ກົດຟັງສຽງ
ທ້າວຈອຫ໌ນ ທາວ (John Thao) ທີ່ກຳລັງ ຮຽນ ຢູ່ໃນແຂນງ ກາຣສຶກສາ ຣະດັບ ປຣິນຍາໂທ ຢູ່ມະຫາວິທຍາລັຍ ຕູລຊາ (Tulsa) ຣັຖ Arizona ສະຫະຣັຖ ໄດ້ຮັບທຶນ Fulbright ເພື່ອໄປ ສອນພາສາ ອັງກິດ ຢູ່ ມະຫາວິທຍາລັຍ ແຫ່ງຊາຕ ສປປລາວ ເປັນເວລາ 10 ເດືອນ ແລະ ຈະອອກ ເດີນທາງ ໃນເດືອນ ສິງຫາ ທີ່ຈະ ມາເຖິງນີ້.
ທ້າວຈອຫ໌ນ ທາວ ເຊື້ອສາຍ ຊາວລາວ ເຜົ່າມົ້ງ ຮຽນຈົບ ວິຊາ ທຸຣະກິຈ ກາຣຄ້າ ຣະດັບ ປຣິນຍາຕຣີ ຈາກ ມະຫາວິທຍາລັຍ Tulsa ແຕ່ໄດ້ປ່ຽນ ວິຊາ ຮຽນຈາກ ທຸຣະກິຈ ໄປຮຽນຕໍ່ ປຣິນຍາໂທ ໃນວິຊາ ກາຣສຶກສາ ພາຍຫລັງ ທີ່ໄດ້ໄປ ໃຊ້ຊີວີຕ ກາຣເປັນ ຄຣູສອນ ພາສາອັງກິດ ຢູ່ ປະເທສໄທຽ ໃນຣະຫວ່າງ 2-3 ປີ ທີ່ຜ່ານມາ ແລະ ປັຈຈຸບັນ ກໍໄດ້ ຮັບທຶນ ເພື່ອໄປ ສອນ ພາສາອັງກິດ ຢູ່ ມະຫາວິທຍາລັຍ ແຫ່ງຊາຕ ໃນເມືອງລາວ.
ທ່ານ Chue Thao ແລະ ນາງ Choua ຜູ້ເປັນ ພໍ່ແມ່ ຂອງ ທ້າວ John Thao ໄດ້ພາກັນ ອົພຍົພ ໄປຢູ່ ສະຫະຣັຖ ຫລັງຈາກ ມີກາຣ ປ່ຽນແປງ ຣະບອບ ກາຣປົກຄອງ ໃນ ເມືອງລາວ ພ້ອມກັບ ສົງຄາມ ໄດ້ສິ້ນສຸດລົງ ແຕ່ປີ 1975 ເປັນຕົ້ນມາ ຊຶ່ງກໍເປັນ ສາເຫຕ ສຳຄັນ ອັນໜຶ່ງ ທີ່ເຮັດໃຫ້ ທ້າວ John ມີຄວາມ ສົນໃຈ ທີ່ຢາກ ຈະຮຽນຮູ້ ກ່ຽວກັບ ຄວາມເປັນມາ ພ້ອມກັບ ວັທນາທັມ ແລະ ບ້ານເກີດ ຂອງພໍ່ແມ່ ແລະ ໂດຽສະເພາະ ກໍເພື່ອ ຄວາມຫວັງ ທີ່ຢາກຈະ ມີສ່ວນຮ່ວມ ໃນກາຣ ສ້າງຂົວ ເພື່ອເຊື່ອມສາຍ ກາຣພົວພັນ ຣະຫວ່າງ ວັທນາທັມ ອະເມຣິກັນ ແລະ ວັທນາທັມ ລາວ ໃຫ້ດີຂຶ້ນ ກວ່າເກົ່າ ໃນ ອະນາຄົຕ.