ສະຫະຣັຖ ອອກຣາຍງານ ການຈຳກັດສິທ ດ້ານສາສນາ ທົ່ວໂລກ

0:00 / 0:00

ບົດ​ຣາຍ​ງານ​ປະ​ຈຳ​ປີ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່ຽວ​ກັບເສ​ຣີ​ພາບການ​ເຊື່ອ​ຖື​ສາ​ສ​ນາ ເຊິ່ງ​ໄດ້​ລະ​ບຸເຖິງສ​ຖາ​ນະ​ການ​ເຊື່ອ​ຖື​ສາ​ສ​ນາ ຢູ່​ໃນ​ທຸກໆປະ​ເທດ​ໃນ​ໂລກ. ບົດ​ຣາຍ​ງານ​ດັ່ງ​ກ່າວ ໄດ້ລວມ​ເອົານະ​ໂຍ​ບາຍ​ຂອງ​ຣັ​ຖ​ບານ ​ແຕ່​ລະ​ປະ​ເທດ ທີ່​ໄປ​ລະ​ເມີດ​ຄວາມ​ເຊື່ອທາງ​ດ້ານ​ສາ​ສ​ນາ ແລະ ການ​ປະ​ຕິ​ບັດ​ຂອງ​ກຸ່ມ​ຄົນ, ການ​ຮັບ​ຮູ້​ເຣື່ອງ​ສາ​ສ​ນາ ແລະ ສ່ວນ​ບຸກ​ຄົນ. ນະ​ໂຍ​ບາຍ​ຂອງ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ກໍ​ເພື່ອ​ສົ່ງ​ເສີມ​ເສ​ຣີ​ພາບ ທາງ​ດ້ານ​ສາ​ສ​ນາ ຢູ່​ໃນ​ໂລກ.

ທ່ານ ແອນ​ໂທ​ນີ ບ​ລິ່ງ​ເຄັນ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖອາ​ເມ​ຣິ​ກາ ໄດ້ກ່າວ​ຕອນ​ນຶ່ງວ່າ:

" ສະ ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະ​ສືບ​ຕໍ່​ຢືນຢັດ ເພື່ອ​ເສ​ຣີ​ພາບການ​ເຊື່ອ​ຖື​ສາ​ສ​ນາ ໄປ​ທົ່ວ​ໂລກ, ພວກ​ເຮົາ​ຍັງ​ຄົງ​ສືບ​ຕໍ່​ເຮັດ​ວຽກ​ຄຽງ​ຄູ່​ກັບ​ຣັ​ຖ​ບານ, ອົງ​ການ​ຈັດ​ຕັ້ງ​ຕ່າງໆ, ພາກ​ປະ​ຊາ​ສັງ​ຄົມ."

ທ່ານ ແອນ​ໂທ​ນີ ບ​ລິ່ງ​ເຄັນ ຍັງ​ກ່າວ​ຕື່ມ​ວ່າ:

“ການ​ນັບ​ຖື​ສາ​ສ​ນາ ບໍ່​ພຽງ​ແຕ່​ເປັນ​ນຶ່ງ​ໃນ​ຄຸນ​ຄ່າ​ອັນ​ສູງ​ສົ່ງ ແລະ ສິດ​ທິ​ຂັ້ນ​ພື້ນ​ຖານ ແຕ່ ຈາກ​ຄວາມ​ຄິດ​ຂ້າ​ພະ​ເຈົ້າ​ແລ້ວ ມັນ​ຍັງ​ເປັນ​ບູ​ລິ​ມະ​ສິດ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່​ຈຳ​ເປັນ.”

ແຕ່​ກໍ​ໜ້າ​ເສັຽດາຍ ທີ່​ຍັງ​ມີ​ຣັ​ຖ​ບານຫຼາຍ​ປະ​ເທດ ຫຼົ້ມ​ແຫຼວໃນ​ການ​ເຄົາ​ຣົບ​ສິດ​ທິ​ຂັ້ນ​ພື້ນ​ຖານ ຂອງ​ພົ​ລ​ເມືອງ​ໂຕ​ເອງ. ເຊັ່ນກໍ​ລະ​ນີ​ການ​ຂ້າ​ລ້າງ​ເຜົ່າ​ພັນຊາວ​ໂຣ​ຮິງ​ຢາ ຢູ່​ປະ​ເທດ​ພະ​ມ້າ ໃນ​ປີ 2017. ຣັ​ຖ​ບານ​ບາງ​ປະ​ເທດ ສືບ​ຕໍ່​ໃຊ້ກົດ​ໝາຍ​ຫ້າມ​ວິ​ພາກວິ​ຈານ, ຫ້າມ​ເ​ຊື່ອ​ຖື​​ສາ​ສ​ນາ, ​ຕຳ​ຣວດຈັບ​ກຸມ​ຊົນ​ກຸ່ມ​ນ້ອຍ ໃນ​ປະ​ເດັນ​ເຣື່ອງ​ທາງ​ສາ​ສ​ນາ, ການ​ຈຳ​ກັດ​ຄວາມ​ເຊື່ອ​ທາງ​ສາ​ສ​ນາ ກໍ​ຄືການ​ຈຳ​ກັດ​ການ​ນັບ​ຖື​ສາ​ສ​ນາ ແລະ ທ່ານ ແອນ​ໂທ​ນີ ບ​ລິ່ງ​ເຄັນ ຍັງ​ກ່າວ​ຕື່ມ​ວ່າ:

" ລວມ ​ທັງ ສະ​ຫະ​ຣັ​ຖ ແລະ ຢູ​ໂຣບ ຈະ​ຕ້ອງ​ດຳ​ເນີນ​ການ​ຫຼາຍກວ່ານີ້ ເພື່ອ​ຕໍ່​ສູ້​ກັບ​ການ​ສ້າງ​ຄວາມ​ຄຽດ​ຊັງ, ການ​ຕ້ານແບ່ງ​ແຍກ​ເຊື້ອ​ຊາດ, ແລະ ການ​ແບ່ງ​ແຍກ​ຊາວ​ມຸ​ສ​ລິມ."

ຢູ່​ໃນ​ຖ​ແລງ​ການ ທ່ານ ແອນ​ໂທ​ນີ ບ​ລິ່ງ​ເຄັນ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຍັງ​ໄດ້​ຍົກ​ໂຕ​ຢ່າງ ກໍ​ຣະ​ນີ​ເກີດ​ຂຶ້ນ​ຢູ່​ຫຼາຍ​ປ​ະ​ເທດ ເຊັ່ນຢູ່​ປະ​ເທດ​ຊາ​ອຸ​ດິ​ອາ​ຣາ​ເບັຽ, ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ດຳ​ເນີນ​ການ​ທີ່​ສຳ​ຄັນ ເພື່ອ​ເພີ່ມການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ສາ​ສ​ນາສອງ​ນິ​ກາຍ ແລະ ການ​ຢືນ​ຢັດ​ທີ່​ນັບ​ຖື​ສາ​ສ​ນາ ແລະ ການ​ນັບ​ຖື​ສາ​ສ​ນາ​ອື່ນ ​ທີ່ບໍ່​ແມ່ນ​ສາ​ສ​ນາອິ​ສ​ລາມ ຖື​ວ່າ​ຜິດ​ກົດ​ໝາຍ ແລະ ຣັ​ຖ​ບານຍັງ​ຄົງ​ແບ່ງ​ແຍກຊົນ​ກຸ່ມ​ນ້ອຍ​ທີ່​ຖື​ສາ​ສ​ນາ​ອື່ນ.

ປະ​ເທດ​ຈີນ ກໍ​ຍັງຄົງມີ​ການ​​ຂ້າ​ລ້າງ​ເຜົ່າ​ພັນ ແລະ ປາບ​ປາມຊາວ​ວີກ​ເກີ ທີ່​ຖື​ສາ​ສ​ນາ​ອິ​ສ​ລາມ ແລະ ສາ​ສ​ນາ​ອື່ນໆ ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ. ນັບ​ແຕ່​ປີ 2017 ມີ​ຊາວ​ວີກ​ເກີ, ກາ​ຊັກ ແລະ ເກີ​ຈີ​ສ ແລະ ແລະ ຊົ​ນ​ເຜົ່າ​ອື່ນໆ​ ປະ​ມານ 1 ລ້ານ ຄົນ ຖືກ​ກັກ​ຂັງ​ຢູ່​ໃນ​ຄ້າຍ​ດັດ​ສ້າງ ເຂດ​ປົກ​ຄອງ​ໂຕ​ເອງ ຊິນ​ຈຽງ. ຣັ​ຖ​ບານ​ຈີນ ຍັງ​ສືບ​ຕໍ່​ຄຸກ​ຄາມຜູ້​ທີ່​ຖືກ​ສາ​ສ​ນາອື່ນໆ ທີ່ບໍ່​ເປັນ​ໄປ​ຕາມ​ແນວ​ທາງ​ ຂອງ​ພັກ​ຄອມ​ມູ​ນິ​ສຕ໌ (Communist)​ ແຫ່ງ​ປະ​ເທດ​ຈີນ ລ​ວມ​ທັງສະ​ຖານ​ທີ່​ທາງ​ສາ​ສ​ນາ​ພຸທ, ຄ​ຣິ​ສ​ຕຽນ, ຣັ​ຖ​ທິ​ເຕົ໋າ ແລະ ມີ​ການ​ໃຊ້​ສິ່ງ​ກີດ​ຂວາງ​ສະ​ຖານ​ທີ່​ດັ່ງ​ກ່າວ.

ຢູ່​ປະ​ເທດ ອາ​ຟ​ກາ​ນິ​ສ​ຖານ, ສະ​ພາບ​ການ​ນັບ​ຖື​ສາ​ສ​ນາ​ຍິ່ງ​ຕົກ​ຕໍ່າ ຢູ່​ພາຍ​ໃນ​ໃຕ້​ການ​ປົກ​ຄອງ​ຂອງ​ກຸ່ມ​ຕາ​ລີ​ບັນ ໂດຍ​ສະ​ເພາະ ພວກ​ເຂົາ​ໄດ້​ໄປ​ກີດ​ກັນ ​ສິດ​ທິ​ຂັ້ນ​ພື້ນ​ຖານ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ, ໃນ​ການ​ໄປ​ເຮັດ​ວຽກ, ການ​ຮ່ວມ​ກິ​ຈ​ກັມ​ສັງ​ຄົມ ໃຫ້​ຢູ່​ພາຍ​ໃຕ້​ສາ​ສ​ນາ​ ຂອງ​ໂຕ​ເອງ​ເທົ່າ​ນັ້ນ ແລະ ໃນ​ເວ​ລາ​ດຽວ​ກັນ ກຸ່ມ​ຕາ​ລີ​ບັນ ກໍ​ໄປ​ຄຸກ​ຄາມຊົນ​ກຸ່ມ​ນ້ອຍທີ່ບໍ່​ນັບ​ຖື​ສາ​ສ​ນາ​ໂຕ​ເອງ.

ຢູ່​ປ​ະ​ເທດ​ປາ​ກີ​ສ​ຖານ, ມີ 16 ຄົນ​ ທີ່ຖືກ​ກ່າວ​ຫາລົບ​ລູ່​ພຣະ​ເຈົ້າ ຖືກ​ສານປາ​ກີສ​ຖານ ​ຕັດ​ສິນປະຫານ​ຊີວິຕ ໃນ​ປີ 2021 ເຖິງວ່າ ຍັງ​ບໍ່​ມີ ຜູ້​ໃດ​ຖືກ​ປະ​ທານ​ຊີ​ວິຕເທື່ອ​ກໍ​ຕາມ.

ກ່ຽວ​ກັບ​ປະ​ເທດ​ເຫຼົ່າ​ນີ້ ບົດ​ຣາຍ​ງານ ໄດ້​ບັນ​ທຶກ ເຖິງ ເສ​ຣີ​ພາບ​ການ​ນັບ​ຖື​ສ​າ​ສ​ນາ ແລະ ສິດ​ທິ​ຂອງ​ຊົນ​ກຸ່ມ​ນ້ອຍ​ໃນ​ການ​ນັບ​ຖື​ສາ​ສ​ນາ ຖືກ​ຄຸກ​ຄາມ​ແນວ​ໃດໃນ​ທົ່ວ​ໂລກ.

ໂຕ​ຢ່າງ​ຢູ່​ປະ​ເທດ​ອິນ​ເດັຽ ທີ່​ເປັນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ ​ໃຫຍ່​ທີ່​ສຸດ​ໃນ​ໂລກ ແລະ ມີ​ຄວາມ​ເຊື່ອ​ທີ່​ຫຼາກ​ຫຼາຍ ແຕ່​ກໍ​ຍັງ​ເຫັນ ການ​ທຳ​ຮ້າຍ​ປະ​ຊາ​ຊົນ ແລະ ການ​ທຳ​ລາຍ​ສະ​ຖານ​ທີ່​ທາງ​ສາ​ສ​ນາ.

ຢູ່​ປະ​ເທດ​ວຽດ​ນາມ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່ ຄຸກ​ຄາມ ປະ​ຊາ​ຊົນ​ທີ່ນັບ​ຖື​ສາ​ສ​ນາ ທີ່ບໍ່​ໄດ້​ໄປ​ລົງ​ທະ​ບຽນ​ກັບ​ທາງ​ການ.

ຢູ່ ປະ​ເທດໄນ​ຈີ​ເຣັຽ ບ່ອນ​ທີ່​ຣັ​ຖ​ບານ ໄດ້​ບັງ​ຄັບ​ໃຊ້​ກົດ​ໝາຍ ຫ້າມ​ວິ​ພາກວິ​ຈານ ແລະ ລົບ​ລູ່​ພະ​ເຈົ້າ ຕໍ່​ປະ​ຊາ​ຊົນ​ຂອງ​ຕົນ​ເອງ​ ທີ່ກະ​ທຳ​ຕາມ​ຄວາມ​ເຊື່ອ​ຂອງ​ໂຕ​ເອງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ປະ​ເທດ​ທີ່ບໍ່​ເຫັນ​ດີ​ກັບ​ເຣື່ອງນີ້ ກໍ​ເຫັນ​ວ່າ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ໃຊ້ປະ​ເດັນ​ທາງ​ສາ​ສ​ນາ ເພື່ອ​ເຂົ້າ​ໄປ​ແຊກ​ແຊງ​ກິ​ຈ​ການ​ພາຍ​ໃນ​ປະ​ເທດ​ອື່ນ.

ເວບ​ໄຊ​ຂ່າວ ​ທີ່​ຊື່​ວ່າ Business Standard ໄດ້​ຣາຍ​ງານ ໂດຍ ອ້າງ​ຄຳ​ເວົ້າຂອງ ທ່ານ Zhao Lijian ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ ທີ່ໄດ້​ອອກ​ມາ​ຕອບ​ໂຕ້ ລາຍ​ງານ​ປະ​ຈຳ​ປີຂອງ​ສະ​ຫະ​ຣັ​ຖ ກ່ຽວ​ກັບ​ເສ​ຣີ​ພາບ ​ການ​ນັບ​ຖື​ສາ​ສ​ນາ ວ່າ: " ຢູ່ ​ປະ​ເທດ​ຈີນ ມີ 200 ລ້ານ ຄົນນັບ​ຖື​ສາ​ສ​ນາ ແລະ ສະ​ຖານ​ທີ່​ທາງ​ສາ​ສ​ນາ​ຫຼາຍ​ແຫ່ງ ເພື່ອໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດ​ກິ​ຈ​ກັມ​ທາງ​ສາ​ສ​ນາ. ປະ​ຊາ​ຊົນ ຢູ່​ປະ​ເທດ​ຈີນ ພໍ​ໃຈ​ກັບ​ສິທ​ເສ​ຣີ​ພາບ​ການ​ເຊື່ອ​ຖື​ສາ​ສ​ນາ. ຄວາມ​ຈິງ ດັງກ້ອງ​ກວ່າ​ຄຳ​ເວົ້າ ແລະ ການ​ເວົ້າ​ຕົວະ 1,000 ເທື່ອ ກໍ​ຍັງ​ເປັນຄຳ​ຂີ້​ຕົວະ ຄື​ເກົ່າ."

ເຊິ່ງ ທ່ານ Zhao Lijian ຄົງ​ຈະ​ໝາຍ​ເຖິງ ຣາຍ​ງານ​ຂອງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ ບໍ່​ມີ​ມູນ​ຄວາມ​ຈິງ.

ອັນ​ນີ້ ເປັນ​ຖ້ອຍ​ຖ​ແລງ​ການ ທີ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ຕອບ​ໂຕ້ ສະ​ຫະ​ຣັ​ຖ​ອາ​ຣິ​ກາ ກ່ຽວ​ກັບ​ຣາຍ​ງານ​ປະ​ຈຳ​ປີ 2021 ດ້ານ​ເສ​ຣີ​ພາບ​ການ​ເຊື່ອ​ຖື​ສາ​ສ​ນາ.

ສະ​ເພາະ ຢູ່​ປະ​ເທດ​ລາວ ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຍົກ​ໃຫ້ເຫັນ​ເຖິງ​ກໍ​ຣະ​ນີ ອາ​ຈານ​ສີ​ທົນ ທິບ​ພະ​ວົງ ຄູ​ສອນ​ສາ​ສ​ນາ ຢູ່​ບ້ານ​ກະ​ລຶມ​ວັງ​ແຂ້ ເມືອງ​ຊົນ​ນະ​ບູ​ລີ ແຂວງ​ສວັນ​ນະ​ເຂດ ຖືກ​ສານ​ຕັດ​ສິນ ຕິດ​ຄຸກເປັນ​ເວ​ລາ 1 ປີ ແລະ ປັບ​ໃໝ ຫຼາຍ​ລ້ານ​ກີບ ໃນ​ຂໍ້​ຫາ ແບ່ງ​ແຍກ​ຄວາມ​ສາ​ມັກ​ຄີ ແລະ ສ້າ​ງ​ຄວາມ​ວຸ້ນ​ວາຍ ໂດຍແມ່ນສານແຂວງ​ສວັນ​ນະ​ເຂດ ເປັນ​ຜູ້​ຕັດ​ສິນ​ໃນ​ວັນ​ທີ 6 ເມ​ສາ 2021 ໂດຍ ຕັ້ງ​ຂໍ້​ຫາ ວ່າການ​ຊຸມ​ນຸມ​ເຮັດ​ກິ​ຈ​ກັມ​ທາງ​ສາ​ສ​ນາ ທີ່​ຜິດ​ຕໍ່ດຳ​ຣັຖ 315 ເຊິ່ງ​ເປັນ​ດຳ​ຣັຖ​ຄຸ້ມ​ຄອງ ເຣື່ອງ​ສາ​ສ​ນາຂອງ​ລາວ.

ນອກ​ຈາກນີ້ ຍັງມີ​ຊາວ​ຄ​ຣິ​ສ​ຕຽນ 7 ຄົນ ຢູ່​ບ້ານ​ປາ​ສິງ ເມືອງ​ຕາ​ໂອ້ຍ ແຂວງ​ສາ​ຣະ​ວັນ ຖືກ​ຊາວ​ບ້ານ​ຂັບ​ໄລ່​ອອກ​ຈາກ​ບ້ານ ໃນ​ເດືອນ​ຕຸ​ລາ 2020 ແລະ ຊາວ​ບ້ານ​ທີ່ບໍ່​ແມ່ນ ຊາວ​ຄ​ຣິສຕຽນ ພາ​ກັນ​ໄປ​ມ້າງ​ເຮືອນ​ເຂົາ​ເຈົ້າ.

ຊາວ​ຄ​ຣີ​ຕຽນ​ຈຳ​ນວນ 7 ຄົນ ດັ່ງ​ກ່າວ ຕ້ອງ​ພາ​ກັນ​ໄປ​ກາງ​ເຕັ້ນ​ນອນ ອາ​ສັຍຢູ່​ກາງ​ແຈ້ງ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ ມາ​ແປງ​ເຮືອນ​ໃຫ້​ເຂົາ​ເຈົ້າ.

ນອກ​ຈາກນີ້ ຣາຍ​ງານ​ຍັງ​ລະ​ບຸ​ວ່າ ໃນ​ເດືອນມົກ​ກະ​ຣາ 2021 ຊາວ​ບ້ານຕາ​ລູ ເມືອງຕະ​ໂອ້ຍ ແຂວງ​ສາ​ຣະ​ວັນ ໄດ້​ຂັບ​ໄລ່​ຊາວຄ​ຣິ​ສ​ຕຽນ 14 ຄົນ ຈາກ​ບ້ານ​ເຂົາ​ເຈົ້າ ຍ້ອນ​ເຂົາ​ເຈົ້າບໍ່​ເຊົາ​ນັບ​ຖື​ສາ​ສ​ນາ​ຄຣິສຕຽນ​.

ໃນ​ເດືອນກໍ​ຣະ​ກະ​ດາ ແລະ ເດືອນສິ​ງ​ຫາ 2021, ອຳ​ນາດ​ການ​ປົກ​ຄອງ​ບ້ານ ນ້ຳ​ມອງ ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ໄດ້​ນາບ​ຂູ່ວ່າ​ ຈະ​ຂັບໄລ່ ຊາວ​ຄ​ຣິສ​ຕຽນ 6 ຄອບ​ຄົວ ອອກ​ຈາກ​ບ້ານ ພາຍໃນ​ທ້າຍ​ປີ ຖ້າ​ວ່າ ຊາວ​ຄ​ຣິສ​ຕຽນດັ່ງ​ກ່າວ ບໍ່ຍອມ​ເຊັນ​ເອ​ກະ​ສານ ໃຫ້​ເຊົາ​ນັບ​ຖື​ສາ​ສ​ນາ​ຄ​ຣິສຕຽນ. ໃນ​ນັ້ນ​ມີ 4 ຄອບ​ຄົວ ຕ້ອງຍອມ​ເຊັນ​ເອ​ກະ​ສານ ເພື່ອ​ເຊົາ​ນັບ​ຖື​ສາ​ສ​ນາ​ຄ​ຣິສ​ຕຽນ ດ້ວຍ​ຄວາມ​ຢ້ານ​ກົວ.

ນອກ​ຈາກນີ້ ຍັງ​ມີ​ກໍ​ຣະ​ນີ ຊາວ​ບ້ານສິງ​ສ​ະ​ຫວັນ ເມືອງ​ອາດ​ສະ​ພອນ ແຂວງ​ສະ​ວັນ​ນະ​ເຂດ ໄດ້​ນາບ​ຂູ່ ເພື່ອ​ຂັບ​ໄລ່ ຊາວ​ຄ​ຣິ​ສ​ຕຽນ 3 ຄອ​ບ​ຄົວ ອອກ​ຈາກ​ບ້ານ ຖ້າ​ເຂົາ​ເຈົ້າບໍ່​ເຊົາ​ນັບ​ຖື​ສາ​ສ​ນາ ຄ​ຣີິສຕຽນ ແລະ ຊາວ​ຄ​ຣິ​ສ​ຕຽນ​ບາງ​ຄົນ ຕ້ອງ​ຫັນ​ມາ​ຖື​ສາ​ສ​ນາ​ພຸທ ຍ້ອນ​ເຂົາ​ເຈົ້າ​ຢ້ານ.

ຣັ​ຖ​ທັມ​ນູນ​ແຫ່ງ​ສ​ປ​ປ​ລາວ ໄດ້​ລະ​ບຸ​ວ່າ ພົ​ລ​ເມືອງ​ລາວ ມີ​ສິທ​ຈະ​ເຊື່ອ​ຖື ຫຼື ບໍ່​ເຊື່ອ​ຖື​ສາ​ສ​ນາ​. ຣັ​ຖ​ບານ​ລາວ ຮັບ​ຮູ້ ຢ່າງ​ເປັນ​ທາງ​ການ 4 ສາ​ສ​ນາ ຫຼັກ ຄື: ສາ​ສ​ນາ​ພຸທ, ສາ​ສ​ນາຄ​ຣິ​ສ, ສາ​ສ​ນາອິ​ສ​ລາມ ແລະ ສາ​ສ​ນາບາ​ຮາຍ. ດຳ​ຣັຖ 315 ໄດ້​ລະ​ບຸ​ວ່າ ຣັ​ຖ​ບານ​ເປັນ​ຜູ້​ອະ​ນຸ​ມັດ​ ການ​ຈັດ​ກິ​ຈ​ກັ​ມ​ທາງ​ສ​າ​ສ​ນາ.

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ກະ​ຊວງ​ພາຍ​ໃນ ເປັນ​ໜ່ວຍ​ງານ​ທີ່​ຄຸ້ມ​ຄອງ ກິ​ຈກັມ​ທາງ​ສາ​ສ​ນາ.

ກຸ່ມ​ທີ່​ເຄື່ອນ​ໄຫວ​ທາງ​ດ້ານ​ສາ​ສ​ນາ ໃນ​ຂັ້ນ​ແຂວງ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ ຈາກກະ​ຊວງ​ພາຍ​ໃນ ແລະ ຖ້າ​ຈະ​ໄປ​ເຂື່ອນ​ໄຫວ​ຢູ່​ຂັ້ນ​ເມືອງ ຈະ​ຕ້ອງໄດ້​ຮັບ​ອະ​ນຸ​ຍາດ​ຈ​າກ​ຂັ້ນ ແຂວງ​ກ່ອນ, ຖ້າ​ຈະ​ໄປ​ເຄື່ອນ​ໄຫວ​ຢູ່​ບ້ານ ຈະ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ ຈາກເຈົ້າ​ໜ້າ​ທີ່​ຂັ້ນ​ເມືອງ ຕາມ​ຂັ້ນ​ຕອນ.

ອີງ​ຕາມ​ຂໍ້​ມູນ​ຈາກ​ຜູ້​ນຳ​ທາງ​ສາ​ສ​ນາ, ຂໍ້​ຂັດ​ແຍ່ງ​ສ່ວນ​ຫຼາຍ​ທີ່​ເກີດ​ຂຶ້ນ ​ຢູ່​ໃນ​ບ້ານທີ່​ຢູ່​ເຂດ​ຫ່າງ​ໄກ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູນ​ກາງເຂົ້າ​ໄປ ດຳ​​ເນີນ​ການ​ໄກ່​ເກັ່ຽ ລຳ​ບາກ.

ບັນ​ຫາ​ທີ​ເກີດ​ຂຶ້ນຢູ່​ບ້ານ​ທີ່​ຢູ່​​ຫ່າງ​ໄກ ກໍ​ຄືເຈົ້າ​ໜ້າ​ທີ່​ຂັ້ນ​ບ້ານທີ່ບໍ່​ແມ່ນ​ຊາວຄ​ຣິ​ສ​ຕ​ຽນ ຈະ​ໄປ​ບັງ​ຄັບ​ໃຫ້ຊາວ​ບ້ານ​ ທີ່​ເປັນ​ຄ​ຣິ​ສ​ຕຽນ ເຊົານັບ​ຖື​ສາ​ສ​ນາຄ​ຣິສຕຽນ.

ພົ​ລ​ເມືອງ​ລາວ​ທັງ​ໝົດ​ມີ 7.6 ລ້ານ ຄົນ ອີງ​ຕາມ​ການ​ສຳ​ຣວດ​ໃນ​ປີ 2021. ອັດ​ຕ​ຣາ​ສ່ວນ ໃນ​ການ​ນັບ​ຖື​ສາ​ສ​ນາຂອງ​ຄົນ​ລາວ ທີ່​ມີ​ການ​ສໍ​າຣວດ​ ໃນ​ປີ 2015 ຄື 64.7 ເປີ​ເຊັນ ນັບ​ຖື​ສາ​ສ​ນາ ພຸດ, 1.7 ເປີ​ເຊັນ ນັບ​ຖື​ສາ​ສ​ນາ​ ຄ​ຣິສຕຽນ, 31.4 ເປີ​ເຊັນ ບໍ່​ໄດ້​ນັບ​ຖື​ສາ​ສ​ນາ, 2.1 ເປີ​ເຊັນ ນັບ​ຖື​ສາ​ສ​ນາ ອື່ນໆ.