ກົດຟັງສຽງ
ດຣ. ບຸນເທິງ ເພັງທະວົງສາ ຫົວໜ້າ ຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ຊີ້ແຈງ ຕື່ມວ່າ:
“ມາຮອດ ປັດຈຸບັນ ນີ້ ຖືວ່າມີ ແຈ້ງການ ຂອງ ຣັຖບານ ອອກມາວ່າ ໃຫ້ໄປຊອກ ຜູ້ຊ່ຽວຊານ ທີ່ມີ ຄວາມສາມາດ ໂດຍສະເພາະ ແມ່ນໃຫ້ ປະເມີນ ຄືນເຣື້ອງ ບັນຫາ ສິ່ງແວດລ້ອມ ຖືວ່າເຣື້ອງ ເຂື່ອນ ໄຂຍະບູຣີນີ້ ເຮົາຍັງ ສືບຕໍ່ຢູ່ ຖ້າວ່າ ທຸກຢ່າງ ກ່ຽວກັບ ເຣື່ອງຂໍ້ມູນ ຫັ້ນຍັງມີ ຄວາມຊັດເຈນ ແລ້ວ ແມ່ນ ຣັຖບານ ຈະອະນຸຍາດ ໃຫ້ເຊັນສັນຍາ ສຳຣັບ ການກໍ່ສ້າງ.”
ທ່ານ ບຸນເທິງ ອະທິບາຍວ່າ ຣັຖບານລາວ ສັ່ງໃຫ້ ເຮັດການ ສຶກສາ ສຳຣວດ ຜົນກະທົບ ໃໝ່ ແລະ ເທື່ອນີ້ ໃຫ້ເອົາ ໃຈໃສ່ ສຶກສາ ເບິ່ງບັນຫາ ທີ່ສຳຄັນ ດັ່ງນີ້ ຄື:
1. ບັນຫາ ເຂື່ອນ ຈະສົ່ງ ຜົນກະທົບ ຕໍ່ປາ ແນວໃດ ຈະຕັນທາງ ຂື້ນລົງ ຂອງປາບໍ່ ແລະ ຈະເຮັດໃຫ້ ປາຫລາຍຊນິດ ສູນພັນ ແທ້ບໍ່?
2. ຫລັງຈາກສ້າງ ເຂື່ອນ ແລ້ວ ນ້ຳຈະຖ້ວມ ບ້ານເຮືອນ ຂອງ ປະຊາຊົນ ທີ່ຢູ່ ບໍຣິເວນ ໜ້າເຂື່ອນ ແທ້ບໍ່?
3. ນ້ຳຂອງ ໃນພາກລຸ່ມ ຈະບົກແຫ້ງ ແທ້ບໍ່?
ຊຶ່ງທັງໝົດນີ້ ເປັນບັນຫາ ຂໍ້ຂ້ອງໃຈ ຂອງ ຄນະກັມມາທິການ ແມ່ນ້ຳຂອງ ແລະ ສະມາຊິກ ປະເທດອື່ນໆ ທີ່ຍັງບໍ່ ເຫັນດີ ເຫັນພ້ອມ ນຳການ ສ້າງເຂື່ອນ ໄຊຍະບຸຣີ ຊຶ່ງ ຈະເປັນ ເຂື່ອນ ແຫ່ງທຳອິດ ໃນເຂດລຸ່ມ ແມ່ນ້ຳຂອງ.
ທ່ານ ບຸນເທິງ ກ່າວຢ້ຳວ່າ ຖ້າຫາກ ຜົນຂອງການ ສຳຣວດໃໝ່ ເປັນໜ້າ ພໍໃຈ ກັບ ທຸກຝ່າຍ ທາງຝ່າຍລາວ ກໍຈະເລິ້ມ ສ້າງເຂື່ອນ ໄຊຍະບຸຣີ ນັ້ນທັນທີ.
ສຳຣັບ ບັນຫາ ທີ່ຈະ ເລືອກເອົາ ບໍຣິສັດໃດ ເພື່ອເຮັດ ການສຶກສາ ສຳຣວດ ໃໝ່ນັ້ນ, ທາງການລາວ ຄິດວ່າ ຈະຈ້າງ ບໍຣິສັດ Poyry ຊຶ່ງ ເປັນ ບໍຣິສັດ ເອກກະຊົນ ຈາກ ປະເທດ ຟີນແລັນ.