ບັນຫາ ການປັກຫຼັກໝາຍຊາຍແດນ ລະຫວ່າງລາວ-ກຳປູເຈຍ ກະທົບປະຊາຊົນ

ຈຳປາທອງ
2024.12.06
ບັນຫາ ການປັກຫຼັກໝາຍຊາຍແດນ ລະຫວ່າງລາວ-ກຳປູເຈຍ ກະທົບປະຊາຊົນ ຊາຍແດນ ລາວ-ກຳປູເຈຍ ທີ່ແຂວງຈໍາປາສັກ.
RFA

ການປັກຫຼັກໝາຍຊາຍແດນ ຢູ່ເຂດແຂວງຈໍາປາສັກ ແລະແຂວງອັດຕະປືຂອງລາວ ທີ່ຕິດກັບຊາຍແດນຂອງກໍາປູເຈຍ ມາເຖິງປັດຈຸບັນ ກໍຍັງບໍ່ທັນສໍາເລັດເທື່ອ ຍ້ອນທັງສອງຝ່າຍ ຍັງບໍ່ສາມາດຕົກລົງກັນໄດ້ວ່າ ຈະແບ່ງເຂດແດນກັນແນວໃດ, ເຮັດໃຫ້ເຂດຊາຍແດນ ທີ່ຍັງຄ້າງຄາກັນຢູ່ນັ້ນ ຍັງເປັນພື້ນທີ່ທັບຊ້ອນກັນຢູ່, ເປັນພື້ນທີ່ວ່າງ ແລະເປັນອັນຕະລາຍ, ປະຊາຊົນໃນເຂດນັ້ນຂ້າມໄປມາຫາກັນຍາກ ແລະຫຍຸ້ງຍາກໃນການທໍາມາຫາກິນ ຍ້ອນມີຕໍາຫຼວດ ແລະທະຫານຍາມ.

ດັ່ງປະຊາຊົນຢູ່ເມືອງສະໜາມໄຊ ຜູ້ໜຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ທັນວານີ້ວ່າ:

ແມ່ນໆ ທາງສະໜາມໄຊ ທາງນີ້ນີ້ແຫຼະ ຄືເກົ່າຫັ້ນແຫຼະ ການຊອກຢູ່ຫາກິນ ຂ້າມໄປມາຫາກັນຍັງຍາກຢູ່ ທາງເຂດນັ້ນ ຍັງບໍ່ທັນແລ້ວດອກໂຕນີ້ ຫຼາຍປີກ່ອນແລ້ວນະ ມາຮອດປັດຈຸບັນຄືວ່າງຽບໄປເລີຍ ຊອກຢູ່ຫາກິນ ແບບໃນປ່າດົງ ປ່າຫຍັງ ແມ່ນກໍຢາກໄປຫັ້ນລະ ເພາະວ່າມີຕໍາຫຼວດ ທະຫານເຂົາເຈົ້າຍາມຕາມຊາຍແດນ ກໍຍັງບໍ່ຮູ້ ຊາຍແກນຈະເປັນຈັ່ງໃດ.

ແລະເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງສະໜາມໄຊ ທ່ານໜຶ່ງກໍເວົ້າວ່າ ຍັງບໍ່ຮູ້ ລັດຖະບານ 2 ປະເທດ ເພິ່ນຈະຕົກລົງກັນໄດ້ເມື່ອໃດ, ບັນຫາດັ່ງກ່າວມີຜົນກະທົບຕໍ່ປະຊາຊົນ ຍ້ອນມີຄວາມຫຍຸ້ງຍາກ ໃນການຊອກຫາຢູ່ຫາກິນ, ມີທະຫານຍາມຢູ່ທຸກຈຸດ.

ກະຍັງຄ້າງເທົ່າທຸກມື້ນີ້ແຫຼະ ຄືເຮົາຮູ້ເຂດຊ່ອງວ່າງ ບໍ່ໃຫ້ໄປມາລົບກວນອີ່ຫຍັງຫັ້ນແຫຼະ ບ່ອນເຂດທີ່ວ່າຍັງເປັນບັນຫາຫັ້ນນະ ກໍເລື່ອງຄວາມຫຍຸ້ງຍາກ ມີແຕ່ວ່າພວກເຮົາບໍ່ສາມາດໄປຊອກຢູ່ຫາກິນຫັ້ນແຫຼະ ບໍ່ຮູ້ຫຼັກເຂດ ມີທະຫານຍາມທຸກຈຸດ.

ທ່ານກ່າວຕໍ່ໄປວ່າ ຫຼາຍປີຜ່ານມານີ້ ທະຫານສອງຝ່າຍ ເຄີຍຍິງກັນ ຍ້ອນເຂດຊາຍແດນບໍ່ຈະແຈ້ງ, ບໍ່ມີຫຼັກໝາຍ.

ແຕ່ຄາວກ່ອນ ມັນກໍຍິງກັນອີ່ຫຼີອີ່ຫຼໍຫັ້ນແຫຼະ ທະຫານດ້ວຍກັນຫັ້ນແຫຼະ ຍ້ອນຄວາມບໍ່ຈະແຈ້ງນີ້ແຫຼະ ຫຼັກໝາຍບໍ່ມີແດ່ ກະເປັນຄວາມບໍ່ເຂົ້າໃຈກັນ ລ່ວງລໍ້າຫາກັນ ມັນກໍຕ່ອຍໃສ່ກັນຫັ້ນແລ້ວ ບໍ່ເຂົ້າໃຈກັນ ມີແຕ່ບາດເຈັບ.

ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ເລື່ອງການຄ້າຂາຍ ແລະການໄປມາຫາ ສູ່ກັນ ກໍປົກກະຕິຢູ່ ເພາະມີດ່ານສາກົນ ໜອງນົກຂຽນ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ຢູ່ກົງກັນຂ້າມກັບ ດ່ານຕຣາປຽງກຣຽນ ແຂວງຊຽງແຕງ ຂອງກໍາປູເຈຍ.

ພ້ອມດຽວກັນນັ້ນ ອະດີດເຈົ້າໜ້າທີ່ທາງການລາວ ທ່ານໜຶ່ງ ກໍເວົ້າວ່າ ການປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດນີ້ ຍັງບໍ່ທັນສໍາເລັດເທື່ອ. ທີ່ຜ່ານມາ ກໍາພູຊາ ໄດ້ເຂົ້າມາບຸກລຸກຊາຍແດນລາວ ຈຶ່ງເຮັດໃຫ້ມີການປະທະກັນ ແລະວ່າ ບັນຫາຫຼັກອັນໜຶ່ງ ທີ່ກໍາປູເຈຍ ແລະລາວ ຍັງບໍ່ທັນແກ້ໄຂກັນໄດ້ ແມ່ນບັນຫາ ຊາຍແດນ.

ກໍາພູຊາກັບລາວນີ້ ບັນຫາຫຼັກຂອງມັນໂຕໜຶ່ງ ບໍ່ທັນແກ້ໄຂ ກໍມີແຕ່ຊາຍແດນນີ້ແຫຼະ ການໄປມາເຂດແດນກໍາພູຊາ-ລາວນີ້ ແຕ່ກີ້ ບ່ອນກໍາພູຊາມາລຸກໃາລານແດນຫັ້ນນ່າ.

ໃນຂະນະດຽວກັນ ເຈົ້າໜ້າທີ່ແຂວງອັດຕະປື ທ່ານໜຶ່ງກໍເວົ້າວ່າ ພື້ນທີ່ຊາຍແດນທີ່ມີການຂັດແຍ່ງກັນນັ້ນ ຍັງເປັນເຂດວ່າງຢູ່, ທາງການທ້ອງຖິ່ນ ເພີ່ນບໍ່ໃຫ້ປະ ຊາຊົນເຂົ້າໄປຫາຢູ່ຫາກິນ ແລະເຮັດຫຍັງເທື່ອ.

ເອີ ກໍຍັງເປັນຊ່ອງວ່າງຢູ່ຫັ້ນແຫຼະ ເຂດທະຫານຂອງເພີ່ນ ເພີ່ນກໍຍັງບໍ່ທັນຕົກລົງກັນ ກໍບໍ່ຮູ້ວ່າມັນຈະມີຜົນກະທົບບໍ່ ບໍ່ທັນເປັນຫຍັງ ແຕ່ວ່າມັນມີແຕ່ເຂດຫັ້ນ ເພີ່ນກໍບໍ່ໃຫ້ໃຜເຂົ້າໄປເຮັດຫຍັງ.”   

ແຕ່ເຖິງຢ່າງໃດກໍຕາມ ເພື່ອການພົວພັນ ແລະການຮ່ວມມື ລະຫວ່າງ 2 ປະເທດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເດີນທາງໄປຢ້ຽມຢາມກໍາປູເຈຍ ຢ່າງເປັນທາງການ ໃນມື້ວັນທີ 4 ແລະທີ 5 ທັນວານີ້ ແລະໄດ້ພົບພໍ້ ຫາລືກັບ ສົມເດັດ ມະຫາບໍວອນທິບໍດີ ຮຸນ ມາແນດ ນາຍົກ ລັດຖະມົນຕີກໍາປູເຈຍ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ,ດ້ານພະລັງງານ ຕະຫຼອດເຖິງວຽກງານຊາຍແດນ ແລະການຮ່ວມມືດ້ານການທູດນໍາດ້ວຍ.

ແຕ່ນາຍັກລັດຖະມົນຕີ ສອງປະເທດ ຕົກລົງຮ່ວມມືກັນໄດ້ ພຽງແຕ່ໃນ 3 ຂົງເຂດວຽກງານ ຊຶ່ງທັງສອງຝ່າຍ ໄດ້ລົງນາມກັນໃນເອກກະສານ 3 ສະບັບ ຄື ສັນຍາຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງລັດຖະ ບານ ກ່ຽວກັບການຮ່ວມມືໃນຂົງເຂດວັດທະນະທຳ ແລະສິນລະປະ ແລະບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂະແໜງການກະສິກຳ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ຂອງ ສປປ ລາວ ແລະ ກະຊວງກະສິກຳ, ປ່າ ໄມ້ ແລະ ການປະມົງ ຂອງຣາຊະອານາຈັກ ກຳປູເຈຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.