ຊາວລາວບໍ່ກ້າອອກສຽງ ຕ້ານເຂື່ອນໄຊຍະບູຣີ

ຊົນຊາວລາວ ທີ່ບໍ່ສາມາດ ອອກມາ ສະແດງໂຕ ປະທ້ວງ ຕໍ່ຕ້ານ ໂຄງການ ເຂື່ອນ ໄຊຍະບູຣີ ຈໍາຕ້ອງ ອາສັຍ ເພື່ອນບ້ານ ຊາວໄທ ເປັນ ກະບອກສຽງ ແທນ.

0:00 / 0:00

ກົດຟັງສຽງ

ໃນກຸ່ມນັກປະທ້ວງ ຊາວໄທ ທ່ານນື່ງ ເວົ້າວ່າ ປະຊາຊົນ ລາວ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໄຊຍະບູຣີ ບໍ່ກ້າອອກມາ ປະທ້ວງ ຣັຖບານ ເພື່ອຂໍຄວາມ ເປັນທັມໃດໆ ໃນເຣື່ອງເຂື່ອນ ໄຊຍະບູຣີ ເນື່ອງຈາກວ່າ ການປົກຄອງ ຢູ່ສປປ ລາວ ແຕກຕ່າງກັບ ການປົກຄອງ ໃນປະເທດໄທ ໃນສປປ ລາວ ມີການ ປົກຄອງແບບ ຜະເດັດການ ປະຊາຊົນ ບໍ່ມີສີດ ຕໍ່ຕ້ານ ຣັຖບານ ຫຼື ປາກເວົ້າໄດ້ ຈື່ງຝາກໃຫ້ ຊາວໄທ ເປັນປາກສຽງໃຫ້ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ເຂົາບໍ່ຢາກໄດ້ ເຂື່ອນເລີຍ ແມ້ແຕ່ນ້ອຍ ແຕ່ສີ່ງທີ່ເຂົາ ເຮັດໄດ້ກໍບອກ ຜ່ານພວກເຮົາ ປະເທດໄທ ທີ່ສາມາດ ດຳເນີນການ ປະທ້ວງໄດ້ ໃຫ້ເປັນ ກະບອກສຽງ ໃຫ້ຂະເຈົ້າ ນຳດ້ວຍ ຈີ່ງໆເຂົາບໍ່ ຕ້ອງການເຂື່ອນ ເລີຍ ຣະບົບ ການປົກຄອງ ຂອງເຂົາ ເຂົາບໍ່ສາມາດ ຮຽກຮ້ອງ ຫລື ປະທ້ວງ ແບບນີ້ໄດ້".

ນາງເວົ້າວ່າ ການທີ່ຊາວລາວ ຈະມາຮ່ວມປະທ້ວງ ກັບຄົນໄທນັ້ນ ກໍຕ້ອງໄດ້ ຣະວັງໂຕ ເພາະຢ້ານ ຜົລກະທົບ ຕາມມາ ຖ້າທາງການ ລາວຮູ້ ແຕ່ບາງຄົນ ກໍ່ຂ້າມມາຮ່ວມ ປະທ້ວງ ກັບພວກເຮົາ ນັກປະທ້ວງ ຊາວໄທ ອີກຄົນນື່ງ ເວົ້າວ່າ:

"ລາວເຂົາ ກໍຂ້າມມາ ເວົ້າກັບເຮົາ ຮ່ວມຕໍ່ຕ້ານ ກັບເຮົາ ຕໍ່ຕ້ານ ຢູ່ຝັ່ງລາວ ບໍ່ໄດ້-ຕາຍ".

ໃນຣະຍະ ເວລາ 4-5 ປີ ຜ່ານມາ ປະຊາຊົນ ລາວ-ໄທ ກໍຮູ້ດີ ກ່ຽວກັບ ຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ເພາະເຂື່ອນ ຂອງຈີນ ໄດ້ສົ່ງຜົລ ກະທົບ ມາຫລາຍແລ້ວ ດ່ັງນັ້ນການສ້າງ ເຂື່ອນ ໄຊຍະບູຣີ ຍິ່ງຈະເຮັດໃຫ້ ປະຊາຊົນ ທ້ອງຖີ່ນ ປະເຊີນກັບ ບັນຫາ ນ້ຳຖ້ວມ ແລະ ພັຍແຫ້ງແລ້ງ ຫລາຍຂື້ນ.