ນໍ້າຖ້ວມຮອບ 2 ຢູ່ແຂວງສວັນນະເຂດ ກະທົບປະຊາຊົນ

ຈຳປາທອງ
2023.08.16
ນໍ້າຖ້ວມຮອບ 2 ຢູ່ແຂວງສວັນນະເຂດ ກະທົບປະຊາຊົນ ນ້ຳຖ້ວມຊັພສິນຊາວບ້ານ ທີ່ຕັ້ງຢູ່ແຄມນ້ຳ ໃນໄລຍະທີ່ນ້ຳຝົນຕົກໜັກ ນ້ຳຖ້ວມ. ວັນທີ 12 ສິງຫາ 2023.
RFA

ຝົນຕົກ ນໍ້າຖ້ວມເມືອງວິຣະບູຣີ, ເມືອງຈໍາພອນ ແລະເມືອງອາດສະພັງທອງ ແຂວງສວັນນະເຂດ ອີກຮອບສອງ ແຕ່ມື້ວັນທີ 14 ຫາ 16 ສິງຫານີ້ ເຮັດໃຫ້ຕະລ່າງເຮືອນ, ຫົນທາງ ແລະທົ່ງນາ ໄດ້ຮັບຜົລກະທົບ ແລະຢູ່ເມືອງວັງວຽງ ແຂວງວຽງຈັນ ນໍ້າກໍຖ້ວມບາງເຂດໃນຕົວເມືອງ ຮວມທັງຖ້ວມຕລາດເປັນຄັ້ງທໍາອິດ, ແຕ່ມາເຖິງປັດຈຸບັນ ນໍ້າໄດ້ບົກລົງແລ້ວ.

ຢູ່ເມືອງວິຣະບູຣີ ນໍ້າຫ້ວຍ ແລະເຊ ລົ້ນຖ້ວມຂົວ, ຫົນທາງ, ທົ່ງນາ ແລະຕະລ່າງເຮືອນປະຊາຊົນຫລາຍບ້ານ ໃນມື້ວັນທີ 15 ສິງຫາ  ເປັນຕົ້ນໃນເຂດບ້ານທາດນາງລາວ, ຂົວຫລາຍແຫ່ງ ຮວມທັງຂົວຫ້ວຍແຢງ,  ຂົວຫ້ວຍປາຢີ ທາງໄປຈຸດສຸມອ່າງຄໍາ ແລະຂົວຫ້ວຍຄຽງ ທາງໄປບ້ານນໍ້າປາເຄນນໍາດ້ວຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງວິຣະບູຣີ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 16 ສິງ ຫານີ້ວ່າ:

“ເທື່ອກ່ອນມັນບໍ່ໄດ້ຖ້ວມບ້ານເທື່ອ ເທື່ອກ່ອນນີ້ນ່າ ບໍ່ໄດ້ເຂົ້າບ້ານ ແລ້ວເທື່ອນີ້ເຂົ້າບ້ານລອດພື້ນຕ່າລ່າງເຮືອນ ທົ່ງນາຈໍານວນນຶ່ງ ຖ້ວມທາງ ເທື່ອນີ້ ມັນກໍຫລັງຈາກມີຝົນແລ້ວກໍ໋ ເທື່ອກ່ອນນຶ່ງມາກໍປະມານອາທິດນຶ່ງ ກໍມີຝົນອີກ ແບບນໍ້າຫ້ວຍນໍ້າຄອງນໍ້າສາຍນາທີນີ້ແຫລະ ຖ້ວມນາ ພັດລົງແລ້ວ ມື້ຄືນ 11 ໂມງ ຣັຖໄປໄດ້ແຕ່ສໍາລັບຄວາມເສັຽຫາຍ ກໍບໍ່ທັນໄດ້ວ່າເນາະ.”

ຢູ່ເມືອງຈໍາພອນ, ນໍ້າເຊຈໍາພອນຂຶ້ນຖ້ວມຝັ່ງອີກເປັນເທື່ອທີ 2 ແຕ່ຕອນເຊົ້າຂອງວັນທີ 16 ສິງຫາ ເປັນຕົ້ນໃນເຂດນາໜອງໝາກແຊວ ແລະບ້ານຫົວເມືອງ, ນໍ້າຖ້ວມທົ່ງນາ ທີ່ຫາກໍດໍາໃໝ່, ຖ້າຝົນຍັງຕົກ ແລະນໍ້າເຊຈໍາພອນຖ້ວມຫລາຍຂຶ້ນ ຄາດວ່າ ເຂົ້າໃນນາຈະຕາຍ, ປັດຈຸບັນ ນໍ້າຍັງຂຶ້ນຢູ່ ແຕ່ຂຶ້ນບໍ່ຫລາຍ.

ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຈໍາພອນ ກ່າວໃນມື້ດຽວກັນນີ້ວ່າ:

“ລະດັບນໍ້າເຊຈໍາພອນ ຍັງ ຍັງ ຍັງບໍ່ທັນຫລຸດ ຍັງຂຶ້ນຢູ່ຫາກຂຶ້ນບໍ່ແຮງ ແຖວທີ 2 ນີ້ມັນຖ້ວມຖືວ່າເລາະຕາຝັ່ງເຊນີ້ ມັນໝົດນ່າ. ເອີ ຄັນວ່າລະດັບນໍ້າ ສໍ່ານີ້ນິ ພໍໄດ້ຢູ່ດອກ ສໍ່ານີ້ພໍໄດ້ກິນ ແຕ່ວ່າມັນລື່ນຂຶ້ນໄປນີ້ກໍ ຝົນຍັງບໍ່ຂາດຟ້ານີ້ກໍເທື່ອທີ 2 ມັນຂຶ້ນມັນອັນນັ້ນກໍ ມັນແຂງແຮງກໍຍັງໄຄຢູ່ ອັນນີ້ໂຕເກົ່າຍັງບໍ່ທັນໄດ້ແຂງແຮງ ຍັງເປັນເບັ້ຽນໍ້າຢູ່ ມັນກໍຮ້າຍແລ້ວ ກໍຮຽບຮ້ອຍພຸ້ນແຫລະ ອັນນຶ່ງອັນ 2 ມານໍ້າມັນກໍມາຈາກທາງເໜືອພຸ້ນແຫລະ ທາງແຖວເມືອງອາດສະພອນ.”

ຢູ່ເມືອງອາດສະພັງທອງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງນີ້ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ ເຖິງຝົນບໍ່ຕົກໜັກຄືເທື່ອທໍາອິດ ຈົນເຮັດໃຫ້ນໍ້າຖ້ວມເມືອງ ແຕ່ນໍ້າເຊຈໍາພອນ ກໍຍັງສູງລົ້ນຝັ່ງ ໄຫລຖ້ວມທົ່ງນາບ່ອນເກົ່າເປັນເທື່ອທີ 2 ແຕ່ຖວ້ມບໍ່ຫລາຍຄືເທື່ອທໍາອິດ.

“ຕະບອງເພັດນີ້ກໍ ມັນກໍສິແມ່ນ ມີແຕ່ໄຮ່ນາຫັ້ນແຫລະ ຝົນບໍ່ຕົກແຕ່ວ່ານໍ້າມັນຂຶ້ນ ຕົກໜ້ອຍໆນຶ່ງດອກ ບໍ່ໄດ້ຕົກຄືແຕ່ເກົ່າ ເຊຈໍາພອນມັນຍູ້ຂຶ້ນ.”

ອີງຕາມຄໍາເວົ້າ ຂອງຄະນະຕິດຕາມການເຮັດວຽກ ຂອງເຈົ້າເມືອງອາດສະພັງທອງ ເວົ້າວ່າ ເຈົ້າເມືອງໄດ້ຕິດຕາມເບິ່ງເຫດການນໍ້າຖ້ວມ, ເກັບກໍາຂໍ້ມູນຄວາມເສັຍຫາຍ ເປັນຕົ້ນຜົລກະທົບຕໍ່ເນື້ອທີ່ ທໍາການຜລິດ ແລະຊີ້ນໍາວຽກງານຕ່າງໆ.

ເວົ້າເຖິງສາເຫດ ທີ່ພາໃຫ້ເກີດນໍ້າຖວ້ມເທື່ອທີສອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງວິຣະບູຣີ, ເມືອງຈໍາພອນ ແລະເມືອງອາດສະພັງທອງ ເວົ້າຄືກັນວ່າ ບໍ່ແມ່ນເປັນຍ້ອນເຂື່ອນໄຟຟ້າ ປ່ອຍນໍ້າລົງມາ, ແຕ່ເປັນຍ້ອນຝົນຕົກໜັກ, ສ່ວນເຣື່ອງຄວາມເສັຍຫາຍ ແລະການຊ່ອຍເຫລືອປະຊາຊົົນ ທີ່ໄດ້ຮັບຜົລກະທົບນັ້ນ ຈະຣາຍງານໄປຍັງທາງການແຂວງ ພາຍຫລັງທີ່ໄດ້ເກັບກໍາ ແລະຮວມຮວມຂໍ້ມູນ ຄວາມເສັຍຫາຍທັງໝົດແລ້ວ.

ທີ່ເມືອງວັງວຽງ ປະຊາຊົນກໍເວົ້າໃນມື້ວັນທີ 16 ສິງຫານີ້ວ່າ ໃນຕອນເຊົ້າຂອງວັນທີ 14 ສິງຫາ ປະມານ 6-7 ໂມງ ເກີດມີນໍ້າປ່າໄຫລຫລາກ ພາຍຫລັງຝົນຕົກຫລາຍຊົ່ວໂມງ ເຮັດໃຫ້ນໍ້າຖ້ວມຫລາຍບ້ານ ໂດຍສະເພາະເຂດບ້ານນາດ້ວງ ເມືອງວັງວຽງ ແລະມີບາງບ່ອນ ນໍ້າຖ້ວມຫລາຍ ຈົນຣົຖບໍ່ສາມາດແລ່ນຜ່ານໄປມາໄດ້ ໂດຍສະເພາະໃນເຂດບ້ານນາດ້ວງ, ບ້ານຫ້ວຍສະເຫງົ້າ, ຕລາດວັງວຽງ ແລະຖ້ວມທາງແຖວຫ້ອງການອຸຕຸນິຍົມ ວັງວຽງນໍາດ້ວຍ ແຕ່ມາເຖິງເວລາບ່າຍ 3 ໂມງ ຂອງມື້ດຽວກັນນີ້ ນໍ້າກໍໄດ້ລົດລົງຈົນໝົດ ເຮັດໃຫ້ຊັພສິນ ຂອງປະຊາຊົນ ບໍ່ໄດ້ຮັບຄວາມເສັຍຫາຍ ຍ້ອນໄດ້ລະມັດລະວັງ ປ້ອງກັນເອົາໄວ້ກ່ອນແລ້ວ.

ດັ່ງທີ່ທ່ານກ່າວວ່າ:

“ນໍ້າຊອງນີ້ຂຶ້ນ ນໍ້າປາກເປາະກໍຂຶ້ນຫລາຍ 2 ແມ່ນໍ້າເດ໋ ປ່ອງໃສ່ກັນນ່າ ໂຕນີ້ມັນມາແຕ່ປ່າພຸ້ນ ເຮັດໃຫ້ຖ້ວມນ່າ ບໍ່ແມ່ນນໍ້າໂຕລຸ່ມ ເຂດບ່ອນຫັ້ນມັນຕໍ່ານ່າ ບາດນີ້ມັນເຮັດໃຫ້ນໍ້າຂັງ ມັນລະບຍບໍ່ທັນ ມັນເລີຍເຂົ້າຖ້ວມທາງເຂົ້າເມືອງເລີຍ ປີນີ້ຫັ້ນໜັກກວ່າປີກາຍ ປີກາຍບໍ່ໜັກເພາະວ່າ ຣົຖເກ໋ງໄປບໍ່ໄດ້ຣົຖໃຫຍ່ໄປບໍ່ໄດ້ ແຕ່ວ່າຣົຖໃຫຍ່ນີ້ຣົຖວີໂກ້ນີ້ກໍຍັງໄປຍາກແລ້ວ ອັນທີ່ຜົນກະທົບ ພວກທີ່ຢູ່ຕໍ່ານ່າ ບໍ່ໄດ້ເສັຽຫາຍຫຍັງຫລາຍດອກ ມີແຕ່ນໍ້າເຂົ້າຊື່ໆ ເຂົາເຈົ້າກໍຍົກເຄື່ອງຍົກຂອງຂຶ້ນທີ່ສູງ ບາງເຮືອນກໍເອົາກະສອບຊາຍນ່າ ມາກັ້ນໄວ້ກ່ອນແລ້ວ ເຂົາຮູ້ວ່າຝົນຕົກໜັກເດ້ເນາະ ແຖວອຸຕຸມັນຖ້ວມຫລາຍຫັ້ນນ່າ ຖືວ່າຄັ້ງແລກເລີຍແຫລະວ່າ ປັດຈຸບັນບໍ່ຖ້ວມແລ້ວ ເຈົ້າ.”

ເພື່ອຂໍຮູ້ກ່ຽວກັບ ສະພາບນໍ້າຖ້ວມຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ຕາມທີ່ເປັນຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງປາກກະດິງ ໃນມື້ວັນທີ 16 ສິງຫາ, ໄດ້ຮັບຄໍາຕອບວ່າ ໃນປີນີ້ ຍັງບໍ່ທັນມີນໍ້າຖ້ວມ ຢູ່ເມືອງນີ້ຕື່ມອີກຮອບສອງ, ແຕ່ປັດຈຸບັນ ລະດັບນໍ້າໃນລໍານໍ້າສາຂາ ແມ່ນໍ້າຂອງໃນເມືອງນີ້ ມີທ່າອ່ຽງເພີ່ມຂຶ້ນ.

ດັ່ງທີ່ທ່ານກ່າວວ່າ:

“ອັນມັນຖ້ວມແຕ່ວັນທີ 2-11 ມັນຖ້ວມນ່າ ຕອນນີ້ກໍຍັງບໍ່ທັນຂຶ້ນດອກ ຫາກໍເຣີ່ມຍຶ່ງຂຶ້ນມາຫັ້ນແຫລະ ນໍ້າຂອງນໍ້າສາຂາແມ່ນໍ້າຂອງ ມັນກໍເຣີ່ມຂຶ້ນ ບໍ່ທັນຖ້ວມດອກ ໂຕນີ້ນ່າກາລັງຂຶ້ນ ຫາກໍ່ເຫັນ.”

ໃນຂະນະດຽວກັນ ປະຊາຊົນບ້ານທົ່ງນາມີ ເມືອງປາກກະດິງ ກໍເວົ້າຄືກັນວ່າ ປີນີ້ ບ້ານຂອງຕົນຍັງບໍ່ມີນໍ້າຖ້ວມເທື່ອທີສອງ, ນໍ້າຖ້ວມໜັກແຕ່ວັນທີ 8 ຫາວັນທີ 11 ສິງຫານັ້ນ ເຮັດໃຫ້ທົ່ງນາ ແລະສວນໝາກໄມ້ໄດ້ຮັບຄວາມເສັຍຫາຍ ຫລາຍ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.