ການໃຊ້ກໍາລັງຕໍ່ ພວກປະທ້ວງໃນລີເບັຍ

ປະທານາທິບໍດີ ສະຫະຣັຖ ອະເມຣິກາ ບາຣັກ ໂອບາມາ ປະນາມ ການໃຊ້ກໍາລັງ ອັນຮຸນແຮງ ຕໍ່ພວກປະທ້ວງ ຢູ່ປະເທດ ລີເບັຍ ແລະ ຮຽກຮ້ອງໃຫ້ ຕ່າງປະເທດ ເຂົ້າຊ່ວຍ ແກ້ໄຂ.

0:00 / 0:00

ກົດຟັງສຽງ

ປະທານາທິບໍດີ ບາຣັກ ໂອບາມາ ອອກຖແລງການ ເມື່ອວັນພຸດ ທີ່ຜ່ານມາວ່າ ການນອງເລືອດ ຢູ່ລີເບັຍ ເປັນສິ່ງທີ່ ບໍ່ສາມາດຮັບໄດ້; ພວກປະທ້ວງຖືກຂ້າ ແລະ ປາບປາມຢ່າງຮຸນແຮງ. ການໃຊ້ກຳລັງ ໃນລັກສະນະນີ້ ເປັນການລະເມີດ ມາຕຖານສາກົນ ແລະ ຕ້ອງຍຸຕິໃຫ້ໄວ ເທົ່າທີ່ຈະໄວໄດ້.

ທ່ານ Jay Carney ໂຄສົກປະຈໍາ ທຳນຽບຂາວ ກ່າວວ່າ… “ປະທານາທິບໍດີ ໂອບາມາ ມີຄວາມເປັນຫ່ວງ ທີ່ສຸດ ຕໍ່ການໃຊ້ກຳລັງ ຮຸນແຮງ ແລະ ການນອງເລືອດ ທີ່ເກີດຂື້ນຢູ່ ປະເທດລີເບັຍ; ພວກເຮົາໄດ້ເວົ້າ ມາຫລາຍເທື່ອແລ້ວ ແລະ ປະທານາທິບໍດີ ໂອບາມາ ຈະກ່າວຢ້ຳອີກ ໃນຕອນແລງ ຂອງ ມື້ນີ້ຫລືມື້ອື່ນ.”

ໃນຖແລງການ ປະທານາທິບໍດີ ໂອບາມາ ກ່າວອີກວ່າ ປັດຈຸບັນ ສະຫະຣັຖ ກຳລັງສຶກສາ ເບິ່ງວ່າຈະເອົາ ມາຕການແນວໃດ ຕໍ່ສະພາບການໃນ ລີເບັຍ ມາຕການນຶ່ງ ອາດຈະແມ່ນ ຈະຊັກຊວນໃຫ້ ປະຊາຄົມໂລກ ເພິ້ມຄວາມກົດດັນ ໃຫ້ມີການຢຸດ ການໃຊ້ກຳລັງ ຮຸນແຮງ ໃນ ລີເບັຍ.

ສ່ວນ ຍານາງ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ກ່າວວ່າ ຣັຖບານ ລີເບັຍ ຕ້ອງຮັບຜິດຊອບ ຕໍ່ເຫດການ ຄວາມຮຸນແຮງ ທຸກຢ່າງ; ປັດຈຸບັນ ປະເທດ ທີ່ປະນາມ ການໃຊ້ກຳລັງ ຮຸນແຮງ ໃນລີເບັຍ ມີຈຳນວນເພິ້ມຂື້ນ ທຸກໆມື້. ໃນຂນະດຽວກັນ ປະທານທິບໍດີ ໂອບາມາ ປະກາດ ຈະຈັດສົ່ງ ຍານາງ Clinton ໄປ ນະຄອນເຈນີວາ ໂດຍດ່ວນ ເພື່ອເຂົ້າກອງປະຊຸມ ຮ່ວມກັບສະພາ ສິດທິມະນຸດ ຂອງ ສະຫະປະຊາຊາດ ທີ່ຈະ ປຶກສາຫາລືກັນ ກ່ຽວກັບ ສະພາບການໃນ ລີເບັຍ.