ໂຈນຈີນ 3 ຄົນ ປຸ້ນຮ້ານຄຳ ຄົນລາວ ທີ່ນະຄອນຫຼວງພຣະບາງ

ພອນ ພູມ​ມີ​ທອນ
2025.01.06
ໂຈນຈີນ 3 ຄົນ ປຸ້ນຮ້ານຄຳ ຄົນລາວ ທີ່ນະຄອນຫຼວງພຣະບາງ ໜ້າຕາພວກໂຈນ 3 ຄົນ ທີ່ເປັນຄົນຈີນ ທັງໝົດ ໄດ້ກໍ່ເຫດ ປຸ້ນຮ້ານຄຳ ທີ່ຕະຫຼາດດາລາ ນະຄອນຫຼວງພຣະບາງ
Credit photos: facebook fan page: ໜັງສືພິມລາວພັດທະນາ

ປັດຈຸບັນ, ຄົນຈີນ ທີ່ອາໄສ ໃນລາວ ໄດ້ກໍ່ເຫດການ ອາຊະຍາກໍາ ຫຼາຍຂຶ້ນ. ຫຼ້າສຸດ, ໃນວັນທີ 4 ມັງກອນ 2025 ໄລຍະເວລາ ປະມານ 3 ໂມງແລງ ໄດ້ມີຊາວຈີນ 3 ຄົນ ບຸກເຂົ້າໄປ ປຸ້ນຮ້ານຄໍາ ສິລິວົງ ສາຂາຕະຫຼາດດາລາ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ, ໂດຍຊາວຈີນທັງ 3 ຄົນ ພາກັນຂັບລົດຈັກມາ 2 ຄັນ ໃສ່ໝວກດໍາ ປົກປິດໜ້າຕາ ພົກອາວຸດປືນ 2 ບອກ ໄດ້ບຸກເຂົ້າໄປ ປຸ້ນຮ້ານຄໍາດັ່ງກ່າວ ພ້ອມຍິງປືນຂົ່ມຂູ່ ເຈົ້າຂອງຮ້ານຄໍາ, ແຕ່ໂຊກດີ ບໍ່ມີໃຜ ໄດ້ຮັບບາດເຈັບ.

ເຈົ້າຂອງຮ້ານຄໍາດັ່ງກ່າວ ໄດ້ແລ່ນຫຼົບເຂົ້າໄປ ຂ້າງໃນຮ້ານ ພ້ອມພະຍາຍາມ ຫາອາວຸດ ເພື່ອຈະໄປສູ້ ກັບໂຈນຊາວຈີນ ທັງ 3 ຄົນ ພ້ອມຮ້ອງຂໍ ຄວາມຊ່ວຍເຫຼືອ, ເຊິ່ງຄົນຈີນທັງ 3 ຄົນ ເຫັນທ່າບໍ່ດີ ຈຶ່ງພະຍາຍາມ ຈະຫຼົບໜີ, ແຕ່ຕໍາຫຼວດ ໄດ້ຈັບໂຕທັນ ໃນມື້ດຽວກັນ.

ເບື້ອງຕົ້ນ, ຄົນຈີນທັງ 3 ຄົນ ຍັງບໍ່ໄດ້ ຂອງມີຄ່າ ໄປ. ດັ່ງເຈົ້າຂອງຮ້ານ ຂາຍເຄື່ອງເງິນ ທ່ານໜຶ່ງ ທີ່ເຄີຍຖືກຄົນຈີນ ປຸ້ນ ໃນກ່ອນໜ້ານີ້ ຢູ່ຕະຫຼາດດາລາ ແຂວງຫຼວງພຣະບາງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ 6 ມັງກອນ ວ່າ:

“ແມ່ນແລ້ວ ຮ້ານໃກ້ກັນ. ຈີນ 3 ຄົນເລີຍ, ເອົາລົດຈັກມາ 2 ຄັນ. ລາວໃສ່ໄອ້ໂມ້ງ ອະຫຍັງມາ, ລູ່ເຂົ້າໄປໃນຮ້ານຄໍາ ຂອງເຂົາເຈົ້າເລີຍ. ແລ້ວມີປືນມາ 2 ບອກ. ເຈົ້າຂອງຮ້ານ ກໍໜີເຂົ້າໄປໃນຫັ້ນ, ແລ້ວກຽມຄ້ອນ ກຽມນັ້ນ ແລ່ນອອກມາ ສູ້ກັບມັນ ບໍລິເວນນັ້ນ ກໍມີຄົນພຸ້ງພ້ານຢູ່ເນາະ, ມັນກໍຍິງປືນຂູ່ 2 ນັດນີ້ແຫຼະ.”

ທ່ານກ່າວຕື່ມວ່າ ຜ່ານໄປ ພຽງເດືອນດຽວເທົ່ານັ້ນ, ທີ່ຮ້ານຕົນເອງ ຖືກໂຈນ 1 ຄົນ ບຸກເຂົ້າໄປປຸ້ນ ກໍມີເຫດການ ຄົນຈີນ ບຸກເຂົ້າໄປ ປຸ້ນຮ້ານຄໍາ ທີ່ຢູ່ໃກ້ຄຽງກັນອີກ ເຮັດໃຫ້ທ່ານເອງ ກໍຮູ້ສຶກຢ້ານ ຈຶ່ງໄດ້ຈ້າງ  ເຈົ້າໜ້າທີ່ ຮັກສາຄວາມປອດໄພ ຂອງເອກະຊົນ ມາຍາມແລ້ວ ເພາະທ່ານໄດ້ ເຄີຍປະສານໄປຍັງ ເຈົ້າໜ້າທີ່ຕໍາຫຼວດ ໃຫ້ມາກວດກາ ປະຈໍາບໍລິເວນຮ້ານຄໍາ ໃຫ້ຫຼາຍຂຶ້ນ, ແຕ່ທາງຕໍາຫຼວດ ບອກວ່າ ເຈົ້າໜ້າທີ່ ບໍ່ພຽງພໍ. ຍ້ອນເຫດນີ້, ທ່ານຈຶ່ງຕ້ອງ ໄດ້ປ້ອງກັນ ດ້ວຍຕົນເອງ ແລະ ມີແຜນ ຈະສ້າງກົງເຫຼັກ ນໍາດ້ວຍ.

“ບໍ່ແມ່ນຜູ້ດຽວ ກັບຮ້ານຂ້ອຍ ມາປຸ້ນຮ້ານເຮົາ ກໍຍັງມິດ ບໍ່ຮູ້ຫຍັງຕອນນີ້, ແຕ່ໜ້າຈະແມ່ນ ເຄືອຂ່າຍດຽວກັນ. ສ່ວນຕໍາຫຼວດ ພົວພັນໄປແລ້ວ, ກອງກໍາລັງຄົນຫັ້ນ ບໍ່ພຽງພໍ ເຮົາກໍເລີຍວ່າ ເອົ໋າ, ໄດ້ປ້ອງກັນຕົນເອງ ໂດຍການຈ້າງ ຍາມ ເອກະຊົນມາ. ຮ້ານອື່ນ ເຂົາກໍມີມາດຕະການ ຂອງເຂົາເຈົ້າແຫຼະ ແລ້ວກໍຈະເຮັດກົງເຫຼັກ ແມ່ນຫຍັງລ້ອມຮ້ານ.”

ສໍາລັບເຫດການນີ້, ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກົງສຸນຈີນ ປະຈໍາແຂວງຫຼວງພຣະບາງ ເພື່ອສອບຖາມ ຂໍ້ມູນຕ່າງໆ ລວມເຖິງການດໍາເນີນການ ກັບຄົນຈີນທັງ 3, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຕິເສດ ໃຫ້ສໍາພາດ.

ຂະນະທີ່ ເຈົ້າໜ້າທີ່ຕໍາຫຼວດ ແຂວງຫຼວງພຣະບາງ ທ່ານໜຶ່ງ ໄດ້ກ່າວເຖິງ ກໍລະນີ ທີ່ຊາວຈີນ 3 ຄົນ ກໍ່ເຫດ ບຸກໄປປຸ້ນຮ້ານຄໍາ ແລ້ວເຈົ້າໜ້າທີ່ ຈັບໄດ້ແລ້ວນີ້ ຍັງບໍ່ຂໍເປີດເຜີຍ ລາຍລະອຽດ ກໍາລັງສືບສວນສອບສວນກັນຢູ່. ຕາມຫຼັກກົດໝາຍ ເມື່ອຄົນຕ່າງຊາດ ເຂົ້າມາກໍ່ ອາຊະຍາກໍາ ໃນລາວ ທໍາອິດ ກໍຕ້ອງຖືກດໍາເນີນຄະດີ ໃນລາວ ກ່ອນ. ເມື່ອໄດ້ຮັບໂທດ ຄົບຖ້ວນແລ້ວ, ກໍຈະຖືກຜັກດັນ ກັບຄືນປະເທດຈີນ.

“ໂຕນີ້ເນາະ ເລື່ອງຄົນຕ່າງປະເທດນີ້, ການດໍາເນີນຄະດີ ເຮົາຕ້ອງໄດ້ຜ່ານ ກົງສຸນເຂົາເຈົ້າ ພົວພັນກັນວ່າ ຈະເຮັດແນວໃດ. ເລື້ອງໂທດ ມັນມີຢູ່ແລ້ວ ເລື່ອງໂທດ, ຫັ້ນນ່າ. ໂຕນີ້, ກໍໄດ້ດໍາເນີນ ຕາມກົດໝາຍລາວ ເຮົາກ່ອນ ຂັ້ນຕອນທໍາອິດນ່າ. ກະໜ້າຈະຕິດຄຸກ ຫັ້ນແຫຼະ ເຂົາກໍຕ້ອງໄດ້ກັກ ໄດ້ຂັງກ່ອນ, ສອບສວນສືບສວນ ເບື້ອງຕົ້ນກ່ອນ ເຫດຜົນຫຍັງ ລາວຈັ່ງໄປລັກຊັບ ພົນລະເມືອງ.”

ຂະນະດຽວກັນ, ຊາວບ້ານ ໃນແຂວງຫຼວງພຣະບາງ ກ່າວວ່າ ກໍລະນີ ທີ່ມີຊາວຈີນ 3 ຄົນ ເຂົ້າໄປປຸ້ນຈີ້ຮ້ານຄໍາ ດັ່ງກ່າວນັ້ນ, ອາດຈະເປັນກຸ່ມ ທີ່ມາເຮັດວຽກ ດ້ານກໍາມະກອນ ເພາະປັດຈຸບັນ ຄົນຈີນ ເຂົ້າມາອາໄສ ແລະ ເຮັດວຽກ ໃນແຂວງຫຼວງພຣະບາງ ມີຈໍານວນຫຼາຍ, ໂດຍບໍ່ມີ ການກວດກາ ທົ່ວເຖິງ, ເຊິ່ງບັນຫາຄົນຈີນ ກໍ່ເຫດອາຊະຍະກໍາ ໃນລາວ ນີ້ ເຊັ່ນ ການປຸ້ນຈີ້, ເຈົ້າໜ້າທີ່ຕໍາຫຼວດ ຄວນຈັດການ ຕາມກົດໝາຍ ຢ່າງເດັດຂາດ.

“ໂຕນີ້, ມັນຕ້ອງແມ່ນ ຄົນມາແບບ ເປັນກໍາມະກອນ ມາແບບເຮັດວຽກ ຢູ່ລາວ ຫັ້ນແຫຼະ, ພວກນີ້ນ່າ. ກໍຢາກໃຫ້ ຕໍາຫຼວດຫັ້ນແລ້ວ ຈັດການ ຂອງກົດໝາຍຫັ້ນແຫຼະ ຈັດການຫັ້ນແລ້ວເນາະ, ແນວຂອງບໍ່ດີ.”

ທາງດ້ານຊາວບ້ານ ໃນແຂວງຫຼວງພຣະບາງ ອີກທ່ານໜຶ່ງ ກໍເຊື່ອວ່າ ກຸ່ມຜູ້ກໍ່ເຫດ ອາດແມ່ນຄົນຈີນ ທີ່ໜັງສືເດີນທາງ ໃກ້ຈະໝົດອາຍຸ ຈຶ່ງອາດສວຍໂອກາດນີ້ ຫາເງິນ ແບບງ່າຍໆ ເພື່ອໃຊ້ເປັນທຶນ ໃນການເດີນທາງ ກັບປະເທດຈີນ ຈຶ່ງເຂົ້າໄປປຸ້ນຮ້ານຄໍາ, ແຕ່ຕາມກົດໝາຍລາວ ຖ້າຕໍາຫຼວດຈັບໄດ້ ກໍຕ້ອງຖືກດໍາເນີນຄະດີ ໃນລາວ.

“ຈໍານວນໜຶ່ງ ກໍມາເປັນກໍາມະກອນ ແລ້ວກະບາງຄົນມາ ກະຄືວ່າຫັ້ນລະ ກະສວຍໃຊ້ໂອກາດ. ບາງທີ ພາສປອດ ຈະໝົດອາຍຸກັນ ແລ້ວຈະກັບບ້ານ ແລ້ວກະປຸ້ນ ແລ້ວກໍອາໄສ ກັບປະເທດ, ຫັ້ນນ່າ. ເລື່ອງປຸ້ນຈີ້ນີ້ ແມ່ນຫຍັງນີ້ນ່າ ມັນຕ້ອງໄດ້ ຕິດຄຸກກ່ອນຫັ້ນລະ.”

ນອກຈາກເຫດການນີ້, ທີ່ຜ່ານມາ ກໍຍັງມີຄົນຈີນ ທີ່ເຂົ້າມາໄສ ໃນລາວ ກໍ່ອາຊະຍາກໍາ ອີກຫຼາຍ ເປັນຕົ້ນ ໃນວັນທີ 3 ທັນວາ 2024 ໄລຍະເວລາ ປະມານ 11 ໂມງ ກໍມີຄົນຈີນ 1 ຄົນ ບຸກເຂົ້າໄປປຸ້ນ ຮ້ານເຄື່ອງເງິນ ທໍາມະວົງສະຫວັນ ສາຂາຕະຫຼາດດາລາ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເຈົ້າຂອງຮ້ານ ພະຍາຍາມສູ້ຄືນ ດ້ວຍມືເປົ່າ ແລະ ຖືກຄົນຈີນ ໄດ້ເອົາມີດແທງມື ບາດເຈັບ ແລະ ເຈົ້າໜ້າທີ່ ຍັງຈັບໂຕ ບໍ່ໄດ້ເທື່ອ.

ຈາກນັ້ນ, ໃນວັນທີ 24 ທັນວາ 2024 ຕໍາຫຼວດແຂວງຫຼວງພຣະບາງ ໄດ້ຈັບຊາວຈີນ 1 ຄົນ ຈ່າຍເງິນຢວນປອມ ຊື້ເຄື່ອງ ຢູ່ນະຄອນຫຼວງພຣະບາງ ໃຫ້ກັບພໍ່ຄ້າ-ແມ່ຄ້າ ເຮັດໃຫ້ໄດ້ຮັບ ຄວາມເດືອດຮ້ອນ ກັນຫຼາຍຄົນ ແລະ ກ່ອນໜ້ານັ້ນ ຍັງມີຄົນຈີນ ເລາະຕົວະຂາຍ ໂທລະສັບປອມ ໃຫ້ຄົນລາວ, ເຊິ່ງເຫດເກີດຂຶ້ນ ໃນເດືອນກັນຍາ ຫາເດືອນຕຸລາ 2024, ເຊິ່ງເປັນຄົນຈີນ ອາຍຸປະມານ 50 ປີ ໄປເລາະຂາຍ ໂທລະສັບປອມ ຕາມຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງທົ່ວໄປ, ຕາມບ້ານ ຫຼາຍແຫ່ງ ຢູ່ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ, ແຕ່ກໍຖືກຈັບໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.