ເກີດເຫຕໄຟໄໝ້ຕລາດຊັ່ງຈ່ຽງ, ເຊິ່ງເປັນຕລາດຂາຍສິນຄ້າ ຈາກປະເທສຈີນ ຂນາດໃຫ່ຍທີ່ສຸດ ໃນນະຄອນຫຼວງວຽງຈັນ ແລະ ໃນລາວ. ເຫຕໄຟໄໝ້ ໄດ້ເກີດຂຶ້ນ ແຕ່ເວລາປະມານ 17 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ ໃນລາວ ຕອນແລງວັນສຸກ ວັນທີ 14 ກໍຣະກະດາ 2017.
ຄາດການໃນເບື້ອງຕົ້ນວ່າ ໄຟໄໝ້ໃນຄັ້ງນີ້ ໄດ້ສ້າງຄວາມເສັຽຫາຍ ມູລຄ່າຫຼາຍ 10 ລ້ານໂດລາ. ສ່ວນວ່າຣາຍລະອຽດ ຕ່າງໆນັ້ນ ວິທຍຸເອເຊັຽເສຣີ ຈະມີຣາຍງານ ຕື່ມໃນມໍ່ໆນີ້.