ແຈ້ງເຖິງຊາວບ້ານ ຫ້າມກໍ່ກອງໄຟ ໃກ້ແລວທາງ ລົດໄຟ ລາວ-ຈີນ
2025.01.01

ເມື່ອປະມານວັນທີ 28 ທັນວາ ທີ່ຜ່ານມານີ້, ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ຮຽກຮ້ອງ ຂໍຄວາມຮ່ວມມື ໄປຍັງຊາວບ້ານ ຫ້າມຈູດຂີ້ເຫຍື້ອ, ກໍ່ກອງໄຟ ໃກ້ກັບແລວທາງລົດໄຟ ຍ້ອນສົ່ງຜົນກະທົບ ຕໍ່ຄວາມປອດໄພ ຂອງການແລ່ນລົດ, ໂດຍເປວໄຟ ອາດເຮັດໃຫ້ ບໍລິເວນແລ່ນລົດໄຟ ມີອຸນຫະພູມສູງຂຶ້ນ ສົ່ງຜົນກະທົບ ຕໍ່ອຸປະກອນສື່ສານ, ສາຍໄຟຟ້າ. ນອກຈາກນີ້ ຄວັນໄຟ ຈະປົກຄຸມ ຕາມແລວທາງລົດໄຟ ແລະ ບົດບັງ ການແນມເຫັນ ຂອງຄົນຂັບລົດໄຟ.
ແຈ້ງການດັ່ງກ່າວນີ້, ອອກມາ ພາຍຫຼັງເຄີຍເກີດ ກໍລະນີຊາວບ້ານ ຢູ່ເມືອງກາສີ ແລະ ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງອຸດົມໄຊ ຈູດໄຟ ໃກ້ກັບແລວທາງລົດໄຟ ເຮັດໃຫ້ເກີດໄຟໄໝ້ ລາມຮົ້ວແລວລົດໄຟແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຮັກສາຄວາມປອດໄພ ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ທັນວາ 2024 ນີ້ວ່າ:
“ເພິ່ນກໍຫ້າມເດ້, ປະຊາຊົນ ບໍ່ໃຫ້ຈູດ. ເລື່ອງຈູດຫັ້ນ, ຈູດໄດ້ ແຕ່ວ່າ ເຈົ້າຕ້ອງມີຄວາມຮັບຜິດຊອບເນາະ. ຖ້າມັນໄໝ້ມາ ທາງລົດໄຟ ເຈົ້າຕ້ອງມີສ່ວນຮັບຜິດຊອບເດີ້. ຢູ່ແຖວກາສີ, ເຈົ້າມີ, ແຖວອຸດົມໄຊບໍ່, ແຖວວັງວຽງ, ແຖວນີ້ມີ. ມັນກໍໄໝ້ມັນຢູ່, ມັນໄໝ້ແຕ່ຮົ້ວເຈົ້າ ເພາະວ່າ ເຂົາເຈົ້າ ກໍດັບທັນ, ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ຫາກປະຊາຊົນ ຜູ້ໃດ ທີ່ມີໄຮ່ ຫຼື ມີນາ ຢູ່ໃກ້ແລວທາງລົດໄຟ ແລະ ຕ້ອງການຈູດໄຟ ກໍຂໍໃຫ້ແຈ້ງ ຄະນະຮັກສາຄວາມປອດໄພ ຫຼື ຕໍາຫຼວດລົດໄຟກ່ອນ ເພື່ອເຈົ້າໜ້າທີ່ ຈະໄດ້ກະກຽມແນວທາງ ຮັກສາຄວາມປອດໄພ ບໍ່ໃຫ້ໄຟລາມເຂົ້າ ມາເຂດແລວທາງລົດໄຟ.
ກ່ອນໜ້ານີ້, ຢູ່ບ້ານໂພນທອງເໜືອ, ເມືອງຫີນເຫີບ ແຂວງວຽງຈັນ ກໍເຄີຍເກີດໄຟໄໝ້ ຢູ່ໃກ້ບໍລິເວນ ແລວທາງລົດໄຟ ລາວ-ຈີນ ຄືກັນ ຍ້ອນມີຊາວບ້ານ ທຳການຈູດປ່າ-ຈູດໄຮ່ ຫຼື ຈູດສິ່ງເສດເຫຼືອ ເພື່ອກຽມດິນເຮັດກະສິກໍາ ເຮັດໃຫ້ເກີດໄຟໄໝ້ລາມ.
ເຖິງຢ່າງໃດກໍຕາມ, ຂັ້ນບ້ານ ແລະ ຄະນະສະເພາະກິດ ກໍໄດ້ຕິດຕາມ ກວດກາ ຢ່າງໃກ້ຊິດ ເພື່ອປ້ອງກັນ ບໍ່ໃຫ້ເກີດໄຟໄໝ້ ຕາມທາງລົດໄຟ. ດັ່ງຊາວບ້ານ ຢູ່ບ້ານໂພນທອງເໜືອ, ເມືອງຫີນເຫີບ ທ່ານໜຶ່ງ ກ່າວວ່າ:
“ກໍມີ, ແຕ່ບາງຄັ້ງຄາວເດີ້, ກໍເຄີຍເຫັນຢູ່ ສະໄໝນັ້ນເນາະ. ກໍຖືວ່າ ມີໄຟເກີດຂຶ້ນ ຢູ່ທາງລົດໄຟ ເມື່ອໃດຫັ້ນນ່າ ພວກເຮົາຈະໂທລາຍງານ ທາງຫົວໜ້າເຂດ ແລ້ວເພິ່ນຈະເອົາ ໜ່ວຍງານສະເພາະກິດ ລົງມາປ້ອງກັນເນາະ ແລະ ຂໍຄວາມຮ່ວມມື ຈາກພາກສ່ວນບ້ານ ເຂົ້າໄປຊ່ວຍ, ຫັ້ນເນາະ.”
ຂະນະທີ່ ພະນັກງານນໍາທ່ຽວ ຢູ່ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ ບໍ່ເຄີຍເຫັນການຈູດໄຟ ຢູ່ບໍລິເວນ ແລວທາງລົດໄຟ ໃນເຂດເມືອງໄຊ ເທື່ອ ຍ້ອນບໍລິສັດລົດໄຟ ໄດ້ກໍານົດ ຂອບເຂດຊັດເຈນ ແລ້ວວ່າ ບ່ອນໃດ ເປັນຂອບເຂດ ການເດີນລົດໄຟ. ດັ່ງທ່ານ ກ່າວວ່າ:
“ບໍ່, ບໍ່ຄ່ອຍເຫັນແລ້ວ, ບໍ່ມີໆ ເຂົາຈະມີເຂດຂັບລົດ ຂອງເຂົາ. ບໍລິສັດ ທາງລົດໄຟ ມັນຈະມີເຂດຂັບລົດ ຂອງເຂົາເຈົ້າ, ເຂດຂັບລົດ ແມ່ນເຮັດບໍ່ໄດ້.”
ດ້ານຊາວບ້ານ ຢູ່ເມືອງກາສີ ແຂວງວຽງຈັນ ທ່ານໜຶ່ງ ກ່າວວ່າ ໃນເຂດຕົວເມືອງກາສີ ນັ້ນ, ເມື່ອເຖິງລະດູ ກຽມການຜະລິດ ກໍຍັງມີ ການຈູດປ່າ-ຈູດໄຮ່ ຢູ່.
ເຖິງຢ່າງໃດກໍຕາມ, ບໍລິເວນ ແລວທາງລົດໄຟ ລາວ-ຈີນ ນັ້ນ, ບໍ່ຄ່ອຍເຫັນ ການຈູດປານໃດແລ້ວ ຍ້ອນສ່ວນໜຶ່ງ ທາງລັດຖະບານລາວ ໄດ້ອອກກົດໝາຍ ຫ້າມຈູດປ່າ ນໍາ. ດັ່ງທ່ານ ກ່າວວ່າ:
“ກໍຍັງມີຢູ່ບໍ? ເອີ, ບໍ່ເຫັນແລ້ວ ຊ່ວງຢູ່ແຖວທາງລົດໄຟ ກໍເຂົາເຈົ້າ ກໍຫ້າມບໍ່ໃຫ້ຈູດ, ບໍ່ເຫັນລັກຈູດແລ້ວ. ດົນ, ຕັ້ງແຕ່ທາງລົດໄຟເກີດຂຶ້ນ ກໍບໍ່ມີໃຜຈູດ. ຕະກີ້, ກໍຈູດ. ແຕ່ວ່າດຽວນີ້, ທາງພາກລັດ ເຂົາເອົາກົດໝາຍ ມາຫ້າມເດີ້, ບໍ່ໃຫ້ຈູດ.”
ສໍາລັບການຈູດເຜົາປ່າ ແລະ ການຈູດໄຟ ໃກ້ແລວເສັ້ນທາງລົດໄຟ ແມ່ນຜິດຕໍ່ກົດໝາຍ ວ່າດ້ວຍການລົດໄຟ ແລະ ລະບຽບການຄຸ້ມຄອງ ຄວາມປອດໄພ ທາງລົດໄຟ ພາກທີ 3, ໝວດທີ 3, ມາດຕາທີ 22 ວ່າດ້ວຍເຂດສະຫງວນ ທາງລົດໄຟ, ເຊິ່ງໄດ້ລະບຸໄວ້ ຢ່າງຊັດເຈນວ່າ ຫ້າມທໍາການຈູດປ່າ, ລ້ຽງສັດ ແລະ ປູກຕົ້ນໄມ້ ທີ່ມີຜົນກະທົບ ຕໍ່ຄວາມປອດໄພ ຫຼື ກີດຂວາງ, ບັງການແນມເຫັນ, ການສັນຈອນ ຂອງການແລ່ນລົດໄຟ ຢູ່ໃນເຂດສະຫງວນ ຄວາມປອດໄພ ທາງລົດໄຟ ຄື ໃນລັດສະໝີ 50 ແມັດ ຈາກຈຸດໃຈກາງ ຂອງລາງລົດໄຟ ອອກໄປ.