ຊາວລາວ ເຫັນວ່າ ປັດຈຸບັນ ໂດຍທົ່ວໄປ ບ້ານເມືອງ ກໍມີການສ້າງສາ ພັທນາ ຫລາຍຂື້ນ ໄປນໍາສູ່ມື້ ແຕ່ປະຊາຊົນ ຄົນລາວ ຜູ້ທຸກຍາກ ສ່ວນຫລາຍແລ້ວ ຍັງທຸກຍາກ ຂາດເຂີນ ຢູ່ຄືເກົ່າ. ຣາຄານ້ຳມັນ ແລະ ອາຫານການກິນ ກໍແພງຂື້ນ ທຸກໆມື້. ຄົນລາວ ໃນແຂວງ ອຸດົມໄຊ ຜູ້ນື່ງເວົ້າ ກ່ຽວກັບເຣື່ອງນີ້ວ່າ:
“ການຫາຢູ່ຫາກິນ ນີ່ແຫລະ ໂດຍສະເພາະ ປະຊາຊົນ ປະຊາຊົນເຂົາ ສະດວກ ແລະ ເຂົາກໍສະບາຍໃຈ ກໍດີຂື້ນ ແຕ່ກໍບໍ່ໝາຍ ຄວາມວ່າຊີ່ໄວ ມັນກໍຄືລະນ້ອຍ ການພັທນາ ຊາວບ້ານ ບາງບ່ອນ ກໍຄືຂື້ນຫລາຍ ບາງບ່ອນກໍດີນ້ອຍ ມັນຂື້ນຢູ່ກັບ ຈຸດພິເສດ ມັນບໍ່ຄືກັນ ແຕ່ລະແຂວງ ກໍຈະບໍ່ຄືກັນ ບາງຍ່ອນກໍໄວ ບາງບ່ອນກໍຊັກຊ້າ”.
ປະຊາຊົນລາວ ຜູ້ທຸກຍາກ ຈົ່ມວ່າ ການພັທນາ ຢູ່ລາວ ໃນປັດຈຸບັນ ເປັນການພັທນາ ແບບບໍ່ສເມີພາບ ບໍ່ທົ່ວເຖິງ ໃນເມືອງຈະເຣີນ ກ້າວໜ້າ ກວ່າເຂດ ຊົນນະບົດ ຜູ້ຮັ່ງມີ ແລະ ຜູ້ມີອິດທິພົນ ແຮງຮັ່ງມີ ເປັນດີຂື້ນ ສ່ວນຜູ້ທຸກຍາກ ຊຶ່ງເປັນຊົນສ່ວນຫລາຍ ໃນປະເທດ ຍັງທຸກຍາກ ຂາດເຂີນຢູ່ຄືເກົ່າ.
ໃນປີກາຍ ຣັຖບານລາວ ຣາຍງານວ່າ ຣາຍຮັບສະເລັ່ຍ ຂອງປະຊາຊົນ ລາວ ຜູ້ນຶ່ງໄດ້ເພິ້ມຂື້ນ ເປັນກວ່າ 1,000 ດອນລ່າ ສະຫະຣັຖ ຕໍ່ປີ ແຕ່ປະຊາຊົນ ສ່ວນຫລາຍ ມີຣາຍຮັບ ບໍ່ເຖິງ 100 ດອນລ່າ.