ສູນບຳບັຕລະເມີດສິທ ຄົນເຈັບ

ອົງກາຣ ປົກປ້ອງ ສິທທິ ມະນຸສ ຖແລງວ່າ: ຄົນຕິດຢາ ທີ່ໄປ ຮັບກາຣ ປິ່ນປົວ ຢູ່ ສູນບຳບັຕ ສົມສງ່າ ຖືກ ລະເມີດ ສິທທິ.

0:00 / 0:00

ກົດຟັງສຽງ

ອົງກາຣ ປົກປ້ອງ ສິທທິມະນຸສຍະຊົນ ຫລື Human Rights Watch (HWR) ທີ່ມີ ຫ້ອງກາຣໃຫຍ່ ຢູ່ ນະຄອນ ນີວຢອຣ໌ກ ໄດ້ອອກ ແຖລງກາຣ ວ່າ: ຜູ້ຄົນ ທີ່ຕິດ ຢາເສພຕິດ ແລະ ຖືກສົ່ງໄປ ຮັບກາຣ ປິ່ນປົວ ບຳບັດ ຢູ່ "ສູນສົມສງ່າ" (The Somsanga Cetner) ນະຄອນຫລວງ ວຽງຈັນ ບໍ່ໄດ້ ຮັບຄວາມ ເບິ່ງແຍງ ເທົ່າທີ່ຄວນ ພ້ອມຍັງຖືກ ປາບປາມ ທຳຮ້າຍ ຮ່າງກາຍ ຈາກ ເຈົ້າໜ້າທີ່ ຢູ່ເປັນ ປະຈຳ, ຈຶ່ງໄດ້ ສເນີໃຫ້ ທາງກາຣ ສປປລາວ ແລະ ອົງກາຣ ນາໆຊາຕ ທີ່ໃຫ້ທຶນ ກາຣຊ່ວຍເຫລືອ ນັ້ນ ໄດ້ປິດສູນ ດັ່ງກ່າວ ແລະ ພິຈາຣະນາ ຫາວິທີ ອື່ນ ມາທົດແທນ ໃນກາຣ ປິ່ນປົວ ຜູ້ຕິດຢາ ໃຫ້ໄດ້ ມາຕຖານ.

ທາງອົງກາຣ ທີ່ຕິດຕາມ ສິ້ງຊອມ ເບີ່ງ ດ້ານ ກາຣລະເມີດ ສິທທິມະນຸສ ໄດ້ແຈ້ງວ່າ ສູນ ສົມສງ່າ ເປັນສູນ ບຳບັດ ທີ່ໃຫ້ ກາຣປິ່ນປົວ ຜູ້ຕິດ ຢາເສພຕິດ ເປັນເວລາ ດົນນານ ມາແລ້ວ ແລະ ກໍເປັນ ສະຖານທີ່ ໃຫຍ່ ທີ່ສຸດ ໃນ ສປປ ລາວ ຊຶ່ງ ທາງກາຣ ລາວ ກໍເຄີຽ ກ່າວອ້າງວ່າ ເປັນບ່ອນ ບຳບັດ ໃຫ້ການ ຊ່ວຍເຫລືອ ຜູ້ຕິດຢາ ໄດ້ ເປັນຢ່າງດີ ແລະ ອົງກາຣ ຈັດຕັ້ງ ສາກົລ ກໍໃຫ້ ທຶນ ກາຣຊ່ວຍເຫລືອ ຕລອດມາ ເຊັ່ນ: ສະຖານທູຕ ສະຫະຣັຖ ປະຈຳ ນະຄອນຫລວງ ວຽງຈັນ ກໍຊ່ວຍ ປຸກສ້າງ ອາຄາຣ ພ້ອມກັບ ກໍ່ຮົ້ວອ້ອມ ແລະ ອົງກາຣ ປາບປາມ ແລະ ກຳຈັດ ຢາເສພຕິດ ຂອງ ອົງກາຣ ສະຫະປະຊາຊາຕ ກໍໃຫ້ທຶນ ສຳລັບ ໂຄງກາຣ ປິ່ນປົວ ແລະ ຝຶກອົບຮົມ ຕ່າງໆ ໃນສູນປິ່ນປົວ ນັ້ນ ນຳອີກ.

ອົງກາຣ ປົກປ້ອງ ສິທທິມະນຸສ ໄດ້ແຈ້ງ ເພີ່ມວ່າ ຜູ້ຖືກ ສົ່ງໄປ ຮັບກາຣ ປິ່ນປົວ ບາງຄົນ ຖືກທຳຮ້າຍ ຮ່າງກາຍ ຍ້ອນຜິດ ຣະບຽບ ວິນັຍ ຫລື ພຍາຍາມ ລັກໜີ ອອກຈາກ ສູນ ເທົ່ານັ້ນ ແລະ ຜູ້ທີ່ຖືກ ສົ່ງເຂົ້າໄປ ຮັບກາຣ ປິ່ນປົວ ນັ້ນ ກໍຮວມ ທັງຄົນ ຂໍທານ ເດັກນ້ອຍ ເກເລ ຕາມ ທ້ອງຖນົນ ຕລອດຮອດ ຄົນຜີບ້າ ເປັນໂຣຄຈິຕ ຫລືຜູ້ທີ່ ຂາດບ່ອນ ເພີ່ງພາອາສັຍ ກໍຖືກ ສົ່ງໄປ ຮັກສາ ຢູ່ບ່ອນ ດຽວກັນ ຈົນເກີດ ບັນຫາ ທີ່ມີ ບາງຄົນ ພຍາຍາມ ຈະຂ້າ ຕົວຕາຍ ກໍມີ ດ້ວຍວິທີ ກາຣຕ່າງໆ.