ຊາວບ້ານ ຢູ່ຫາດຊາຍຟອງ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກທາງຣົຖໄຟ
2022.06.09

ນັບເປັນເວລາດົນພໍສົມຄວນ ທີ່ປະຊາຊົນຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽຈັນ ໄດ້ເສັຍດິນຂອງພວກຕົນໃຫ້ໂຄງການໂລຈິສຕິກ (Logistic) ແລະໂຄງການກໍ່ສ້າງທາງຣັຖໄຟລາວ-ຈີນ. ແຕ່ຈົນມາຮອດກາງປີ 2022 ນີ້ ປະຊາຊົນຫລາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ຊຶ່ງບໍ່ພໍໃຈກັບການທີ່ທາງການຈະໃຫ້ຄ່າຊົດເຊີຍ ຕໍ່າເກີນໄປນັ້ນ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ. ທາງການຈະໃຫ້ພຽງປະມານ 80,000 ກີບຕໍ່ແມັດມົນທົນ, ແຕ່ປະຊາຊົນເວົ້າວ່າ ຄວນໄດ້ຮັບຫລາຍກວ່າ 250,000 ກີບຕໍ່ແມັດມົນທົນ. ບັນຫານີ້ຍັງຈະມີການຕໍ່ສູ້ ຈົນໄປຈົນກວ່າວ່າຈະໄດ້ຄ່າຊົດເຊີຍ ເປັນທີ່ໜ້າພໍໃຈ.
ດັ່ງປະຊາຊົນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ມິຖຸນານີ້ວ່າ:
“ຍັງບໍ່ໄດ້ເທື່ອນີ້ນ່າ ກະຖ້າຟັງວ່າເພິ່ນຊິປະຊຸມກັນ ຕອນແລກກະວ່າຖືກຣົຖໄຟ ບາດທາງຣົຖໄຟປຸກຕຶກໄປແລ້ວລະວ່າຖືກສິດທິ ຄັນວ່າດິນຕາບອດໃຫ້ແມັດກາເຣນຶ່ງ 80 ພັນ ປະຊາຊົນນີ້ຮັບບໍ່ໄດ້ ເພາະວ່າມັນເປັນທຸກ ດຽວນີ້ເງິິນມັນກະຂຶ້ນໆໆ ໃຫ້ປະຊາຊົນຊໍ່ານີ້ ປະຊາຊົນນີ້ໄປຊື້ດິນຊື້ດອນບໍ່ໄດ້.”
ນາງເວົ້າຕື່ມວ່າ ຜົລກະທົບຈາກການໃຫ້ຄ່າຊົດເຊີຍ ຄວາມເສັຍຫາຍລ້າຊ້ານັ້ນ ຍິ່ງເຮັດໃຫ້ຕົນຖືກເຈົ້າໜີ້ເງິນກູ້ ຄິດໄລ່ເອົາດອກເບັ້ຍນໍາຫລາຍຂຶ້ນເລື້ອຍໆ ຍ້ອນວ່າໄດ້ກູ້ຢືມເງິນນອກລະບົບ ເພື່ອເອົາມາໃຊ້ຈ່າຍເປັນຄ່າຢູ່ກິນໃນຄອບຄົວ ເນື່ອງຈາກດິນຂອງຕົນ ໄດ້ຖືກໂຄງການດັ່ງກ່າວເອົາໝົດແລ້ວ ບໍ່ມີໂອກາດທີ່ຈະໄດ້ປູກຝັງພໍມີລາຍໄດ້ຄໍ້າຈຸນຄອບຄົວຕໍ່ໄປ.
ໃນຂະນະດຽວກັນ ປະຊາຊົນອີກນາງນຶ່ງ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຄືກັນນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ເຣື່ອງຄ່າຊົດເຊີຍ ຕົນກໍຮູ້ສຶກໝົດຫົນທາງ ຍ້ອນພາກສ່ວນທາງການທີ່ກ່ຽວຂ້ອງ ມີແຕ່ເລື່ອນເວລາໃຫ້ຄ່າຊົດເຊີຍ, ຕົວະໄປເລື້ອຍໆ ຈົນໄດ້ 3 ປີແລ້ວ ແຕ່ກໍຍັງບໍ່ທັນໄດ້ເງິນຈັກກີບ, ຢາກໄດ້ເງິນນັ້ນໄວ.
“ມີແຕ່ຕົວະໄປໆ ໃຫ້ມັນແລ້ວມື້ແລ້ວເວັນ ຕົວະປະຊາຊົນມາສາມປີແລ້ວ ຊິຈ່າຍໃຫ້ປະຊາຊົນກະບໍ່ຈ່າຍຈັກເທື່ອ ກະຢາກໃຫ້ເພິ່ນຊົດເຊີຍໃຫ້ໄວໆແຫລະ.”
ເພື່ອຂໍຮູ້ຄວາມຄືບໜ້າ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄະນະກັມມະການໄກ່ເກັ່ຍ ສິ່ງກີດຂວາງໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ແລະໂລຈິສຕິກ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດສະດວກ ທີ່ຈະໃຫ້ຄໍາເຫັນ.
ສໍາລັບເຣື່ອງບ້ານຈັດສັນນາເຕີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ແຂວງຫລວງນໍ້າທາ, ພາກສ່ວນທີ່ກ່ຽວຂ້ອງຢູ່ແຂວງນີ້ ເຣີ່ມເປີດໃຫ້ປະຊາຊົນໂຍກຍ້າຍເຂົ້າໄປຢູ່ ໃນມື້ວັນທີ 9 ມິຖຸນານີ້ ພາຍຫລັງໄດ້ມີພິທີມອບ-ຮັບ ລະຫວ່າງບໍຣິສັດ ຊຽງໄຮ້ ກໍ່ສ້າງຫຸ້ນສ່ວນຈໍາກັດ ຈາກປະເທດຈີນ ແລະທາງການລາວ.
ດັ່ງເຈົ້າໜ້າທີ່ ແຂວງຫລວງນໍ້າທານາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ມິຖຸນານີ້ວ່າ:
“ຈຸທີ່ຖືກຜົລກະທົບຫັ້ນຫວະ ຮັບມອບແມ່ນແຕ່ວັນທີ 29 ພຸ້ນແລ້ວ ເຂົາເຈົ້າກະຍັງບໍ່ທັນເຂົ້າໄປຢູ່ເທື່ອ ກໍາລັງຊິໄປເປີດໃຫ້ເຂົາເຈົ້າມື້ມີ້ນໍ ເຂົາເຈົ້າເປີດໃຫ້ເຂົ້າໄປຢູ່ແລ້ວໃດ໋.”
ຍັງມີຫລາຍຄອບຄົວ ທີ່ຍັງບໍ່ທັນໄດ້ໂຍກຍ້າຍເຂົ້າໄປຢູ່ໃນບ້ານຈັດສັນນັ້ນເທື່ອ, ແຕ່ກໍຈະຍ້າຍໄປຢູ່ໃນມໍ່ໆນີ້. ພວກເຂົາເຈົ້າຈະໄດ້ແຕ່ເຮືອນຢູ່, ທາງການຍັງບໍ່ໄດ້ອອກໃບຕາດິນຂອບຄໍາໃຫ້.
ດັ່ງປະຊາຊົນທີ່ໄດ້ຮັບຜົລກະທົບ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ຍັງບໍ່ທັນໄດ້ໄປຢູ່ເທື່ອນາ ເຂົາກໍາລັງຊິມອບ-ຮັບມື້ນີ້ວ່າຊັ້ນ ຕອນນີ້ກໍຢູ່ນໍ້າທາພີ້ ກະມີດິນປຸກສ້າງແດ່ຫັ້ນແຫລະ ແຕ່ວ່າທໍາອິດເຂົາວ່າ ຊິເອົາໃບຂອບຄໍາໃຫ້ ອອກໃບໃຫ້ຕາດິນຫັ້ນ ແຕ່ວ່າບໍ່ໄດ້ອອກເທື່ອ ເຂົາວ່ານີ້.”
ກ່ອນໜ້ານີ້ ມີປະຊາຊົນຈໍານວນນຶ່ງ ທີ່ໄດ້ເຮືອນຢູ່ບ້ານຈັດສັນ ຂາຍເຮືອນນັ້ນໃຫ້ຄົນອື່ນໄປຢູ່ ແລ້ວເອົາເງິນໄປປຸກເຮືອນຢູ່ບ່ອນອື່ນ ແລະຍັງມີອີກຫລາຍຄົນ ທີ່ກໍາລັງປະກາດຂາຍເຮືອນຢູ່ ໂດຍທີ່ທາງການກໍບໍ່ໄດ້ຫ້າມ.
ດັ່ງຜູ້ທີ່ໄດ້ຂາຍເຮືອນແລ້ວເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 9 ມິຖຸນານີ້ວ່າ:
“ຂາຍອອກແລ້ວ 400 ປາຍ (ລ້ານກີບ) ນີ້ແຫລະ ໄດ້ມອບໃຫ້ມາຢູ່ແລ້ວ ຍັງມີຢູ່ ຍັງມີຄົນຢາກຂາຍຢູ່.”
ປະຊາຊົນນາງນຶ່ງ ທີ່ຈະເຂົ້າໄປຢູ່ບ້ານຈັດສັນໃນມໍ່ໆນີ້ເວົ້າວ່າ ຕົນຮູ້ສຶກໝັ້ນໃຈໃນການຮັກສາຄວາມປອດພັຍຢູ່ບ້ານຈັດສັນນີ້ ແລະກໍເຊື່ອວ່າ ຈະບໍ່ເກີດບັນຫານໍ້າຖ້ວມ ຍ້ອນມີບ່ອນລະບາຍນໍ້າໃຫຍ່.
“ຄິດວ່າເຊື່ອໝັ້ນໃນໂຄງການທີ່ເຂົາສ້າງມາຢູ່ ບ່ອນລະບາຍນໍ້າລະບາຍຫຍັງກວ້າງໃຫຍ່ຢູ່ ມັນມີແມ່ນໍ້າຢູ່ຫັ້ນຢູ່ ແຕ່ມັນກະບໍ່ເຄີຍຖ້ວມ ດຽວນີ້ເຂົາມາຍົກສູງຂຶ້ນອີກຫລາຍເຕີບຫັ້ນນະ.”
ປະຊາຊົນທີ່ໄດ້ເຮືອນຢູ່ບ້ານຈັດສັນນາເຕີຍ 159 ຫລັງນັ້ນ ແມ່ນຊາວບ້ານບ້ານນາເຕີຍ, ບ້ານບໍ່ເຕັນ, ບ້ານບໍ່ປຽດແລະບ້ານຕີນຕົກ ເມືອງຫລວງນໍ້າທາ ແຂວງ ຫລວງນໍ້າທາ ທີ່ໄດ້ເສັຍດິນ, ເຮືອນ ແລະສິ່ງປຸກສ້າງອື່ນໆໃຫ້ແກ່ໂຄງການກໍ່ ສ້າງທາງຣົຖໄຟ. ພວກເຂົາເຈົ້າບໍ່ໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍເປັນເງິນ. ໃນຈໍານວນເຮືອນ 159 ຫລັງທີ່ວ່ານັ້ນ ມີເຮືອນ 3 ຂນາດ, ຂນາດໃຫຍ່ 76 ຫລັງ, ຂນາດກາງ 45 ຫລັງ ແລະຂນາດນ້ອຍ 38 ຫລັງ. ມີມູນຄ່າທັງໝົດ 164 ຕື້ກີບ, ເປັນທຶນຊ່ອຍເຫລືອລ້າ ຈາກຣັຖບານຈີນ.