ອະດີດນາຍທະຫານຝຣັ່ງ ຂ້າຕົວຕາຍເພື່ອຊາວມົ້ງ

ອະດີດ ພັນເອກ ຂອງ ກອງທັພ ຝຣັ່ງເສສ ຂ້າຕົວຕາຍ ປະທ້ວງ ຣັຖບາລ ທີ່ ບໍ່ໃຫ້ກາຣ ຊ່ວຍເຫລືອ ຊາວ ເຜົ່າມົ້ງລາວ ເທົ່າທີ່ຄວນ

0:00 / 0:00

ກົດຟັງສຽງ

ອະດີຕ ພັນເອກ ກອງທັພ ຝຣັ່ງເສສ ຂ້າຕົວຕາຍ ເພື່ອ ປະທ້ວງ ກາຣ ປະຕິບັຕ ທີ່ບໍ່ ສເມີພາບ ຂອງ ເຈົ້າໜ້າທີ່ ຕໍ່ບັນດາ ຊົນເຜົ່າມົ້ງ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ຕລອດ ຣະຍະ ທີ່ ຜ່ານມາ.

ອົງກາຣ ຂ່າວ AFP ໄດ້ຣາຍງານ ໃນ ມື້ວັນທີ່ 12 ທັນວາ ນີ້ວ່າ: ທ່ານ Robert Jambon ອາຍຸ 86 ປີ ຍິງ ຕົວເອງຕາຍ ຢູ່ ຂັ້ນໄດ "ອະນຸສາວະຣີ ອິນໂດຈີນ" (Monument Indonchine) ທີ່ Breton ເມືອງ Dinan ຢູ່ທາງ ຕາເວັນຕົກ ສ່ຽງເໜືອ ຂອງ ປະເທສ ຝຣັ່ງ ໃນ ມື້ວັນທີ່ 27 ຕຸລາ ຜ່ານມາ (2011) ນີ້.

ໃນເວລາ ທີ່ ກວດກາ ຊາກສົພ ໃນບ່ອນ ເກີດເຫດນັ້ນ ເຈົ້າໜ້າທີ່ ຕໍາຣວຈ ພົບເຫັນ ໜັງສື ທີ່ ທ່ານ Jambon ໄດ້ຂຽນໄວ້ ຊື່ງມີ ເນື້ອຄວາມ ວ່າ: "ພາຍຫລັງທີ່ ບໍ່ປະສົບ ຜົລສຳເຣັຈ ຂ້າພະເຈົ້າ ຈຶ່ງ ຕັດສິນໃຈ ໃຊ້ ລູກປືນ ລູກສຸດທ້າຍ" ຊຶ່ງ ເຈົ້າໜ້າທີ່ ຕໍາຣວຈ ກໍໄດ້ ນຳເອົາ ສຳເນົາ ຂອງ ໜັງສື ດັ່ງກ່າວ ອອກທາງ ເວັບໄຊຕ໌ ພ້ອມກັບ ກາຣ ອະທິບາຍ ຢ່າງ ລະອຽດ ຂອງ ຄວາມ ພຍາຍາມ ຂອງ ທ່ານ Jambon ທີ່ໄດ້ ຮຽກຮ້ອງ ໃຫ້ ຣັຖບາລ ຝຣັ່ງເສສ ໃຫ້ຄວາມ ຊ່ວຍເຫລືອ ແກ່ ຊົນເຜົ່າມົ້ງ ໃນລາວ ນັ້ນ.

ໜັງສືພີມ AFP ໄດ້ແຈ້ງ ເພີ່ມວ່າ ທ່ານ Jambon ຕໍ່ສູ້ ຄຽງບ່າ ຄຽງໄຫລ່ ກັບຊາວມົ້ງ ໃນປາງ ສົງຄາມ ຝຣັ່ງເສສ ຢູ່ ອິນໂດຈີນ ໃນ ປີ 1950-54 ແລະ ຫລັງຈາກນັ້ນ ທ່ານ ກໍໄດ້ ພຍາຍາມ ຍົກເອົາ ບັນຫາ ຂອງ ຊົນເຜົ່າມົ້ງ ຢູ່ ປະເທສໄທຽ ທີ່ ຖືກສົ່ງກັບຄືນ ສປປລາວ ໃນປີ 2009 ເພື່ອໃຫ້ ຣັຖບາລ ຝຣັ່ງເສສ ໃຫ້ຄວາມ ຊ່ວຍເຫລືອ ແກ່ ເຂົາເຈົ້າ ແຕ່ ບໍ່ປະສົບ ຜົລສຳເຣັຈ.