ທະຫານພະມ້າ ເສັຽຖານທີ່ໝັ້ນ ໃຫ້ຝ່າຍຕໍ່ຕ້ານ ຢູ່ຣັຖສານ, ຣັຖສິນ
2023.12.03

ກອງກໍາລັງ ຝ່າຍຕໍ່ຕ້ານທະຫານພະມ້າ ສາມາດຍຶດໄດ້ສອງເຂດ ເມືອງຢູ່ເຂດຣັຖສິນ ພາກຕາເວັນຕົກຂອງພະມ້າ. ນຶ່ງໃນສະມາຊິກກອງກໍາລັງທະຫານກຸ່ມຕໍ່ຕ້ານ ຣັຖບານທະຫານພະມ້າ ໄດ້ກ່າວວ່າ ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ຍຶດເຂດ ລາເລັງປີ ແລະ ເຣຊໍ ທີ່ຂຶ້ນກັບເມືອງ ມາຕູປີ ຫຼັງຈາກທີ່ມີການຕໍ່ສູ້ກັນຢ່າງດຸເດືອດ ໃນວັນພຸດທີ່ຜ່ານມາ.
ເຈົ້າໜ້າທີ່ ກອງກໍາລັງປ້ອງກັນໂຕເອງ ຂອງຣັຖສິນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ:
“ທະຫານກຸ່ມຕໍ່ຕ້ານ ໄດ້ບຸກໂຈມຕີ ແລະ ຢຸດປ້ອມທະຫານ ທີ່ມີທະຫານ 50 ຄົນ ຢູ່ເຂດ ເຣຊໍ ຫຼັງຈາກທີ່ໄດ້ມີການຍິງ ປະທະກັນເປັນເວລາ 4 ມື້.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ກອງກໍາລັງປະສົມ ຂອງພວກເຮົາ ນໍາໂດຍ ກອງກໍາລັງປ້ອງຕົນເອງຂອງຣັຖສິນ ໄດ້ຍຶດຖານທີ່ໝັ້ນ ຂອງຣັຖບານທະຫານພະມ້າ ໃນຕອນເຊົ້າຂອງວັນທີ 29 ພຶສຈິກາ ທີ່ຜ່ານມາ ແລະ ປັດຈຸບັນພວກເຮົາໄດ້ຄວບຄຸມໂຕເມືອງໄດ້ ແລະ ຝ່າຍພາກເຮົາກໍໄດ້ຮັບຄວາມບາດເຈັບ ແລະ ເສັຽຊີວິດເຊັ່ນກັນ.
ທ່ານກ່າວຕື່ມວ່າ ທະຫານພະມ້າ ຍອມຈໍານົນ ແລະ ທະຫານຝ່າຍຕໍ່ຕ້ານທີ່ເປັນຊົນຊາຕ ຊົນເຜົ່າ 4 ຄົນເສັຽຊີວິດ.
ກອງກໍາລັງແຫ່ງຊາຕ ຂອງຣັຖສິນ ໄດ້ຮ່ວມກັບກອງປົກປ້ອງຕົນເອງ ຂອງຣັຖສິນ ໄດ້ປະຕິບັດການໂຈມຕີຝ່າຍທະຫານພະມ້າ.
ປະຊາຊົນ ທ້ອງຖິ່ນໄດ້ກ່າວວ່າ ໃນການຕໍ່ສູ້ກັນໃນວັນອັງຄານ ແລະ ວັນພຸດທີ່ຜ່ານມາ, ທະຫານພະມ້າ ໄດ້ໂຈມຕີທາງອາກາດ ເປັນເວລາ 20 ຄັ້ງ ເພື່ອປ້ອງກັນຖານທີ່ໝັ້ນ ຂອງຕົນເອງ ແລະ ນັບແຕ່ມີການຕໍ່ສູ້ໃນວັນເສົາເປັນຕົ້ນມາ ກໍເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວເກືອບ 3,000 ຄົນ ຕ້ອງພາກັນໜີຈາກບ້ານເຮືອນ ຂອງຕົນໄປຢູ່ບ່ອນປອດໄພ.
ທ່ານ ຊາໄລ ເທັດ ໂຄສົກຂອງກອງກໍາລັງແນວຮ້ວມແຫ່ງຊາຕ ຣັຖສິນ ໄດ້ກ່າວວ່າ ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ຍຶດປ້ອມທະຫານ ຢູ່ເຂດ ລາເລັງປີ ທີ່ເປັນຂອງຝ່າຍທະຫານພະມ້າ.
ທ່ານ ກ່າວວ່າຕື່ມວ່າ ພວກເຮົາກອງກໍາລັງແນວຮ່ວມ ຂອງກອງທັບແຫ່ງຊາຕຣັຖສິນ ແລະ ກອງກໍາລັງປົກປ້ອງຣັຖສິນ ໄດ້ຍຶດປ້ອມທະຫານພະມ້າ ໃນຕອນເຊົ້າຂອງວັນທີ 24 ພຶສຈິກາ ສ່ວນວ່າ ທະຫານພະມ້າ ພະກັນຫຼົບໜີ ຈາກປ້ອມທະຫານດັ່ງກ່າວ ແລະ ປັດຈຸບັນ ພວກເຮົາເຂົ້າຄວບຄຸມທົ່ວເມືອງດັ່ງກ່າວ.
ຊາວບ້ານເສັຽຊີວິດ ຍ້ອນຖືກລູກທີ່ມີການຍິງປະທະກັນ ແລະ ເຮືອນປະຊາຊົນ 10 ຫຼັງ ໄດ້ຮັບຄວາມເສັຽຫາຍ ລວມທັງໂບດຂອງຊາວຄຣິສຕຽນ ອີງຕາມຂໍ້ມູນຈາກຊາວບ້ານ.
ໃນວັນສຸກທີ່ຜ່ານມາ, ມີທະຫານພະມ້າ 30 ຄົນ ຕ້ອງໜີອອກຈາກຄ້າຍທະຫານ ດັ່ງກ່າວ ໃນຊ້ວງທີ່ມີການຍິງປະທະກັນກັບ ກອງກໍາລັງຝ່າຍຕໍ່ຕ້ານ ເຊິ່ງກຸ່ມທະຫານພະມ້າ ດັ່ງກ່າວ ໄດ້ພາກັນຫຼົບໜີເຂົ້າທາງຊາຍແດນ ຕິດກັບປະເທດອິນເດັຽ.
ທະຫານພະມ້າ ໄດ້ນໍາເອົາຊາວບ້ານຄົນນຶ່ງ ຈາກເຂດຊາຍແດນລະຫວ່າງອິນເດັຽ-ພະມ້າ ເພື່ອເປັນຜູ້ນໍາທາງ.
ທະຫານພະມ້າ ຜູ້ທີ່ຍອມຈໍານົນ ປັດຈຸບັນ ກໍາຊອກຫາລີ້ໄພ ຢູ່ຄ້າຍທະຫານ ຢູ່ເຂດບ້ານລາກີ ໃນ ຣັຖມິຊຸຣໍາ ຂອງອິນເດັຽ.
ຊາວບ້ານ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ່າ ພວກທະຫານພະມ້າ ໄດ້ເຂົ້າມາໃນໝູ່ບ້ານ ໃນຕອນເຊົ້າຂອງວັນທີ 28 ພຶສຈິກາ ແລະ ໄດ້ປ່ອຍໂຕຊາວບ້ານທີ່ເຂົາເຈົ້ານໍາໂຕ ໄປນັ້ນ ຫຼັງຈາກທີ່ເຂົາເຈົ້າໄປຮອດຊາຍແດນປະເທດອິນເດັຽ ແລະ ທະຫານອິນເດັຽກໍມາພົບ ພວກທະຫານພະມ້າ.
ຊາວບ້ານຄົນນີ້ ກ່າວວ່າ 3 ຄົນ ຂອງຈໍານວນທະຫານພະມ້າ ໄດ້ເສັຽຊີວິດ ຢູ່ລະຫວ່າງທາງ ເຊິ່ງມີທະຫານທັງໝົດ ທີ່ໜີໄປນັ້ນປະມານ 30 ຄົນ.
ວິທຍຸ ເອເຊັຽເສຣີ ຜແນນພາສາພະມ້າ ພະຍາຍາມ ຕິດຕໍ່ຫາ ໂຄງສົກຝ່າຍທະຫານພະມ້າ ຢູ່ຣັຖສິນ, ແຕ່ ທ່ານ ບໍ່ຮັບໂທຣະສັບ.
ນອກຈາກນີ້ ຢູ່ພາກເໜືອຂອງຣັຖສານ ກອງກໍາລັງຊົນຊາຕຊົນເຜົ່າ ກໍສາມາດຍຶດປ້ອມ ທະຫານພະມ້າ ໄດ້ຫຼາຍປ້ອມ ແລະ ທາງຝ່າຍການທະຫານພະມ້າ ກໍອອກມາຍອມຮັບເຣື່ອງດັ່ງກ່າວ.
ກອງກໍາລັງຝ່າຍຕໍ່ຕ້ານ ທະຫານພະມ້າ ໄດ້ກ່າວວ່າ ເຂົາເຈົ້າໄດ້ຍຶດຫຼາຍເມືອງສໍາຄັນ ຢູ່ເຂດຣັຖສານຕອນເໜືອ ແລະ ເຂົ້າຄວບຄຸມປ້ອມທະຫານພະມ້າ 170 ແຫ່ງ ນັບແຕ່ມີການປະຕິບັດການສູ້ຣົບກັບທະຫານພະມ້າ.
ພົນເອກ ມິນ ອອງ ລາຍ (Min Aung Hlaing) ຫົວໜ້າຝ່າຍທະຫານພະມ້າ ໄດ້ກ່າວ ຜ່ານສື່ມວນຊົນຂອງທະຫານພະມ້າ ວ່າ ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ອາໃສຈຸດແຂງ ແລະ ເຕັກໂນໂລຈີ ສໄມໃໝ່ ລວມທັງໂດຣນ ທາງທະຫານ ມາຖິ້ມລະເບີດໃສ່ຝ່າຍທະຫານພະມ້າ ແລະ ທະຫານພະມ້າຢູ່ບາງປ້ອມ ກໍພາກັນເອົາໂຕຫຼົບໜີ້ ຍ້ອນເປັນຫ່ວງໃນຊີວິດຂອງຄົນເອງ ແລະ ຄອບຄົວ.
ນອກຈາກນີ້, ກຸ່ມທະຫານພະມ້າ ໄດ້ຈັບໂຕ ແລະ ກັກຂັງສະມາຊິກ ພັກສັກນິບາດແຫ່ງຊາຕ ເພື່ອປະຊາຊົນທິປະໄຕ ຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ.
ພັກສັນນະບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ຫຼື NLD ໄດ້ອອກຖແລງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.
ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະນະພັກຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປ ຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບໂຕ ຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.
ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200 ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານ ຂອງພັກ NLD.
ທ່ານ ຂິນຊວງ, ກັມມະການບໍຣິຫານພັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນ ຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.
ທ່ານ ກ່າວວ່າ ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.
ກຸ່ມທະຫານພະມ້າ ໄດ້ບຸກທໍາລາຍຫ້ອງການ ຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານໄປແລ້ວເກືອບ 400 ແຫ່ງ, ແລະ ຍຶດຊັບສິນສະມາຊິກພັກ NLD 370 ທ່ານ ລວມທັງເຮືອນ ຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພາຫະນະ ອີງຕາມການຣາຍງານຂອງພັກ NLD.
ບົດຣາຍງານງານຍັງລະບຸວ່າ ກຸ່ມທະຫານພະມ້າ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວຢ່າງໜ້ອຍ 100 ຄົນ ລວມທັງສະມາຊິກສະພາແຫ່ງຊາຕ ຂອງພະ ມ້າ.
ຕໍ່ກັບຖແລງການ ແລະ ຄໍາອ້າງຂອງພັກ NLD, ເຈົ້າໜ້າທີ່ຝ່າຍກຸ່ມທະຫານພະມ້າ ຍັງຄົງບໍ່ມີຊີ້ແຈງແຕ່ຢ່າງໃດ. ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ພະຍາຍາມຕິດຕໍ່ຫາ ທ່ານ ຊໍມິນຕັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ຂອງກຸ່ມທະຫານພະມ້າ ເພື່ອຈະຖາມກ່ຽວກັບເຣື່ອງນີ້ ແຕ່ ທ່ານບໍ່ຮັບສາຍ.
ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດການເມືອງ ຂອງພະມ້າ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ປະເທດໄທຍ, ທະຫານພະມ້າໄດ້ສັງຫານ ນັກເຄື່ອນໄຫວໄປແລ້ວ ປະມານ 4,000 ຄົນ ນັບແຕ່ກຸ່ມທະຫານພະມ້າ ເຂົ້າມາຍຶດອໍານາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ ປີ 2021 ແລະ ໄດ້ຈັບໂຕປະຊາຊົນໄປແລ້ວເກືອບ 20,000 ຄົນ.
ທີ່ຜ່ານມາກຸ່ມທະຫານພະມ້າ ກໍໄດ້ປ່ອຍໂຕນັກໂທດຫຼາຍພັນຄົນ ເພື່ອລົດຄວາມກົດດັນຈາກ ປະຊາຄົມໂລກ, ແຕ່ນັກວິເຄາະຕັ້ງຂໍ້ສົງໄສວ່າ ການປ່ອຍຕົວດັ່ງກ່າວ ເປັນເງື່ອນໄຂເພື່ອໃຫ້ໄດ້ການຍອມຮັບ ຈາກສາກົລ ຫລັງຈາກທີ່ຝ່າຍທະຫານໄດ້ຍຶດອຳນາດ ໃນເດືອນກຸມພາ ປີ 2021 ທີ່ຜ່ານມາ.
ຜູ້ຖືກຂັງຄຸກ 2,300 ຄົນ ຖືກປ່ອຍຕົວຈາກຄຸກຢູ່ ນະຄອນຫລວງ ເນປີດໍ (Naypyidaw) ແລະ ຈາກຄຸກຢູ່ທົ່ວປະເທດ ແລະ ຂົງເຂດຕ່າງໆ. ການປ່ອຍຕົວຄັ້ງນີ້ ຖືວ່າເປັນການນິຣະໂທສກັມ ທົ່ວປະເທດ.
ນອກຈາກນີ້ ຍັງມີການຈັບນັກຂ່າວ ຕ່າງປະເທດທີ່ຣາຍງານຂ່າວ ການປະທ້ວງ ຢູ່ພະມ້າ.
ທ່ານ ອອງ ເຢ ໂກ, ນັກຂ່າວຈາກສຳນັກຂ່າວ 7 Days News ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ລາວໄດ້ຖືກປ່ອຍຕົວ ຫຼັງຈາກຖືກຈັບໃນວັນທີ 27 ເດືອນກຸມພາ 2021 ໃນຂນະທີ່ກຳລັງລາຍງານຂ່າວ ການປະທ້ວງຢູ່ເມືອງ ເລນດານ ຢູ່ນະຄອນ ຢາງກຸ້ງ ຊຶ່ງເປັນນະຄອນຫລວງເກົ່າຂອງພະມ້າ.
ທ່ານ ກ່າວວ່າ ຂ້ອຍບໍ່ຮູ້ຈຸດປະສົງ ຂອງທະຫານ ຫຼື ເປັນຫຍັງ ທະຫານຝ່າຍທີ່ຍຶດອຳນາດ ຈຶ່ງປ່ອຍຕົວຂ້ອຍ ແຕ່ວ່າ ຂ້ອຍກໍຈະຍັງຄົງເຮັດໜ້າທີ່ ຣາຍງານຂ່າວຄືເກົ່າ.
ທ່ານ ຍັງກ່າວວ່າ ຂ້ອຍບໍ່ໄດ້ຮັບຜົລກະທົບທາງຮ່າງກາຍ ແລະ ຈິດໃຈຫຍັງ ໃນເວລາຢູ່ໃນຄຸກ ແລະ ບໍ່ໄດ້ຖືກທຸບຕີ ແຕ່ວ່າ ມີການສອບປາກຄຳຫຼາຍຢ່າງ.
ທ່ານ ເຢ ມຽວ ເກດ ນັກຖ່າຍຮູບຈາກສຳນັກຂ່າວ Myanmar Press Agency ຖືກຈັບ ໃນຂນະທີ່ກຳລັງຣາຍງານຂ່າວ ຄື ກັບ ທ່ານ ອອງ ເຢ ໂກ ແລະ ໄດ້ວິຈານເຈົ້າໜ້າທີ່ ທີ່ເມີນເສີຍບໍ່ປົກປ້ອງນັກຂ່າວຕາມທີ່ກົດໝາຍ ໄດ້ກຳນົດເອົາໄວ້.
ທ່ານ ເຢ ມຽວ ເກດ ກ່າວວ່າ ພວກເຮົາ ຖືກຈັບ ໂດຍບໍ່ຖືກກົດຕາມໝາຍວ່າດ້ວຍສື່ມວນຊົນສະບັບປີ 2014 ແລະ ເປັນສິ່ງທີ່ຮັບບໍ່ໄດ້ແທ້ໆ.
ປະຊາຊົນຜູ້ທີ່ຖືກປ່ອຍຕົວຄົນນຶ່ງ ໄດ້ກ່າວວ່າ:
“ຂ້ອຍດີໃຈ ທີ່ຈະໄດ້ເຫັນຄອບຄົວ ແລະ ດີໃຈທີ່ໄດ້ເຫັນວ່າ ທຸກຄົນຍັງມີຄວາມສຸກ ແລະ ຖ້າເບິ່ງວ່າ ຊິມີຫຍັງເກີດຂຶ້ນຕໍ່ໄປ.”
ປະຊາຊົນຫຼາຍ 100,000 ຄົນ ໜີການສູ້ຣົບ ລະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກຳລັງປົກປ້ອງຕົວເອງ, ກຸ່ມຊາຕຕິພັນ ນັບແຕ່ມີການຣັຖປະຫານ ໃນປະເທດພະມ້າ.