ຣາຍຮັບຈາກການຂາຍໄມ້ ຂອງຣັຖບານລາວ

ມູນຄ່າໄມ້ ສົ່ງຂາຍ ຕ່າງ ປະເທດ ເປັນຈໍານວນ ຫລາຍ ແຕ່ ຣາຍຮັບ ເຂົ້າງົປມານ ຂອງ ຣັຖບານ ບໍ່ເຖິງ ເຄິ່ງນຶ່ງ.

0:00 / 0:00

ກົດຟັງສຽງ

ໄມ້ ໃນດິນລາວ ທີ່ສົ່ງ ຂາຍໄປ ຕ່າງປະເທດ ເປັນຈໍານວນ ຫລວງຫລາຍ ຈົນ ພໍ່ຄ້າໄມ້ ຕ່າງພາກັນ ຮັ່ງມີ, ແຕ່ຣາຍຮັບ ທີ່ເຂົ້າ ງົປມານ ຂອງຣັຖ ຊໍ້າພັດ ໄດ້ຮັບໜ້ອຍດຽວ ຫລື ບໍ່ເຖິງເຄິ່ງ. ອີງຕາມ ຣາຍງານ ຈາກ ນະຄອນຫລວງ ວຽງຈັນ ໃນມື້ວັນທີ 14 ກໍຣະກະດານີ້.

ດຣ. ນາມ ວິຍະເກດ, ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ເປີດເຜີຍ ຈໍານວນ ຕົວເລກ ທີ່ໄດ້ຮັບ ຈາກການ ຄ້າໄມ້ ຕໍ່ສື່ມວນຊົນ ທ້ອງຖິ່ນ ເມື່ອບໍ່ດົນ ມານີ້ ວ່າ ການຂາຍໄມ້ ຕາມຕົວເລກ ທີ່ແທ້ຈິງ ທີ່ກະຊວງ ໄດ້ເກັບກໍາ ສົກປີ 2007-2008 ໄດ້ 24 ລ້ານ ດອນລາ ສະຫະຣັຖ ຫລືເທົ່າກັບ 16%, ສົກປີ 2008-2009 ໄດ້ 22.8 ລ້ານ ຮວມ 15% ຂອງ ຍອດມູນຄ່າ ການສົ່ງອອກ ທັງໝົດ ແລະ ສົກປີ 2009-2010 ໄດ້ 8.3 ລ້ານ ດອນລາ ສະຫະຣັຖ.

ໃນເວລາ ດຽວກັນ ຜລິຕພັນໄມ້ ສົ່ງໄປຈີນ ໃນປີ 2008 ມີຈໍານວນ 4.3 ລ້ານ ດອນລາ ສະຫະຣັຖ, ປີ 2009 ໄດ້ 1.5 ລ້ານ ດອນລາ ສະຫະຣັຖ ແລະ ປີ 2010 ຂາຍໄດ້ 2.8 ລ້ານ ດອນລາ, ໃນຂນະທີ່ ຜລິຕພັນໄມ້ ທີ່ສົ່ງໄປ ວຽດນາມ ປີ 2008 ໄດ້ 24 ລ້ານ ດອນລາ, 2009 ໄດ້ 22.8 ລ້ານ, ສ່ວນປີ 2010 ໄດ້ 8.3 ລ້ານ ສະຫະຣັຖ.

ທ່ານ ຣັຖມົນຕຣີ ກ່າວຕໍ່ໄປ ວ່າ ນັ້ນແມ່ນ ຕົວເລກ ທີ່ເກັບກໍາໄດ້ ແລະ ໄປຜ່ານບັນຊີ ຂອງ ຂແນງການຄ້າ, ແຕ່ຕົວເລກ ທີ່ຈີນ ແລະ ວຽດນາມ, ຊຶ່ງ ອົງການ ຈັດຕັ້ງ ສາກົນ ແຈ້ງໃຫ້ ກະຊວງຊາບ ວ່າ ໄມ້ທີ່ຈີນ ນໍາເຂົ້າ ຈາກ ສປປລາວ ປີ 2008 ມີມູນຄ່າ 21.7 ລ້ານ ດອນລາ, ປີ 2009 ມີ 67.5 ລ້ານ ດອນລາ. ສ່ວນ ວຽດນາມ ໄດ້ນໍາໄມ້ເຂົ້າ ຈາກລາວ ໃນປີ 2009 ມີ 95.9 ລ້ານ ດອນລາ ແລະ ປີ 2010 ມີ 162.7 ລ້ານ ດອນລາ ສະຫະຣັຖ.

ບໍ່ພຽງແຕ່ ເທົ່ານັ້ນ, ທ່ານ ຍັງກ່າວ ຕື່ມວ່າ ການຄ້າໄມ້ ໃນປີນີ້, ຊຶ່ງນັບແຕ່ ເດືອນ ມົກກະຣາ ຫາ ເດືອນເມສາ, ວຽດນາມ ນໍາໄມ້ ຈາກລາວ ມີມູນຄ່າ ຫລາຍເຖິງ 107 ລ້ານ ດອນລາ, ແຕ່ຝ່າຍລາວ ຍັງບໍ່ທັນ ມີບັນຊີ ທັງໝົດ.