ຄົນລາວຍັງລັກໄປ ຊອກວຽກຢູ່ໄທ

ຊາວລາວ ໃນເຂຕ ພາຄໃຕ້ ຖືກຕົວະຍົວະ ໄປເຮັດວຽກ ຢູ່ໄທຽ ມີຫລາຍ ເພີ່ມຂຶ້ນ ໃນແຕ່ລະມື້ ຖືກຈັບໄດ້ ແລະ ຖືກສົ່ງ ກັບຄືນບ້ານ ບໍໍ່ຕໍ່າກວ່າ 50 ຄົນ.

0:00 / 0:00

ກົດຟັງສຽງ

ຊາວລາວ ໃນເຂຕ ພາຄໃຕ້ ຍັງຖືກ ຕົວະຍົວະ ໄປຂາຍ ແຮງງານ ໃນປະເທສ ເພື່ອນບ້ານຫຼາຍ ຂື້ນກວ່າເກົ່າ ແລະ ມີຫລາຍກວ່າ ຈາກທາງ ພາຄເໜືອ ຂອງລາວອີກ ໂດຽສະເພາະ ຈາກແຂວງ ຈຳປາສັກ ໃນແຕ່່ລະມື້ ກໍມີຜູ້ຖືກຈັບ ແລະ ສົ່ງກັບບ້ານ. ເຈົ້າໜ້າທີ່ ອົງກາຣ ຕ້ານກາຣ ຄ້າມະນຸສ ສາກົລ ໃນລາວ ເວົ້າວ່າ:

"ຖາມມື້ນັ້ນ ມື້ວານນີ້ ກໍໄດ້ໄປ ຫາເຈົ້າໜ້າທີ່ ຕຳຣວຈ ຢູ່ຊ່ອງເມັກ ເຂົາ ກໍບອກວ່າ ຜລັກດັນມາ ແຕ່ລະມື້ນີ້ ບໍ່ຕໍ່າກວ່າ 50 ຄົນ ໝົດມື້ເລີຽ ເພາະວ່າ ທາງໄທຽ ເຂົາບໍ່ໄດ້ ຍອມຮັບວ່າ ເປັນຜູ້ຖືກ ເຄາະຮ້າຍເດ໊ ຂະເຈົ້າຈະ ບອກເລີຽວ່າ ເຂົ້າເມືອງ ຜິດກົດໝາຍ ກໍຈະສົ່ງກັບ ກໍສົ່ງກັບ".

ຍານາງ ເວົ້າວ່າ ໃນເມື່ອທາງ ເຈົ້າໜ້າທີ່ໄທຽ ຖືວ່າ ເປັນຄົນຜິດ ກົດໝາຍ ເຊັ່ນນີ້ ແລ້ວ ຊາວລາວ ຜູ້ເຄາະຮ້າຍ ກໍຖືກປັບໃໝ ອີກຜູ້ລະ ປະມານ 500 ຫາ 1,000 ບາທ ແຕ່ກໍຍັງມີ ຜູ້ຖືກ ຕົວະຍົວະໄປ ແລະມີ ຫລາຍເພີ່ມຂຶ້ນ ເລື້ອຽໆ ຊຶ່ງສ່ວນໃຫຍ່ ກໍເປັນ ແມ່ຍີງ ວັຍຣຸ້ນ ຜູ້ທີ່ເປັນ ນາຍໜ້າ ກໍແມ່ນ ຄົນລາວເອງ ແລະ ມັກຈະຕົວະວ່າ "ສິພາໄປ ເຮັດວຽກ ເສີຣ໌ຟອາຫາຣ ຫລື ເປັນແມ່ບ້ານ ວຽກງານ ສະບາຍ ແລະ ໄດ້ເງິນ ຫລາຍ" ແຕ່ກໍມີ ຫລາຍ ກໍຣະນີ ທີ່ຖືກສົ່ງ ຂາຍໃຫ້ຮ້ານ "ຄາຣາໂອເກະ ຫລືໂຮງນວດ" ຊຶ່ງມີກາຣ ຄ້າບໍຣິກາຣ ແບບຜິດ ກົດໝາຍ ແລະ ຖ້າບໍ່ຍອມ ປະຕິບັຕຕາມ ກໍຈະຖືກ ທຳຮ້າຍ ຮ່າງກາຍ ຕ່າງໆນາໆ!

ຢ່າງໃດກໍຕາມ ສະເພາະພວກທີ່ ຖືກຈັບໄດ້ ຫລື ແມ່ຍີງ ທີ່ຖືກທາງ ເຈົ້າໜ້າທີ່ໄທຽ ຊ່ວຍອອກຈາກ ສະຖານທີ່ ກັກຂັງ ບາງແຫ່ງໄດ້ນັ້ນ ກໍຈະຖືກ ສົ່ງໃຫ້ແກ່ ເຈົ້າໜ້າທີ່ ກ່ຽວຂ້ອງ ຝ່າຍລາວ. ເຈົ້າໜ້າທີ່ ສະຫະພັັນ ແມ່ຍີງ ແຂວງ ຈຳປາສັກ ໄດ້ກ່າວວ່າ:

"ພວກເຮົາຈະມີ ແຂນງຮັບ ຜິດຊອບ ໃຫ້ຄຳປຶກສາ ປົກປ້ອງ ແມ່ຍີງ ແລະ ເດັກນ້ອຍ ຖ້າວ່າພວກ ແມ່ຍີງ ຂະເຈົ້າ ມີບັນຫາ ຖືກຣັງແກ ຫລື ບໍ່ໄດ້ຮັບ ຄວາມເປັນທັມ ຂະເຈົ້າກໍມາຫາ ພວກເຮົາ ທາງ ສະຫະພັນ ແມ່ຍີງ ພວກເຮົາ ກໍຈະຊ່ວຍ ຂະເຈົ້າ ໃນກາຣ ດຳເນີນກາຣ ຕ່າງໆ."

ຍານາງ ໄດ້ເນັ້ນວ່າ ຣະຍະ ຜ່ານມາ ສ່ວນຫລາຍ ເຂົາເຈົ້າ ກໍບໍໍ່ກ້າມາຂໍ ຄວາມຊ່ວຍເຫລືອ ເພາະລະອາຍ ແລະ ຢ້ານເສັຽຊື່ ເສັຽສຽງ ແຕ່ກໍຢາກ ແນະນຳ ໃຫ້ຜູ້ໄດ້ຮັບ ເຄາະຮ້າຍ ໄປແຈ້ງຄວາມ ເພື່ອຈະໄດ້ຮັບ ກາຣຊ່ວຍເຫລືອ ຈາກທາງ ສະຫະພັນ ແມ່ຍີງລາວ ດັ່ງກ່າວນີ້.