ໃນທ້າຍເດືອນ ເມສາ ຜ່ານມາ ສາຣເຄມີ ທີ່ຕົກຄ້າງ ຕາມແຄມທາງ ຕໍ່ໜ້າປ່າຊ້າ ບ້ານປ່າໄລ່ ເມືອງ ທ່າພະບາດ ແຂວງ ບໍຣິຄໍາໄຊ ໄດ້ສົ່ງກິ່ນເໝັນ ໄປທົ່ວ ບໍຣິເວນ ໝູ່ບ້ານ ເຮັດໃຫ້ ປະຊາຊົນ ຢູ່ໃນ ທ້ອງຖິ່ນນັ້ນ
ໄດ້ຮັບ ຜົນກະທົບ ກ່ວາ 50 ຄົນ. ຕາມລາຍງານ ຈາກທ້ອງຖິ່ນ ທິດສົມພັນ ພໍ່ບ້ານ ບ້ານປ່າໄລ່ ບອກວ່າ ສາຣເຄມີ ດັ່ງກ່າວ ໄດ້ເລີ້ມ ສົ່ງກິ່ນເໝັນ ມາແຕ່ຕອນເຊົ້າ ຂອງ ວັນທີ່ 27 ເມສາ. ລູງຄໍາມີ ຊື່ງອາໄສຢູ່ ໃນ ບໍຣິເວນ ນັ້ນ ເລົ່າໃຫ້ຟັງວ່າ ເມື່ອລາວ ໄດ້ກິ່ນເໝັນແລ້ວ ລາວກໍຍ່າງໄປເບິ່ງ ສັງເກດເຫັນວ່າ ພື້ນດິນ ມີລັກສນະ ປຽກຊຸ່ມ ບໍ່ກ້ວາງປານໃດ.
ຫລັງຈາກ ກັບຄືນມາ ເຮືອນແລ້ວ ຮູ້ສືກວ່າເມື່ອຍ ມີອາການ ເປັນໄຂ້ ຈື່ງໃຫ້ລູກພາໄປ ໂຮງໝໍເມືອງ ຕໍ່ມາກໍມີ ອາການໄອແຫ້ງໆ ແຂນສອງເບື້ອງ ເລີ້ມແດງຂື້ນ ຄັນແລະເຈັບ ຫລັງຈາກ ກິນຢາ ແລ້ວ ກໍດີຂື້ນ. ຈາກນັ້ນມາ ສະມາຊິກ ໃນຄອບຄົວ ຂອງລາວ 6 ຄົນ ໃນຈໍານວນ ທັງໝົດ 8 ຄົນ ກໍມີອາການ ຄ້າຍຄືກັນ. ນາງລັດ ອາຍຸ 24 ປີ ຜູ້ເປັນລູກສາວ ນາງນ້ອຍ ເຈົ້າຂອງຮ້ານ ຂາຍເຄື່ອງຍ່ອຍ ຫ່າງຈາກ ສະຖານທີ່ ສົ່ງກິ່ນເໝັນ ປະມານ 30 m ກໍມີອາການ ແສບຕາ ວິນຫົວ ໄຂ້ ຮາກ ພໍ່ບ້ານ ທິດສົມພັນ ບອກວ່າ ໃນລະຍະ ເກີດມີປະກົດການ ແບບນີ້ ບໍ່ມີພາກສ່ວນໃດ ເອົາຫົວຊາ ລາວຈື່ງໄດ້ສະເໜີ ໄປຍັງອໍານາດ ການປົກຄອງ ເມືອງທ່າພະບາດ ເພື່ອຊອກຫາ ຕົ້ນຕໍມັນ.
ຕໍ່ມາທາງ ຄນະຮັບຜິດຊອບ ສິ່ງແວດລ້ອມ ຈື່ງລົງໄປ ກວດເບິ່ງ ແລ້ວໄດ້ເຊີນ ເອົານັກ ວິຊາການ ຂອງ ບໍຣິສັດ ພູເບັ້ຽ ມາຍນິງ ມາຊ່ວຍວິເຄາະ ເພື່ອແກ້ໄຂ ນັກວິຊາການ ບໍ່ສາມາດ ຈໍາແນກໄດ້ວ່າ ແມ່ນ ສາຣເຄມີ ຊນິດໃດ ຈື່ງໄດ້ນໍາເອົາ ໂຕຢ່າງສົ່ງໄປ ໃຫ້ ມະຫາວິທຍາໄລ ແຫ່ງຊາດ ວິໄຈ ເບິ່ງ.