ຂໍ້ມູນເຂື່ອນ ໄຊຍະບູຣີຜິດພາດ

ອົງການ ແມ່ນໍ້າ ສາກົນ ເວົ້າວ່າ ສປປ ລາວ ໃຊ້ ລາຍງານ ໃໝ່ ທີ່ຜິດໆ ໃນການ ອະນຸມັດ ສ້າງເຂື່ອນ ໄຊຍະບູຣີ.

0:00 / 0:00

ກົດຟັງສຽງ

ຫົວໜ້າ ຫ້ອງການ ໂຄງການ ແມ່ນໍ້າ ສາກົນ ສາຂາ ເອເຊັຽ ຖແລງ ໃນວັນທີ 9 ພຶສຈິກາ ນີ້ວ່າ, ກ່ອນໜ້າ ກອງປະຊຸມ ລະດັບ ຣັຖມົນຕຣີ ໃນເດືອນ ທັນວາ ປີນີ້ ເພື່ອ ຕັດສີນ ລົງຄວາມເຫັນ ວ່າຈະ ອະນຸມັດ ໃຫ້ ສ້າງເຂື່ອນ ໄຊຍະບູຣີ ຫລືບໍ່ ນັ້ນ, ຣັຖບານ ລາວ ໄດ້ໃຊ້ ລາຍງານ ການ ປະເມີນຜົນ ກະທົບ ຕໍ່ ສິ່ງແລດລ້ອມ ຂອງ ບໍຣິສັດ ພລັງງານ Poyry Energy AG ຂອງ ປະເທດ ສວິຊແລັນ ເພື່ອຈະໄດ້ ຮັບການ ເຫັນດີ ຈາກ ປະເທດ ເພື່ອນບ້ານ ໃນການ ສ້າງເຂື່ອນ ກັ້ນ ແມ່ນໍ້າຂອງ ຕອນລຸ່ມ ແຫ່ງ ທໍາອິດ ໃນລາວ.

ລາຍງານ ແຈ້ງວ່າ ເຖິງແມ່ນວ່າ ຣັຖບານ ລາວ ຮັບຮູ້ ຄວາມ ບໍ່ແນ່ນອນ ໃນ ອັນຕຣາຍ ທີ່ ໂຄງການນີ້ ຈະມີຕໍ່ ປະຊາຊົນ ລາວ ແລະ ປະເທດ ເພື່ອນບ້ານ ກໍຕາມ, ລາຍງານ ຂອງ ບໍຣິສັດ Poyry ໄດ້ ແນະນໍາ ວ່າ ເຂື່ອນ ໄຊຍະບູຣີ ຄວນຖືກ ສ້າງຂື້ນ ພ້ອມທັງ ອ້າງ ແບບຜິດໆວ່າ ບັນຫາ ຕ່າງໆທີ່ ປະເທດ ເພື່ອນບ້ານ ເປັນຫ່ວງ ນັ້ນຖືກ ແກ້ໄຂ ແລ້ວ. ອົງການ ແມ່ນໍ້າ ສາກົນ ວ່າ ລາຍງານ ຂອງ ບໍຣິສັດ Poyry ແຍກການ ສືກສາ ທາງ ວິທຍາສາຕ ອອກ ແລະ ອີງຕໍ່ຜົນ ຂອງການ ຄົ້ນຄວ້າ ທີ່ກະຕວງ ເອົາ ອັນເປັນ ພື້ນຖານ ທີ່ບໍ່ ເໝາະສົມ ສໍາລັບ ການ ຕັດສີນໃຈ ອະນຸຍາດ ໃຫ້ສ້າງ ເຂື່ອນ ໄຊຍະບູຣີ. ຕາມຄໍາ ຖແລງ ຂອງ ທ່ານ Ame Tandem ຜູ້ອໍານວຍການ ໂຄງການ ແມ່ນໍ້າ ສາກົນ ເອເຊັຽ ຕະເວັນອອກ ສ່ຽງໃຕ້.

ທ່ານກ່າວ ຕໍໍ່ໄປວ່າ ບໍຣິສັດ Poyry ອ້າງວ່າ ໂຄງການນີ້ ສອດຄ່ອງ ກັບ ເງື່ອນໄຂ ຂອງ ກັມມາທິການ ແມ່ນໍ້າຂອງ MRC ເຖິງແມ່ນວ່າ ຍັງຕ້ອງການ ໃຫ້ສືກສາ ທາງ ວິທຍາສາດ ທີ່ ສໍາຄັນ ອີກ 40 ກວ່າ ຣາຍການ ໃຫ້ ສໍາເຣັດ ກໍດີ. ທ່ານວ່າ ມັນເປັນການ ຂາດຄວາມ ຮັບຜິດຊອບ ສໍາລັບ ຣັຖບານລາວ ແລະ ປະເທດ ລຸ່ມ ແມ່ນໍ້າຂອງ ອື່ນໆ ທີ່ຈະ ສນັບສນູນ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ໂດຍອີງໃສ່ ລາຍງານ ທີ່ຜິດໆ.

ເມື່ອເດືອນ ພຶສພາ ຜ່ານມາ ຣັຖບານ ລາວ ໄດ້ຈ້າງ ບໍຣິສັດ Poyry ຈາກ ສວິຊແລັນ ເຂົ້າມາ ປະເມີນຜົນ, ຍອມເຮັດ ຕາມຄໍາ ແນະນໍາ ຂອງ MRC ໃນໂຄງການ ນີ້, ຫຼັງຈາກ ທີ່ ກໍາພູຊາ ໄທ ແລະ ວຽດນາມ ໃຫ້ ຄໍາເຫັນ ຢູ່ ກອງປະຊຸມ MRC ເມື່ອ ເດືອນເມສາ ວ່າ ຜົນກະທົບ ຕໍ່ສິ່ງ ແວດລ້ອມ ໃນປະເທດ ເລົ່ານີ້ ຄວນໄດ້ ຮັບການ ສືກສາ ທາງ ວິທຍາສາດ ຕື່ມ ແລະ ປືກສາ ຫາລື ກັນຕື່ມອີກ.