຄົນ. ຈີນ ຢູ່ໃນສະພາບ ຖືກກົດດັນ ຫລາຍເພີ້ມຂຶ້ນ ຈາກ ປະຊາຄົມ ສາກົລ ເພື່ອໃຫ້ ຍັບຍັ້ງ ເກົາຫລີເໜືອ ຊຶ່ງບໍ່ມີຜູ້ໃດ ຄາດການໄດ້ວ່າ ແມ່ນຫຍັງ ຈະເກີດຂຶ້ນ ຕື່ມອີກ. ຈີນ ຊຶ່ງເປັນ ເພື່ອນມິດ ທີ່ໃກ້ຊິດ ແລະ ເປັນແຫລ່ງທີ່ມາ ຂອງການ ສນັບສນູນ ດ້ານເສຖກິດ ແລະ ອື່ນໆສໍາລັບ ເກົາຫລີເໜືອ, ຈີນ ບໍ່ຍອມປະນາມ ເກົາຫລີເໜືອ ທີ່ຜ່ານມາ.
ເມື່ອວັນອາທິດ ຈີນ ໄດ້ສເນີ ໃຫ້ຜູ້ຕາງໜ້າ 6 ປະເທດ ພາຄີ ເຈຣະຈາ ກ່ຽວກັບການ ປົດອາວຸດ ນິວເຄລັຽ ເກົາຫລີເໜືອ ນັ້ນ ປະຊຸມກັນ ໃນຣະຫວ່າງ 10 ວັນທໍາອິດ ຂອງ ເດືອນທັນວາ ນີ້ ເພື່ອຫາຣື ເປັນກໍຣະນີ ສຸກເສີນ ຢູ່ກຸງປັກກິ່ງ. ແຕ່ເຖິງແນວໃດ ຈີນ ກໍໄດ້ເນັ້ນວ່າ ການປະຊຸມ ກັນເທື່ອນີ້ ບໍ່ໝາຍເຖິງ ການຟື້ນຟູ ການເຈຣະຈາ 6 ຝ່າຍ ຊຶ່ງຈີນເປັນ ເຈົ້າພາບມານານ ໂດຍມີ ສອງເກົາຫລີ ສະຫະຣັຖ ຍີ່ປຸ່ນ ແລະ ຣັຖເຊັຽ ເຂົ້າຮ່ວມນໍານັ້ນ ແຕ່ຢ່າງໃດເລີຍ.
ແຕ່ ສະຫະຣັຖ ກໍບໍ່ໃຫ້ ຄວາມສໍາຄັນ ໃນຄໍາ ຮຽກຮ້ອງ ຂອງຈີນ ໂດຍບອກວ່າ ກ່ອນອື່ນໝົດ ເກົາຫລີເໜືອ ຕ້ອງປ່ຽນແປງ ພຶດຕິກັມ ຂອງຕົນ. ເກົາຫລີໃຕ້ ແລະ ຍີ່ປຸ່ນ ກໍຄັດຄ້ານ ເຊັ່ນກັນ ແລະ ໃນວັນ ອັງຄານ ນີ້ ຖ້າມກາງ ຄວາມເຄັ່ງຕຶງ ເຈົ້າໜ້າທີ່ ຂັ້ນສູງ ເກົາຫລີເໜືອ ເດີນທາງໄປ ກຸງປັກກິ່ງ. ກະຊວງການ ຕ່າງປະເທດ ຍີ່ປຸ່ນ ກໍວ່າໄດ້ ສົ່ງຜູ້ຕາງໜ້າ ຂອງຕົນ ໄປຈີນ. ແຕ່ຈີນ ບໍ່ໃຫ້ ລາຍລະອຽດໃດໆ ກ່ຽວກັບ ເລື່ອງນີ້ ມີແຕ່ວ່າ ຈີນ ຕິດຕໍ່ກັບ ທຸກປະເທດ ພາຄີ ໃນຮູບແບບຕ່າງໆ.