ຄຣູ-ອາຈານ ຢູ່ພະມ້າ 130,000 ຄົນ ພາກັນປະທ້ວງ ທະຫານ

ພອນ ພູມມີທອນ
2023.10.08
ຄຣູ-ອາຈານ ຢູ່ພະມ້າ 130,000 ຄົນ ພາກັນປະທ້ວງ ທະຫານ ຄຣູ-ອາຈານ ຢູ່ພະມ້າ ປະທ້ວງ ກຸ້ມທະຫານ ແບບອະຣິຍະຂັດຂືນ. ວັນທີ 18 ກຸມພາ 2021.
RFA

ຢູ່ປະເທດພະມ້າ ຍັງມີຄຣູ-ອາຈານ 130,000 ຄົນ ຕໍ່ຕ້ານການຣັຖທະຫານແບບ ອະຣິຍະຂັດຂືນ ຫຼື CMD ໂດຍ ຜູ້ປະທ້ວງເອງເປັນພະນັກ ງານຣັຖກອນ ທີ່ບໍ່ຍອມເຂົ້າໄປເຮັດວຽກ ເພື່ອປະທ້ວງການຣັຖປະຫານ ຂອງທະຫານພະມ້າ ໃນເດືອນກຸມພາ 2021. ໃນການກ່າວຄໍາປາໄສ ເພື່ອສລອງວັນຄຣູສາກົລ, ທ່ານ ຊໍເວຊູ ຣັຖມົນຕຣີກະຊວງສຶກສາ ຂອງຣັຖບານລວມຊາຕຂອງພະມ້າ ທີ່ເປັນຝ່າຍກົງກັນຂ້າມກັບກຸ່ມທະຫານພະມ້າ ໄດ້ກ່າວວ່າ ອະຣິຍະຂັດຂືນ ຂອງຄຣູ-ອາຈານ ຍັງຄົງສືບຕໍ່ ເພື່ອຕ້ານກັບທະຫານພະມ້າ ເຖິງວ່າ ມັນຈະມີຄວາມຫຍຸ້ງຍາກ ປານໃດກໍຕາມ.​

ທ່ານ ຊໍ ເວ ຊູ ໄດ້ກ່າວຕື່ມວ່າ ບັນດາຄຣູ-ອາຈານ ໄດ້ພາກັນເຂົ້າຮ່ວມການປະທ້ວງ ແບບອະຣິຍະຂັດຂືນ ໂດຍຂາດວຽກ ແລະ ຍອມໃຫ້ຕັດເງິນເດືອນ. ມີຄຣູ-ອາຈານ 130,000 ຄົນ ເຂົ້າມາປະທ້ວງແບບອະຣິຍະຂັດຂືນ ໄດ້ຊ່ວຍຈໍາກັດປະສິດທະພາບ ຂອງກຸ່ມທະຫານພະມ້າ.

ໃນຂະນະທີ່ຄຣູ-ອາຈານ ໄດ້ພາກັນອອກໄປປະທ້ວງ ແບບອະຣິຍະຂັດຂືນ ຍ້ອນບັນຫາທາງດ້ານເສຖກິຈ, ແຕ່ ກໍມີຫຼາຍຄົນມີຄວາມກັງວົນ ຕໍ່ຄວາມປອດໄພ ຂອງຕົນເອງ ຍ້ອນວ່າ ເຂົາເຈົ້າເຫັນພວກທະຫານມີການຈັດກຸມ ແລະ ສັງຫານໝູ່ເພື່ອນຂອງເຂົາເຈົ້າ.

ມີການປະເມີນກັນວ່າ ມີຄຣູອາຈານຫຼາຍ 1,000 ຄົນ ພາກັນອອກໄປປະທ້ວງ ແບບອະຣິຍະຂັດຂືນ ໃນເວລາທີ່ເປີດສົກຮຽນປີ 2022-2023.​ ນັບແຕ່ມີການຣັຖປະຫານ, ຣັຖບານລວມຊາຕຂອງພະມ້າ ໄດ້ສ້າງຕັ້ງອາດີດຜູ້ນໍາພົລເຮືອນ ແລະ ນັກເຄື່ອນໄຫວຕ້ານທະຫານ ທາງອອນລາຍ. ທ່ານ ດູວາ ລາສີລາ ຮັກສາການປະທານາທິບໍດີ ທີ່ເປັນຣັຖບານລວມຊາຕ ຂອງພະມ້າ ໄດ້ກ່າວວ່າ: ພວກທະຫານພະມ້າ ໄດ້ກໍ່ອາສຍາກັມໄຮ້ມະນຸສສະທັມ ເຊັ່ນ ການໂຈມຕີທາງອາກາດແບບບໍ່ເລືອກເປົ້າໝາຍ ແລະ ການເຜົາໂຮງຮຽນ ແລະ ຈັບກຸມ ທໍລະມານ ແລະ ສັງຫານ ຄຣູ-ອາຈານ.

ທະຫານເວົ້າວ່າ ຄຣູ-ອາຈານ, ພໍ່ ແມ່ ນັກຮຽນ ຜູ້ທີ່ເຂົ້າໂຮງຮຽນທີ່ສນັບສນູນທາງການເງິນ ຈາກຣັຖບານລວມຊາຕ ຂອງພະມ້າ ຈະຖືກດໍາເນີນມາດຕະການຢ່າງໂຫດຮ້າຍ. ມີຫຼາຍ 1,000 ຄອບຄົວ ໄດ້ເອົາລູກຂອງຕົນເອງ ອອກຈາກໂຮງຮຽນຣັຖ ທີ່ຂຶ້ນກັບກຸ່ມທະຫານພະມ້າ ນັບແຕ່ທະຫານພະມ້າເຂົ້າມາຢຶດອໍານາດ ໂດຍ ຣັຖບານລວມຊາຕຂອງພະມ້າ ໃຫ້ການຊ່ວຍເຫຼືອສ້າງຕັ້ງໂຮງຮຽນ ແບບສອນລູກຕົນເອງຢູ່ເຮືອນ. ຖ່າມກາງ ພວກທະຫານພະມ້າ, ທີ່ມີການສູ້ຣົບກັບກຸ່ມກອງກໍາລັງ ປົກປ້ອງປະຊາຊົນ ຫຼື PDF ແລະ ກອງກໍາລັງຊົນຊາຕຊົນເຜົ່າ ຢູ່ເຂດຊາຍແດນພະມ້າ ທີ່ຢູ່ຫ່າງໄກ, ໄດ້ໂຈມຕີໝູ່ບ້ານ ເຮັດໃຫ້ຊາວບ້ານໄດ້ຮັບບາດເຈັບ ແລະ ເສັຽຊີວິດ ຢູ່ໂຮງຮຽນທີ່ເຂົາເຈົ້າສ້າງຕັ້ງຂຶ້ນເອງ.​

ເຖິງວ່າ ໂຮງຮຽນບາງແຫ່ງ ຈະບໍ່ໄດ້ຮັບຜົລກະທົບ, ແຕ່ ຄຣູ ແລະ ນັກຮຽນ ກໍຖືກ ກຸ່ມທະຫານພະມ້າ ບັງຄັບໃຫ້ໄປເຂົ້າໂຮງຮຽນ ທີ່ຂາດເຄື່ອງມືອຸປະກອນການຮຽນການສອນ.​

ຂໍ້ຄວາມຂອງຣັຖບານ ລວມຊາຕພະມ້າ ຕໍ່ກັບວັນຄຣູສາກົລ ໄດ້ມີຄວາມແຕກຕ່າງ ຈາກນະໂຍບາຍຝ່າຍທະຫານພະມ້າ ທີ່ ພົນເອກ ມິນ ອອງ ລາຍ ຜູ້ນໍາທະຫານພະມ້າ ໄດ້ຮຽກຮ້ອງໃຫ້ຊາວໜຸ່ມພະມ້າ ໄດ້ຮັບການສຶກສາ ເພື່ອສ້າງສັນສັງຄົມໃຫ້ມີຄວາມສງົບໃນຕໍ່ໜ້າ ແລະ ຮຽກຮ້ອງໃຫ້ມີຄຣູອາຈານ ທີ່ດີຫຼາຍຂຶ້ນ ດ້ວຍການສ້າງຄົນໜູ່ມຂຶ້ນມາ.

ມີຮີດຄອງປະເພນີ ອັນຍາວນານຂອງອາຈານ ແລະ ນັກຮຽນ ທີ່ດໍາເນີນການ ນອກເໜືອບົດບາດຂອງຕົນເອງ ໃນການຕໍ່ສູ້ກັບຜະເດັດການທະຫານພະມ້າ. ໃນປີ 1988, ພາຍໃຕ້ການປົກຄອງແບບອໍານາດຜະເດັດການ ຂອງ ນາຍພົນ ເນ ວິນ, ພວກນັກສຶກສາພາກັນປະທ້ວງ ແລະ ລຸກຮືຂຶ້ນທົ່ວປະເທດ ຫຼັງຈາກ ຜູ້ນໍາທະຫານສັ່ງຫ້າມ ໃຊ້ເງິນໃບລະ 25, 35,​ 75 ຢຽດ ເຊິ່ງເປັນສະກຸນເງິນຂອງພະມ້າ ແລະ ຕໍ່ມາ ມີການສັ່ງໃຫ້ສັງຫານນັກສຶກສາ.​ ການລຸກຮືຂຶ້ນ ເກີດຂຶ້ນໃນເດືອນສິງຫາ ກາຍເປັນເຫດການທາງປວັດສາດ ທີ່ປະຊາຊົນພະມ້າທຸກຊັ້ນຄົນ ລຸກຂຶ້ນຕໍ່ຕ້ານກຸ່ມອໍານາດທະຫານ.

ໃນວັນທີ 30 ກັນຍາ ທີ່ຜ່ານມາ, ທະຫານພະມ້າ ຢູ່ເຂດສະກາງ ໄດ້ກຸມ ທ່ານ ອອງ ຊານ ວິນ ອາຍຸ 37 ປີ ແລະ ນາງ ແມວ ຊູ ທາດ ພັນລະຍາຂອງລາວ ອາຍຸ 35 ປີ ທີ່ເປັນເຈົ້າໜ້າທີ່ວິສາວະກອນ ຝ່າຍຂົວທາງ ຢູ່ເຂດສະກາງ ແລະ ຕໍ່ມາ ກຸ່ມທະຫານພະມ້າ ກໍໄດ້ມ້າງເຮືອນຂອງເຂົາເຈົ້າ.​

ປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ: ທັງສອງຜົວເມັຽດັ່ງກ່າວ ອາດຈະຖືກທະຫານພະມ້າຈັບກຸມ ຍ້ອນວ່າ ພວກທະຫານພະມ້າ ຕ້ອງການ ຕົວເຂົາເຈົ້າ ຫຼື ເຂົາເຈົ້າ ໄດ້ຮ່ວມຂະບວນການປະທ້ວງ ແບບອະຣິຍະຂັດຂືນ.​

ກຸ່ມທະຫານພະມ້າ ໄດ້ຈັບໂຕ ແລະ ກັກຂັງສະມາຊິກພັກສັກນິບາດແຫ່ງຊາຕ ເພື່ອປະຊາຊົນທິປະໄຕຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ. 

ພັກສັນນະບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ ຫຼື NLD ໄດ້ອອກຖແລງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.​ ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະ ພັກຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປ ຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບໂຕຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.

ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200​ ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານຂອງພັກ NLD.​

ທ່ານ ຂິນຊວງ, ກັມມະການບໍຣິຫານພັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນ ຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.​

ທ່ານ ກ່າວວ່າ: ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.

ກຸ່ມທະຫານພະມ້າ ໄດ້ບຸກທໍາລາຍຫ້ອງການຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານໄປແລ້ວເກືອບ 400 ແຫ່ງ, ແລະ ຢຶດຊັບສິນສະມາຊິກພັກ NLD 370 ທ່ານ ລວມທັງເຮືອນຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພະຫະນະ ອີງຕາມການຣາຍງານຂອງພັກ NLDD

ບົດຣາຍງານງານຍັງລະບຸວ່າ ກຸ່ມທະຫານພະມ້າ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວຢ່າງ 100 ຄົນ ລວມທັງສະມາຊິກສະພາແຫ່ງຊາຕຂອງພະ ມ້າ.

ຕໍ່ກັບຖແລງການ ແລະ ຄໍາອ້າງຂອງພັກ NLD, ເຈົ້າໜ້າທີ່ຝ່າຍກຸ່ມທະຫານພະມ້າຍັງຄົງບໍ່ມີຊີ້ແຈງແຕ່ຢ່າງໃດ. ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ພະຍາຍາມຕິດຕໍ່ຫາ ທ່ານ ຊໍມິນຕັນ ຮອງຣັຖມົນຕຣີກະຊວງຖແລງຂ່າວຂອງກຸ່ມທະຫານພະມ້າ ເພື່ອຈະຖາມກ່ຽວກັບເລື່ອງນີ້ ແຕ່ ທ່ານບໍ່ຮັບສາຍ.

ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດການເມືອງຂອງພະມ້າ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ປະເທດໄທຍ, ທະຫານພະມ້າໄດ້ສັງຫານນັກເຄື່ອນໄຫວໄປແລ້ວປະມານ 4,000 ຄົນ ນັບແຕ່ກຸ່ມທະຫານພະມ້າ ເຂົ້າມາຢຶດອໍານາດຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ ປີ 2021 ແລະ ໄດ້ຈັບໂຕປະຊາຊົນໄປແລ້ວເກືອບ 20,000​ ຄົນ.

ບັບແຕ່ ຝ່າຍທະຫານຢຶດອໍານາດຈາກຣັຖບານພົລເຮືອນ ຢູ່ປະເທດພະມ້າ, ກໍມີຄົນໜຸ່ມ-ສາວ ຢູ່ປະເທດພະມ້າທີ່ຮັກ ປະຊາທິປະ ໄຕ ແລະ ເສຣີພາບ ກໍພາກັນໜີເຂົ້າໄປປ່າ ຕັ້ງກອງກໍາລັງປະກອບອາວຸດ ເພື່ອຕໍ່ສູ້ກັບທະຫານພະມ້າທີ່ຢຶດອໍານາດ.

ຄົນໜຸ່ມ-ສາວ ຈາກຫຼາກຫຼາຍອາຊີບ ບໍ່ວ່າ ຈະເປັນນັກສຶກສາ, ບັນຍາຊົນ, ນັກສະແດງ, ປະຊາຊົນທົ່ວໄປ ຫຼື ບຸກຄົນທີ່ເຮັດວຽກສື່ມວນຊົນ ແລະ ສາຂາອາຊີບອື່ນໆ ກໍພາກັນໜີເຂົ້າປ່າ ເພື່ອຈັບປືນຕໍ່ສູ້ກັບທະຫານພະມ້າ.

ໃນນັ້ນ ກໍມີນັກຂ່າວອິດສຣະພະມ້າ ຄົນນຶ່ງ ທີ່ຊື່ ວ່າ Sit Ko Naing ທີ່ເຄີຍຣາຍງານຂ່າວປະຈໍາຢູ່ ເຂດເມືອງ ປາກັນ ເຂດພາກເໜືອຂອງຣັຖສິນ ກໍໄດ້ສະໝັກໃຈໜີເຂົ້າປ່າ ໄປຮ່ວມກັບກອງກໍາລັງປົກປ້ອງປະຊາຊົນ ຄື ກັບຊາວໜຸ່ມພະມ້າ ຄົນອື່ນໆ ເພຶື່ອຕໍ່ສູ້ກັບທະຫານພະມ້າ ຫຼັງຈາກທະຫານພະມ້າເຂົ້າຢຶດອໍານາດ ຈາກຣັຖບານຂອງຍາ ນາງ ອອງ ຊານ ຊູ ຈີ ທີ່ຊະນະການເລືອກຕັ້ງ. 

Sit Ko Naing ອາຍຸ 27 ປີ ເຄີຍຣາຍງານໃຫ້ສໍານັກຂ່າວທ້ອງຖິ່ນ ແລະ ສໍານັກຂ່າວສາກົລ ຈົນວ່າ ມື້ນຶ່ງ ໄດ້ເຫັນຕໍາຣວດ ແລະ ທະຫານທີ່ອາວຸດປືນ ໄດ້ຂ້ານັກສຶກສາ ແລະ ປະຊາຊົນຜູ້ບໍລິສຸດ ຜູ້ທີ່ມາຮ່ວມປະທ້ວງແບບສະຫງົບ.​

Sit Ko Naing ໄດ້ກ່າວວ່າ:

ຖ້າມີຄົນຖາມວ່າ ຢ້ານຕາຍບໍ່? ເປັນຫຍັງຊິບໍ່ຢ້ານ ທຸກຄົນກໍຢ້ານຕາຍ ແຕ່ ຂ້ອຍຢ້ານວ່າ ອະນາຄົດຂອງປະເທດຊິມືດມົນ. ທະຫານພະມ້າ ໄດ້ທໍາລາຍຄວາມສາມັກຄີຂອງປະຊາຊົນ, ປະເທດຊາຕ ແລະ ປະຊາຊົນ. ພວກເຮົາຕຣຽມຕົວ ເພື່ອຕໍ່ສູ້ກັບໃຫ້ເຖິງທີ່ສຸດ ເພື່ອໃຫ້ປະເທດຊາຕ ແລະ ປະຊາຊົນ ຢູ່ລອດ ຍ້ອນວ່າ ມັນຈະເປັນການຕໍ່ສູ້ຄັ້ງສຸດທ້າຍ ເພຶື່ອຂຸດຮາກຖອນຕົ້ນຜະເດັດການທະຫານ.

Sit Ko Naing ເຮັດວຽກເປັນນັກຂ່າວອິສຣະ ທີ່ເຕີບໂຕມາຢູ່ໃນເຂດເມືອງ ຢິນມາບິນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ຜແນກພາສາພະມ້າ ວ່າ ລາວໄດ້ຕັດສິນໃຈວ່າ ລາວຈະບໍ່ຢູ່ເສີຍກັບບັນຫາດັ່ງກ່າວ ສະນັ້ນ ລາວຈຶ່ງ ວາງປາກາ ແລ້ວຫັນມາຈັບປືນແທນ ແລະ ເຂົ້າຮ່ວມກອງກໍາລັງປົກປ້ອງປະຊາຊົນ ເພື່ອຕໍ່ສູ້ຟື້ນຟູປະຊາທິີປະໄຕ ໃນພະມ້າ. 

ມີການຈັດຕັ້ງ ກອງກໍາລັງປົກປ້ອງປະຊາຊົນ ໃນທົ່ວປະເທດ ລວມທັງຢູ່ໃນເຂດ ທີ່ມີກອງກໍາລັງຊົນຊາຕຊົນເຜົ່າ ຜູ້ທີ່ຕໍ່ສູ້ກັບທະຫານພະມ້າ ມາໄດ້ຫຼາຍປີ. ໃນບາງກໍລະນີ, ກຸ່ມຊົນຊາຕຊົນເຜົ່າ ໄດ້ຮ່ວມກັບກອງກໍາລັງ ປົກປ້ອງປະຊາຊົນ ຫຼື PDF.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.