ກົດຟັງສຽງ
ທ່ານ ວິຜາສຸກ ໄຊຊະນະ ວົງເພັດ ເຈົ້າໜ້າທີ່ ຄວາມສຳພັນ ຕ່າງ ປະເທດ ຂອງ ສາຍການບິນ ພົງສວັນ ກ່າວວ່າ ສາຍການບິນ ເອກກະຊົນ ຂອງລາວ ດັ່ງກ່າວ ຈະເລິ້ມ ບໍຣິການ ໃນເດືອນ ກັນຍາ ຈະມາເຖິງ ຫລື ບໍ່ກໍພາຍໃນ ທ້າຍປີນີ້.
ໃນເບື້ອງຕົ້ນ ຈະເລິ້ມບິນ ຣະຫວ່າງ ນະຄອນຫລວງ ວຽງຈັນ ແລະ ບາງກອກ; ຫລັງຈາກນັ້ນ ຈະຂຍາຍ ອອກໄປເຖິງ ນະຄອນ ຊຽບຣຽບ ຂອງ ກຳພູຊາ ແລະ ນະຄອນຫລວງ ຮາໂນ່ຍ ປະເທດ ວຽດນາມ ແລະ ແນ່ນອນ ໃນ ອະນາຄົດ ຈະບິນ ໄປເຖິງ ປະເທດ ອາຊ່ຽນອື່ນໆ.
ສາຍການບິນ ພົງສວັນ ເປັນສາຍ ການບິນ ເອກກະຊົນ ທຳອິດ ໃນລາວ ທີ່ມີ ກຸ່ມບໍຣິສັດ ພົງສວັນ ເປັນເຈົ້າຂອງ. ບໍຣິສັດ ດັ່ງກ່າວ ລົງທຶນ ຕັ້ງສາຍ ການບິນ ນີ້ຂື້ນ ກໍເພາະວ່າ ກິຈການ ການບິນ ຢູ່ລາວ ກຳລັງ ຂຍາຍຕົວ. ສາຍການບິນ ພົງສວັນ ຈະໃຊ້ ເຮືອບິນ ໂບອິ່ງ 737-400 ທີ່ມີ ບ່ອນນັ່ງ ທັງໝົດ 150 ບ່ອນ; ທ່ານ ວິຜາສຸກ ກ່າວວ່າ ໃນເວລາ ເລິ້ມຕົ້ນ ຖ້າໄດ້ ຄົນໂດຍສານ ຖ້ຽວລະ ປະມານ ຮ້ອຍຄົນ ກໍວ່າດີ ແລ້ວ ເພາະ ປັດຈຸບັນ ກໍມີສາຍ ການບິນ ຫລາຍ ບໍຣິສັດ ແລະ ການແຂ່ງຂັນ ກໍສູງ. ໃນເບື້ອງຕົ້ນ ສາຍການບິນ ພົງສວັນ ຈະໃຊ້ ເຮືອບິນ ສາມລຳ ຊຶ່ງເປັນ ເຮືອບິນ ເກົ່າ ຫລື ເຮືອບິນ ມືສອງ ທີ່ ບໍຣິສັດ ຊື້ຕໍ່ ຈາກ ຕ່າງປະເທດ.
ອີກຢ່າງນຶ່ງ ສາຍການບິນ ພົງສວັນ ເປັນສາຍ ການບິນ ມີເງິນທຶນ ໜ້ອຍ ປັດຈຸບັນ ມີພຽງແຕ່ ປະມານ 9 ລ້ານ ດອນລ່າ ສະຫະຣັຖ ເທົ່ານັ້ນ. ແຕ່ ບໍຣິສັດ ພົງສວັນ ຜູ້ເປັນ ເຈົ້າຂອງ ມີບໍຣິສັດ ໃຫຍ່ ຢູ່ລາວ ບໍ່ພຽງແຕ່ ຈະຕັ້ງ ສາຍການບິນ ໃໝ່ ຜ່ານມາ ມີທຸຣະກິດ ໃນຫລາຍດ້ານ ເຊັ່ນ: ການຄ້າໄມ້ ການກໍ່ສ້າງ ຄ້ານ້ຳມັນ ແລະ ການທະນາຄານ.