ໂຄງກາຣທາງຫຼວງວຽດນາມ ເໜືອເຖິງໃຕ້ຜ່ານເຂົ້າລາວ

ວຽຕນາມ ມີໂຄງກາຣ ສ້າງທາງຫລວງ ແລະ ທາງຣົຖໄຟ ສາຍໃໝ່ ຈາກພາຄເໜືອ ເຖິງ ພາຄໃຕ້.


ກົດຟັງສຽງ

ນັກຊ່ຽວຊານ ດ້ານກາຣ ບໍຣິຫາຣ ວຽຕນາມ ສເນີ ໂຄງກາຣສ້າງ ທາງຫລວງ ແລະ ທາງຣົຖ ໄຟ ສາຍໃໝ່ ຈາກ ທາງພາຄເໜືອ ເຊື່ອມ ກຸງຮ໋າໂນຽ ຜ່ານເມືອງລາວ ເຂົ້າສູ່ ກັມພູຊາ ກ່ອນລົງໄປເຖິງ ນະຄອນ ໂຮຈິ໋ມິ໊ນ ເປັນກາຣ ແບ່ງເບົາ ກາຣນຳໃຊ້ ເສັ້ນທາງຫລວງ ແຫ່ງຊາຕ ທີ່ ເລາະລຽບ ຕາມແຄມ ຝັ່ງທະເລ ໃນປັຈຈຸບັນ ນີ້ນັ້ນ.

ທ່ານ Mai Trong Tuan ທີ່ເປັນນັກ ຂັບເຮືອບິນ ໃນອະດີດ ໄດ້ສເນີ ໂຄງກາຣສ້າງ ທາງຫລວງ ແລະ ເສັ້ນທາງຣົຖໄຟ ສາຍໃໝ່ດັ່ງກ່າວ ຢູ່ກອງປະຊຸມ ຮ່ວມບັນດາ ທີ່ປຶກສາ ຂອງສະມາຄົມ ວິທຍາສາຕ ເທຄໂນໂລຈີ ແລະ ກາຣບໍຣິຫາຣ ຢູ່ນະຄອນ ໂຮຈິມິ໋ນ ໃນມື້ວັນເສົາ ຜ່ານມານີ້.

ທ່ານ Mai Trong Tuan ໄດ້ອ້າງ ສາເຫຕວ່າ ກາຣເດີນທາງ ຕາມທາງຫລວງ ແຫ່ງຊາຕ ເລຂ 1A ຈາກ ກຸງຮ໋າໂນຽ ລົງໄປຍັງ ນະຄອນ ໂຮຈິມິ໊ນ ທີ່ມີ ຣະຍະທາງ 1,700 – 1,800 ກິໂລແມ໊ຕ ຈະຕ້ອງໃຊ້ ເວລາທັງໝົດ ເຖິງ 2 ມື້ ແລະ 2 ຄືນ ຈຶ່ງຈະຮອດ ພ້ອມຍັງ ສາມາດແລ່ນ ໄດ້ແຕ່ປະມານ 50 ກິໂລແມ໊ຕ ຕໍ່ຊົ່ວໂມງ ເທົ່ານັ້ນ ເຖິງແມ່ນ ຈະມີກາຣ ປັບປຸງ ສ້ອມແປງໃໝ່ ກໍຕາມ.

ໃນຂນະດຽວກັນ ໂຄງກາຣສ້າງ ທາງຫລວງສາຍໃໝ່ ທີ່ຈະເຊື່ອມຕໍ່ 3 ປະເທສ ອິນໂດຈີນ ທີ່ຈະມີ ຄວາມຍາວທັງໝົດ 1,410 ກິໂລແມ໊ຕ ເທົ່ານັ້ນ ຊຶ່ງກໍຮວມ ທັງ 910 ກິໂລແມ໊ຕ ທີ່ຈະຜ່ານ ຕາມເຂຕທົ່ງຮາບ ໃນເຂຕຊາຍ ແດນລາວ ແລະ ກັມພູຊາ ທີ່ຈະສາມາດ ແລ່ນຣົຖໄວ ໄດ້ເຖິງຣະຫວ່າງ 80-120 ກິໂລແມ໊ຕ ຕໍ່ຊົ່ວໂມງ ໂດຽຈະໃຊ້ ເວລາເດີນທາງ ທັງໝົດ ແຕ່ 16-18 ຊົ່ວໂມງ ເທົ່ານັ້ນ.

ສໍາຫລັບ ໂຄງກາຣ ສ້າງທາງຣົຖໄຟ ນັ້ນ ກໍຈະສາມາດ ແລ່ນໄວໄດ້ ເປັນກາຣ ປະຢັດເວລາ ຂອງກາຣເດີນທາງ ຈາກ ກຸງຮ໋າໂນຽ ໄປຍັງ ນະຄອນ ໂຮຈິມິ໊ນ ນຳອີກ ພ້ອມຍັງ ຈະສາມາດ ເຊື່ອມຕໍ່ໂຄງກາຣ ທາງຣົຖໄຟ ຫລາຍແຫ່ງ ຮວມທັງເມືອງເວ້ ດານັງ ນະຄອນຫລວງ ວຽງຈັນ ແລະ ກຸງພະນົມເປັນ ຕໍ່ໄປໃນ ອະນາຄົຕ ນັ້ນນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org