ພວກຕໍ່ຕ້ານຣັຖບານລີເບັຽ ຍຶດໂຮງງານນໍ້າມັນໄດ້

ກໍາລັງປະກອບ ອາວຸທ ທີ່ຕໍ່ຕ້ານ ຣັຖບາລ ລີເບັຽ ສາມາຖຍຶດ ທີ່ໝັ້ນ ແລະໂຮງງານ ກັ່ນນໍ້າມັນ ຄືນໄດ້ 2 ແຫ່ງ ແລະ ເຄື່ອນກໍາລັງ ໄປຍັງທາງ ຕາເວັນຕົກ ເພື່ອມຸ້ງໜ້າ ເຂົ້າໄປໃນເຂຕ ກຸງຕຣີໂປລີ Tripoli.

0:00 / 0:00

ກົດຟັງສຽງ

ອົງກາຣຂ່າວ AP ແຈ້ງວ່າ ກຳລັງປະກອບ ອາວຸທ ຕໍ່ຕ້ານຣັຖບາລ ໄດ້ຍຶດເມືອງ Brega ພ້ອມກັບສາງນ້ຳມັນ ຢູ່ໃນໃກ້ເມືອງ Ras Lanouf ຄືນ ແລະ ສາງນ້ຳມັນ ໃນແຄມຝັ່ງ ມະຫາສະມຸດ ທາງເຂຕຕາເວັນອອກ ຂອງລີເບັຽ ໄດ້ພ້ອມກັນ ໃນມື້ວັນອາທິຕ ຜ່ານມານີ້, ຊຶ່ງສາງນ້ຳມັນ ທັງສອງແຫ່ງ ເປັນເຂຕທີ່ລີເບັຽ ຜລິຕໄດ້ເປັນ ສ່ວນໃຫຍ່ ໃນປະຣິມານ ທັງໝົດ 1.5 ລ້ານຖັງ ເພື່ອກາຣສົ່ງອອກໃນ ແຕ່ລະມື້.

ທາງອົງກາຣຂ່າວ AP ໄດ້ແຈ້ງເພີ່ມວ່າ ທາງກຳລັງປະກອບ ອາວຸທ ທີ່ຕໍ່ຕ້ານ ຣັຖບາລລີເບັຽ ມາແຕ່ກາງເດືອນ ກຸມພາ ຜ່ານມາ ສາມາຖເຂົ້າຍຶດ ເຂຕສາງນ້ຳມັນ ດັ່ງກ່າວໄດ້ ພາຍຫລັງ ທີ່ເຮືອບິນຂອງ ຝ່າຍພັນທະມິຕ ໄດ້ທຳລາຍ ເຂຕທີ່ໝັ້ນ ຂອງຝ່າຍຣັຖບາລ ໃນຣະຍະທີ່ ຜ່ານມາ.

ຢ່າງໃດກໍຕາມ ທ່ານ Ali Tarhoni ເຈົ້າໜ້າທີ່ ດ້ານເສຖກິຈ ຂອງກຳລັງປະກອບ ອາວຸທ ທີ່ຕໍ່ຕ້ານຣັຖບາລ ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ ໄດ້ມີກາຣຕົກລົງ ກັບທາງກາຣ ຂອງຣັຖບາລ Qatar ທີ່ຈະຮັບນຳເອົາ ນ້ຳມັນດິບ ຈາກເຂຕສາງນ້ຳມັນ ທັງ 2 ແຫ່ງ ທີ່ຍຶດໄດ້ ດັ່ງກ່າວນີ້ ເພື່ອສົ່ງຂາຍຕໍ່ ໄປຍັງປະເທສ ໃນກຸ່ມຕລາດໂລກ ທີ່ຈະເຣີ່ມຂຶ້ນ ພາຍໃນສັປດາ ນີ້ເອງ ຊຶ່ງໃນຂັ້ນຕົ້ນນີ້ ມີກາຣຕົກລົງ ທີ່ຈະສົ່ງອອກ ປະມານ 100,000 ຫາ 130,000 ຖັງຕໍ່ມື້ເສັຽກ່ອນ ແລະຄາດວ່າ ຈະເພີ່ມຂຶ້ນ ເຖີງປະມານ 300,000 ຖັງຕໍ່ມື້ ໃນອະນາຄົຕ ອັນໃກ້ນີ້.