ສູນບໍາບັດຢາເສພຕິດ ຫຼວງນໍ້າທາຕ້ອງການງົປ

ທາງການ ແຂວງ ຫລວງນໍ້າທາ ຍັງ ບໍ່ແນ່ໃຈ ວ່າຈະ ຕັ້ງ ສູນ ບໍາບັດ ຄົນຕິດ ຢາເສບຕິດ ໄດ້ຫລື ບໍ່ ເພາະຂາດ ງົບປະມານ.

0:00 / 0:00

ກົດຟັງສຽງ

ຫ້ອງການ ຕ້ານ ຢາເສພຕິດ ແຂວງ ຫລວງນໍ້າທາ ບໍ່ແນ່ວ່າ ຈະ ສາມາດ ຕັ້ງສູນ ປິ່ນປົວ ບໍາບັດ ຄົນຕິດຢາ ໄດ້ຫລືບໍ່ ຍ້ອນວ່າ ທາງ ຣັຖບານ ກາງ ຍັງບໍ່ມີ ທ່າທີວ່າ ຈະອອກ ງົບປະມານ ຊ່ວຍເຫຼືອ ໃນໂຄງການ ນີ້. ເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສບຕິດ ແຂວງ ຫລວງນໍ້າທາ ເວົ້າວ່າ:

"ມັນແນວຄິດ ຂອງ ທ້ອງຖິ່ນ ຢາກສ້າງ ສູນບຳບັດ ແຕ່ວ່າຍັງ ບໍ່ທັນເຫັນ ທຶນ ສູນກາງ ຈະໃຫ້ ເພິ່ນວ່າ ໄດ້ປະມານ 500,000 ໂດລາ ແຕ່ວ່າຍັງ ບໍ່ທັນເຫັນ ໂຕຈິງ ທັມມະດາ ນີ່ ຕ້ອງມີ ລາຍລັກ ອັກສອນ ແຕ່ວ່າໄດ້ຍິນ ເວົ້າປາກເປົ່າ ຊື່ໆ".

ສໍາລັບການ ສ້າງສູນ ປິ່ນປົວ ບໍາບັດ ຄົນຕິດ ຢາເສບຕິດ ເປັນ ນະໂຍບາຍ ພາຍໃນແຂວງ ຊຶ່ງມີຄວາມ ຕ້ອງການ ມາດົນນານ ຈຶ່ງໄດ້ ຂໍຄວາມ ຊ່ວຍເຫລືອ ໄປຫາ ຣັຖບານ ກາງ. ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ປັດຈຸບັນ ຜູ້ປົກຄອງ ເດັກນ້ອຍ ລູກຫລານ ທີ່ຕິດຢາ ຕ້ອງໄດ້ ໄປປິ່ນປົວ ບໍາບັດ ຢູ່ ວຽງຈັນ ຊຶ່ງເປັນການ ຫຍຸ້ງຍາກ ຕ້ອງໄດ້ໃຊ້ ເວລາ ແລະ ຄ່າໃຊ້ຈ່າຍ ຫລາຍ ພໍສົມຄວນ ແລະ ກໍບໍ່ມີ ທ່າທີ ວ່າຈະດີ ຄືນໄດ້ງ່າຍ.

ເຈົ້າໜ້າທີ່ ເວົ້າອີກວ່າ ທີ່ຜ່ານມາ ຣັຖບານ ກາງ ໄດ້ໃຊ້ ງົບປະມານ ຊ່ວຍເຫລືອ ຜູ້ປະສົບ ພັຍນໍ້າຖ້ວມ ຈຶ່ງເຮັດໃຫ້ ທາງການ ແຂວງ ຫລວງນໍ້າທາ ບໍ່ແນ່ໃຈ ວ່າຈະໄດ້ ຮັບການ ສນັບສນູນ ຈາກ ຣັຖບານກາງ ໃນ ໂຄງການ ດັ່ງກ່າວ ນີ້ຢູ່ ຫລືບໍ່.