ກົດຟັງສຽງ
ລາຍງານ ຂ່າວ ຈາກ ນະຄອນຫລວງ ວຽງຈັນ ຕາມຄໍາເວົ້າ ຂອງ ດຣ. ຄໍາລຽນ ພົນເສນາ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ແຜນການ ແລະ ການລົງທຶນ ທີ່ໄດ້ແຈ້ງ ຕາງໜ້າ ຣັຖບານ ລາວ ກ່ຽວກັບ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ ໃນຕອນ ທໍາອິດ ຄາດວ່າ ຈະເລີ້ມ ລົງມື ກໍ່ສ້າງ ໃນເດືອນ ເມສາ 2011 ຜ່ານມາ, ແຕ່ມາຮອດ ປັດຈຸບັນ ໂຄງການນີ້ ກໍຍັງ ບໍ່ມີ ຄວາມຄືບໜ້າ ແຕ່ຢ່າງໃດ. ທ່ານເວົ້າວ່າ:
ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຈາກ ນະຄອນຫຼວງ ວຽງຈັນ ສປປລາວ ໄປຫາເຂດ ຊາຍແດນ ລາວ-ຈີນ ຖືວ່າເປັນ ໂຄງການ ຂນາດໃຫຍ່ ແລະ ມີມູລຄ່າ ໃນການ ລົງທຶນ ສູງກວ່າ ໂຄງການໃດໆ ທັງໝົດ ໃນລາວ ຊຶ່ງ ງົບປະມານ ທີ່ຈະນໍາ ມາໃຊ້ ໃນການ ກໍ່ສ້າງ ໂຄງການນີ້ ຈະມີມູລຄ່າ 7 ເທົ່າ ຂອງໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ນໍ້າເທີນ 2.
ໂຄງການນີ້ ໄດ້ມີ ການສໍາຣວດ ແລະ ເຮັດບົດ ວິພາກ ດ້ານເທັກນິກ, ວິຊາການ ມາໄດ້ 1 ປີ ແລ້ວ ຊຶ່ງຕ້ອງ ມີຄວາມ ລະອຽດ ແລະ ແຈ່ມແຈ້ງ. ໃນ ປັດຈຸບັນ ກໍາລັງ ຢູ່ໃນ ຂັ້ນຕອນ ດໍາເນີນການ ເຣື້ອງ ເອກສານ ລະຫວ່າງ ສປຈີນ ກັບ ໄທ ຢູ່, ຫລັງຈາກນັ້ນ ຈຶ່ງຈະສົ່ງຫາ ກະຊວງ ການຄ້າ ຂອງໄທ ແລະ ຈະພົວພັນ ກັບ ຣັຖບານລາວ ຕໍ່ໄປ. ເຖິງຢ່າງໃດ ກໍຕ້ອງ ອີງໃສ່ ລະບຽບ ກົດໝາຍ ການລົງທຶນ ຂອງ ສປ ຈີນ.
ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ມີມູລຄ່າ ໃນການ ກໍ່ສ້າງ 7 ຕື້ ໂດລາ ສະຫະຣັຖ, ສປຈີນ ມີ ຮຸ້ນສ່ວນ 70 ສ່ວນຣ້ອຍ ແລະ ລາວ 30 ສ່ວນຮ້ອຍ. ຄວາມຍາວ ຂອງ ທາງຣົດໄຟ ຈາກ ນະຄອນຫລວງ ວຽງຈັນ ເຖິງເຂດ ຊາຍແດນ ລາວ-ຈີນ 421 ກິໂລແມັດ. ເສັ້ນທາງ ຣົຖໄຟ ສາຍນີ້ ຈະຂ້າມຂົວ ແລະ ລອດອຸໂມງ 2 ສ່ວນ 3 ຂອງ ເສັ້ນທາງ, ຈະມີ ຄວາມໄວ 200 ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບ ໂດຍສານ ແລະ 120 ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບ ຂົນສົ່ງ ສິນຄ້າ.