ສະຫະປະຊາຊາດ ລົງໂທດຜູ້ນໍາລີເບັຽ

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນນສຽງ ຢ່າງເປັນເອກສັນ ໃນການລົງໂທດ ຜູ້ນໍາ Libya ທີ່ປາບປາມ ປະຊາຊົນ ຂອງຕົນນັ້ນ.

0:00 / 0:00

ກົດຟັງສຽງ

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງ ເອົາມະຕິ ຢ່າງເປັນເອກສັນ ໃນການລົງ ໂທດຜູ້ນໍາ Libya ໂມມາ ຄາດາຟີ ເພື່ອຍັບຍັ້ງ ເຫດການນອງເລືອດ ຮວມໄປເຖິງການ ສືບສວນສອບສວນ ອາສຍາກັມ ຕ້ານມວນມະນຸດ ໃນການປາບປາມ ກຸ່ມຄົນທີ່ຄັດຄ້ານ ນໍາດ້ວຍ.

ໃນການລົງມະຕິ ໂດຍ ສະມາຊິກສະພາ ຄວາມໝັ້ນຄົງ 15 ປະເທດ ເມື່ອຄືນວັນເສົາ ຜ່ານມາ ຣະບຸເຖິງການ ຫ້າມການເດີນທາງ ແລະ ກັກຊັບສິນ ຂອງ ທ່ານຄາດາຟີ ຂອງຄອບຄົວ ຄົນໃກ້ຊິດ ເຈົ້າໜ້າທີ່ ຣະດັບສູງ ດ້ານປ້ອງ ກັນປະເທດ ຮວມຢູ່ດ້ວຍ ແລະ ຫ້າມຂົນສົ່ງ ອາວຸດທຸກຊນິດ ເຂົ້າໄປຍັງລີເບັຽ, ຊຶ່ງສະຫະປະຊາຊາດ ວ່າ ເກີດເຫດການຮຸນແຮງ ທີ່ເຮັດໃຫ້ມີຜູ້ເສັຽ ຊີວິດແລ້ວ ຫລາຍກວ່າ 1 ພັນຄົນ. ມາດາມ Susan Rice ທູດສະຫະຣັຖ ອະເມຣິກາ ປະຈໍາ ສະຫະປະຊາຊາດ ກ່າວໂດຍອີງໃສ່ ຄໍາເວົ້າ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ທີ່ວ່າ:

"ເມື່ອຜູ້ນໍາ ໃຊ້ ຄວາມຮຸນແຮງ ຕໍ່ປະຊາຊົນ ຂອງຕົນ ພຽງເພື່ອກໍາ ອໍານາດຕໍ່ໄປນັ້ນ ເຂົາໄດ້ສູນເສັຽ ຄວາມຖືກຕ້ອງ ໃນການປົກຄອງ ປະເທດໄປແລ້ວ ແລະ ຕ້ອງໄດ້ກະທໍາ ໃນສິ່ງທີ່ຖືກຕ້ອງ ສໍາລັບ ປະເທດ ຂອງເຂົາເອງ ໂດຍຍອມວາງມື ເສັຽດຽວນີ້".

ເຫດການນອງເລືອດ ທີ່ປະເທດລີເບັຽ ຖືກສະພາ ຄວາມໝັ້ນຄົງ ສົ່ງຟ້ອງສານ ອາສຍາກັມ ຣະຫວ່າງປະເທດ ICC ເພາະເປັນການສັງຫານ ປະຊາຊົນລີເບັຽ ໃນຂອບເຂດກວ້າງຂວາງ ແລະ ເປັນຣະບົບ ຊຶ່ງຖືເປັນ ອາສຍາກັມ ຕ້ານມວນມະນຸດ ໄດ້. ໃນນັ້ນ ສະຫະຣັຖ ສນັບສນູນ ເປັນຄັ້ງທໍາອິດ ເພື່ອໃຫ້ສົ່ງກໍຣະນີ ຂອງລີເບັຽ ເຖິງສານ ICC. ຈີນແລະຣັຖເຊັຽ ກໍສນັບສນູນ ມະຕິ ວ່າດ້ວຍບັນຫາລີເບັຽ ທັງໆທີ່ເຄີຍ ຄັດຄ້ານການ ລົງໂທດ ເປັນປະເທດ ປະເທດໄປ ໃນລະຍະ ທີ່ຜ່ານມາ .

ລີເບັຽ ເປັນປະເທດອາຣັບ ທໍາອິດ ທີ່ປະເຊີນກັບ ບັນຫາວຸ້ນວາຍ ທາງການເມືອງ ແລະ ສັງຄົມ ໃນຫລາຍສັປດາ ຫລັງໆມານີ້ ທີ່ມີການນໍາຂຶ້ນ ພິຈາຣະນາ ຢູ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ ນະຄອນນິວຢັອກ ສະຫະຣັຖ ອະເມຣິກາ.