ຊາວໂດງໂພສີ ຕ້ອງເສັຍຖິ່ນລໍາເນົາ

ຊາວບ້ານ ດົງໂພສີ ຈຳນວນນຶ່ງ ໃນເຂດ ນະຄອນຫລວງ ວຽງຈັນ ບໍ່ພໍໃຈ ທີ່ຈະຕ້ອງ ສູນເສັຍ ທີ່ດິນໃຫ້ແກ່ ບໍຣິສັດ ລອງທັນ ກ໊ອຝ ຂອງ ວຽດນາມ.

0:00 / 0:00

ກົດຟັງສຽງ

ບໍຣິສັດ ລອງທັນ ກ໊ອຝ ຂອງວຽດນາມ ຈະໃຊ້ ທີ່ດິນນັ້ນ ສ້າງເປັນ ສນາມກ໊ອຝ ແລະ ໂຮງແຮມ ຫລືເປັນເຂດ ເສຖກິດສະເພາະ. ຊາວບ້ານ ເວົ້າວ່າ ທີ່ດິນ ຂອງພວກຕົນ ແມ່ນບ່ອນຢູ່ ບ່ອນທຳມາ ຫາກິນ ມາເປັນ ເວລາດົນນານ ຈື່ງບໍ່ຢາກ ປະລະ ບໍ່ຢາກຂາຍ ແຕ່ວ່າຢູ່ ສປປລາວ ປະຊາຊົນ ບໍ່ສາມາດ ຕໍ່ວ່າຮຽກຮ້ອງ ຂັດຂືນໄດ້. ດັ່ງຊາວດົງໂພສີ ຜູ້ນຶ່ງເວົ້າວ່າ:

“ບາງຄົນ ເຂົາກະຖືວ່າ ເປັນທີ່ ມໍລະດົກ ຕົກທອດ ເຂົາກະບໍ່ ຢາກຂາຍ ຄືເຂົາເວນຄືນ ໃຫ້ຫັ້ນນະ ແຕ່ກໍຕ້ອງ ຈຳເປັນ ກະຕ້ອງໄດ້ ຂຍາຍໄປ ຢູ່ພີ້ ສ່ວນຫລາຍມັນ ຄັດຄ້ານ ບໍ່ໄດ້.”

ຊາວບ້ານ ເວົ້າອີກວ່າ ພື້ນທີ່ດິນ ທີ່ຕ້ອງໄດ້ ສະລະໃຫ້ ຣັຖບານນັ້ນ ເປັນບ່ອນ ຜລິດຜົນ ສ້າງຣາຍໄດ້ ໃຫ້ແກ່ຄອບຄົວ ມາໂດຍຕລອດ ແຕ່ເມື່ອ ຖືກຍຶດໄປ ພວກເຂົາເຈົ້າ ກໍເສັຍດາຍ ຖ້າອາໄສ ໄປຊອກຫາໃໝ່ ກໍບໍ່ຮູ້ວ່າ ຈະໄປຢູ່ເຂດໃດ ໄປໄກຊໍ່າໃດ? ເງິນຄ່າຊົດເຊີຍ ຈະໄດ້ເທົ່າໃດ? ພໍທີ່ຈະຊື້ ດິນບ່ອນໃໝ່ ຫຼືບໍ່?

ແຕ່ປະຊາຊົນ ໃນເຂດບ້ານ ດົງໂພສີ ສ່ວນນຶ່ງ ກໍກັບດີໃຈ ທີ່ຈະໄດ້ເງິນ ຈາກການຂາຍ ທີ່ດິນ ເພາະບໍ່ໄດ້ ສ້າງສາພັທນາ ແນວໃດເລີຍ ໃນດິນຕອນນັ້ນ.

ເຖິງຢ່າງໃດ ກໍຕາມ ຊາວບ້ານ ທີ່ຈະໄດ້ຮັບ ເງິນຄ່າຊົດເຊີຍ ນັ້ນຕ້ອງມີ ໃບຕາດິນ ຢ່າງຄັກແນ່ ມີຫລາຍຄອບຄົວ ບໍ່ມີ ໃບຕາດິນ ແຕ່ໄດ້ຢູ່ອາໄສ ແລະທຳມາ ຫາກິນ ໃນບໍຣິເວນ ນັ້ນມາຫລາຍ ສິບປີ ຕາມກົດໝາຍ ແລ້ວ ພວກນີ້ ກໍຈະບໍ່ໄດ້ ຄ່າຊົດເຊີຍ ແນວໃດເລີຍ ແຕ່ທາງການລາວ ເວົ້າວ່າ ຊາວບ້ານ ຈໍາພວກນີ້ ກໍສາມາດ ຮ້ອງຂໍໄດ້.