ກົດຟັງສຽງ
ດຣ. ພູວຽງ ດວງດາຣາ ຫົວໜ້າ ຂແນງເດັກນ້ອຍ ປະຈຳໂຮງໝໍ ແຂວງ ຫລວງນໍ້າທາ ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ຕູ້ສຳຣັບໃຊ້ ເດັກແດງ ດຽວນີ້ ໂຕຮັ່ນ ກໍເພແລ້ວ ອຸປກອນ ມັນກໍຂາດເຂີນ ຊ່ວງນີ້ ໂດຍສະເພາະ Warmer ດຽວນີ້ກໍເພ ສ້ອມບໍ່ໄດ້ ແລ້ວກໍມີ ເຄື່ອງຊ່ວຍ ອົບເດັກ ສຳຣັບ ເຮັດການ ຊ່ວຍຊີບ ທີ່ຄົນເຈັບ ບໍ່ສາມາດ ຫາຍໃຈ ເອງໄດ້ ແລ້ວໂຕນີ້ ມັນກໍເພ ຖ້າວ່າ ບໍ່ມີມັນ ກໍຍາກ.”
ດຣ. ພູວຽງ ກ່າວອີກວ່າ ເມື່ອບໍ່ດົນ ນາຍຊ່າງ ມາຈາກ ນະຄອນຫລວງ ວຽງຈັນ ມາສ້ອມແປງ ເຕົາອົບ ແຕ່ປະກົດວ່າ ສ້ອມແປງ ບໍ່ໄດ້. ສະນັ້ນ ປັດຈຸບັນ ໂຮງໝໍແຂວງ ຊຽງຂວາງ ຈຶ່ງບໍ່ມີ ເຕົາອົບ ເດັກນ້ອຍ ເກີດໃໝ່ ເລີຍ, ຜ່ານມາ ເດັກນ້ອຍໆ ເກີດໃໝ່ ເສັຍຊີວິດ ຫລາຍຄົນແລ້ວ ຍ້ອນບໍ່ມີ ອຸປກອນ ດັ່ງກ່າວ. ທາງການ ໂຮງໝໍ ແຂວງຊຽງຂວາງ ໄດ້ຂໍຮ້ອງ ໃຫ້ ກະຊວງ ສາທາຣະນະສຸຂ ຊ່ວຍເຫລືອ ແຕ່ ຈົນເຖິງ ປັດຈຸບັນ ກໍຍັງບໍ່ທັນ ໄດ້ຮັບ ຄຳຕອບ ແຕ່ຢ່າງໃດ ເທື່ອ.
ສປປລາວ ເປັນປະເທດ ນຶ່ງ ທີ່ຍັງມີ ການເສັຍ ຊີວິດ ເປັນຈໍານວນ ຫລວງຫລາຍ ຂອງ ແມ່ຍິງ ແລະ ເດັກນ້ອຍ. ຣັຖບານ ວາງເປົ້າໝາຍ ໄວ້ວ່າ ຈະພຍາຍາມ ໃຫ້ອັດຕຣາ ການເສັຽຊີວິດ ຫລຸດລົງ ພາຍໃນປີ 2015. ທີ່ຜ່ານມາ ຕ່າງປະເທດ ກໍໃຫ້ການ ຊ່ວຍເຫລືອ ແຕ່ ປະກົດວ່າ ຍັງບໍ່ທົ່ວເຖິງ; ເຂດຊົນນະບົດ ແລະ ສອກຫລີກ ຫ່າງໄກ ຍັງບໍ່ມີ ໂຮງໝໍ ເຖິງວ່າມີ ກໍບໍ່ມີ ນາຍໝໍ ແລະ ອຸປກອນ.