ມີການລະບາຍນ້ຳ ອອກຈາກເຂື່ອນໄຟຟ້ານໍ້າຊໍາ 3 ໂດຍບໍ່ແຈ້ງເຕືອນກ່ອນ
2024.07.30

ຄະນະບໍລິຫານເຂື່ອນໄຟຟ້ານໍ້າຊໍາ 3 ຂອງກຸ່ມບໍລິສັດ ພົງຊັບທະວີຈໍາກັດຜູ້ດຽວ ລະບາຍນໍ້າອອກຈາກເຂື່ອນລົງມາ ໃນມື້ວັນທີ 25 ກໍລະກົດນີ້ ໂດຍບໍ່ມີໜັງສືແຈ້ງເຕືອນ ຢ່າງເປັນທາງການ, ມີແຕ່ແຈ້ງເຕືອນຜ່ານນາຍບ້ານ ໃຫ້ໄປກະຈາຍຂ່າວໃຫ້ຊາວບ້ານໃນຊຸມຊົນຮູ້, ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ກໍລະກົດນີ້ວ່າ:
“ເຈົ້າ ບໍ່ມີ ບໍ່ມີຜົນກະທົບຫຍັງ ເຂົາແຈ້ງແຕ່ລະບ້ານແຕ່ລະກຸ່ມ ເຈົ້າແຈ້ງມາກະມ້ຽນ ມີແຕ່ແຈ້ງເຕືອນຕື່ມເນາະ ມີບາງບ້ານມັນ ເຂົາບໍ່ທັນຮັບຮູ້ ແຈ້ງກ່ອນປະມານ 5 ເຖິງ 7 ມື້ ແຈ້ງເຕືອນກ່ອນ.”
ລາວເວົ້າຕື່ມວ່າ ໂຄງການເຂື່ອນໄຟຟ້ານໍ້າຊໍາ 3 ຄວນຈະເຮັດໜັງສືແຈ້ງເຕືອນ ຢ່າງເປັນທາງການ ເພື່ອເປັນເອກະສານຢັ້ງຢືນ ປະມານ 5-7 ມື້ ໃຫ້ທາງການແຂວງ ແລະທາງການເມືອງ ໄດ້ຮູ້ກ່ອນເພື່ອເຮັດໃຫ້ການແຈ້ງເຕືອນນັ້ນ ກະຈາຍໄປຢ່າງທົ່ວເຖິງ ແລະຮັບຮູ້ກັນໃນທຸກໆຂະແໜງການ ເນື່ອງຈາກການແຈ້ງເຕືອນຜ່ານນາຍບ້ານ ອາດບໍ່ມີປະສິດທິພາບທີ່ດີພໍ ຂະນະທີ່ທາງບ້ານ ກໍບໍ່ໄດ້ຮູ້ ການແຈ້ງເຕືອນນັ້ນຢ່າງທົ່ວເຖິງ ເນື່ອງຈາກເປັນໄລຍະທໍາການກະເສດ.
ແລະຊາວບ້ານອີກຜູ້ນຶ່ງ ຢູ່ເມືອງຊໍາໃຕ້ຄືກັນນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ໄດ້ຍິນຂ່າວຈາກນາຍບ້ານວ່າ ເຂື່ອນນີ້ ຈະລະບາຍນໍ້າລົງມາ, ຕົນຈຶ່ງໄດ້ກຽມມ້ຽນເຄື່ອງຂອງໄວ້ທີ່ປອດໄພ ເພື່ອບໍ່ໃຫ້ນໍ້າຖ້ວມ ແລະວ່າ ຊາວບ້ານ ທີ່ຢູ່ເຂດລຸ່ມ ບໍ່ສາມາດທີ່ຈະຫຼີກເວັ້ນຈາກນໍ້າຖ້ວມໄດ້, ຕ້ອງໄດ້ເຝົ້າລະວັງ ແລະມີສະຕິຢູ່ຕະ ຫຼອດເວລາ ໂດຍສະເພາະໃນລະດູຝົນ ທີ່ອາດຈະມີການປ່ອຍນໍ້າ ອອກຈາກເຂື່ອນລົງມາ ດັ່ງທີ່ທ່ານກ່າວວ່າ:
“ຂະເຈົ້າແຈ້ງ ຊິປ່ອຍເຂື່ອນ 3 ແຕ່ກະບໍ່ມີຜົນກະທົບຫຍັງດອກ ເພາະວ່າຜູ້ໃດກະກຽມ ກຍມໄວ້ໃຫ້ມັນຫວິດອອກເດ້ ຢູ່ເທິງໝົດແລ້ວ ບໍ່ໃຫ້ນໍ້າຖ້ວມແລ້ວ ແມ່ນແນ່ນອນ ຜູ້ເຮົາ ອັນ ທໍາການຜະລິດ ພວກເຮົາລ້ຽງສັດລ້ຽງສິ່ງ ຢູ່ກ້ອງແນວໃດກະຍອມຮັບຢູ່ດີຫັ້ນແຫລະ.”
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງຊໍາໃຕ້ ໄດ້ກ່າວໃນມື້ວັນທີ 30 ກໍລະກົດນີ້ວ່າ ບໍ່ມີລາຍງານເລື່ອງຜົນກະທົບ ຫລືຄວາມເສັຽຫາຍ ທີ່ເກີດຂຶ້ນກັບຊາວບ້ານ ແລະບໍ່ມີເອກະສານແຈ້ງການເຕືອນ ກ່ຽວກັບການລະບາຍນໍ້າ ອອກຈາກເຂື່ອນໄຟຟ້ານໍ້າຊໍາ 3 ເລີຍ.
“ຂະແໜງກວດກາຕິດຕາມໂຄງການຫັ້ນນ່າ ສັງລວມ ເອກກະສານຄືບໍ່ເຫັນເນາະ ຕົວແຈ້ງປ່ອຍເຂື່ອນຫັ້ນນ່າ ກະເຫັນຂະເຈົ້າລົງເຟສຢູ່ ກະບໍ່ຮູ້ວ່າ ລົງຫັກເຮັດເອງເລີຍເນາະ ບໍ່ມີເອກກະສານເລີຍໄດ໋.”
ແລະເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານພະລັງງານ ຢູ່ແຂວງຫົວພັນ ກໍເວົ້າວ່າ ຫາກເປັນໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ ຕັ້ງແຕ່ 5 ເມກາວັດຂຶ້ນໄປ ເມື່ອຈະລະບາຍນໍ້າລົງມາ ຫລືມີເຫດສຸກເສີນໃດໆ ທີ່ອາດຈະມີຄວາມສ່ຽງ ຕໍ່ສິ່ງແວດ ລ້ອມ ແລະສັງຄົມ ກໍຈະຕ້ອງໄດ້ເຮັດໜັງສືແຈ້ງເຕືອນ ໃຫ້ທາງການເມືອງ ແລະແຂວງ ຮູ້ຢ່າງເປັນທາງການ. ແຕ່ກໍລະນີເຂື່ອນນໍ້າຊໍາ 3 ລະບາຍນໍ້າຄັ້ງນີ້ ແມ່ນບໍ່ໄດ້ມີໜັງສືແຈ້ງເຕືອນໃດໆ.
“ໂອ໋ ອິຫຍັງບໍ່ໄດ້ແຈ້ງມານ່າ ແມ່ນ ຄແຕ່ວ່າທາງແຂວງກະຍັງບໍ່ທັນເຫັນເທື່ອເດີ້.”
ເວົ້າເຖິງເລື່ອງການຮັບມືສຸກເສີນ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ແຈ້ງເຕືອນ ໃຫ້ບັນດາເຂື່ອນໄຟຟ້າທຸກແຫ່ງ ໃນທົ່ວປະເທດ ທັງຂະໜາດນ້ອຍ ແລະຂະໜາດໃຫຍ່ ກຽມພ້ອມຮັບມືສຸກເສີນ ໃນລະດູຝົນ ປີ 2024 ນີ້ ດັ່ງເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານປ້ອງກັນໄພພິບັດ ຈາກເຂື່ອນໄຟຟ້າທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຊ້ວງເຂົ້າຝົນ ຈະມີພະຍຸແຫລະ ທາງກະຊວງພະລັງງານແລະບໍ່ແຮ່ ຈະມີໜັງສືໃຫ້ທາງເຂື່ອນໃຫ້ປະຕິບັດ ເຮັດແຜນສຸກເສີນເຮັດຫຍັງກຽມໄວ້.”
ເຂື່ອນໄຟຟ້ານໍ້າຊໍາ 3 ມີກໍາລັງການຜະລິດ 156 ເມກາວັດ, ມູນຄ່າການກໍ່ສ້າງ 357 ລ້ານໂດລ້າສະຫະລັດ, ໄດ້ກໍ່ສ້າງໃນປີ 2019 ແລະສ້າງສໍາເລັດ ໃນປີ 2023 ແລະຂາຍໄຟຟ້າໃຫ້ປະເທດຫວຽດນາມ ຕາມສັນຍາ.
ພາຍຫຼັງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ຖືກນໍາມາປະຕິບັດຢ່າງແທ້ຈິງ ພາຍຫລັງເກີດເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອປີ 2018, ກະ ຊວງພະລັງງານ ແລະບໍ່ແຮ່ ໃຫ້ຄວາມສໍາຄັນ ຕໍ່ຄວາມປອດໄພຂອງເຂື່ອນ ເພາະໃນໄລຍະຜ່ານມາ ມາດຕະການດ້ານຄວາມປອດໄພຂອງເຂື່ອນໄຟຟ້າ ໃນລາວ ຍັງຖືວ່າ ບໍ່ໄດ້ຕາມມາດຕະຖານສາກົນ ຈຶ່ງເຮັດໃຫ້ເຂື່ອນໄຟຟ້າຫລາຍແຫ່ງ ມີຄວາມສ່ຽງສູງ ທີ່ຈະເກີດເຫດຮຸນແຮງຂຶ້ນ ເປັນຕົ້ນ ເຂື່ອນແຕກ, ມີຮອຍແຕກແຫງຮອຍຮົ່ວ ຫລືໂຄງສ້າງຂອງເຂື່ອນ ຍຸບຕົວ ແລະອື່ນໆ.