ສິລປິນຊື່ດັງ ຝັນຮ້າຍໃນຄຸກ

Ai Wei Wei ນັກສິລປະ ອອກແບບ ຕົກແຕ່ງ ທີ່ ແຫວກແນວ ຊື່ດັງ ຊາວຈີນ ທີ່ດຳເນີນ ກາຣ ເຄື່ອນໄຫວ ຕໍ່ຕ້ານ ຣັຖບາລຈີນ ໃຫ້ ທັສນະ ສ່ວນຕົວ ກ່ຽວກັບ ເຫຕກາຣ ຄາວທີ່ຖືກ ຄຸມຂັງ ຢູ່ກຸງ ປັກກິ່ງ ວ່າ ຄືກັນກັບ ຝັນຮ້າຍ ໂດຽກ່າວ ເນັ້ນວ່າ ທ່ານຂາດ ສັດທາ ຄວາມເຊື່ອໝັ້ນ ໃນຄວາມ ຍຸຕິທັມ ໃນຣະບົບ ສາລ ຂອງຈີນ.

0:00 / 0:00

ກົດຟັງສຽງ

ທ່ານ Ai Weiwei ນັກເຄື່ອນໄຫວ ຕິຕຽນ ຣະບົບ ກາຣປົກຄອງ ຂອງ ຄອມມິວນິສຕ໌ ຈີນ ທີ່ຖືກຈັບ ແລະ ຫາຍສາບສູນ ໄປເປັນ ເວລາ ເກືອບຮອດ ສາມເດືອນ ໃນຕົ້ນ ປີ 2011 ນີ້ ແຕ່ພາຍລຸນ ມາ ທາງກາຣຈີນ ກໍຍອມ ຮັບວ່າ ໄດ້ຈັບ ຄຸມຕົວ ທ່ານ Ai Weiwei ໄປກັກໄວ້ ໃນຂໍ້ຫາ ບໍ່ເສັຽ ພາສີ ຣາຍຮັບ ແຕ່ກໍໄດ້ ປ່ອຍໃຫ້ ທ່ານ ເປັນອິສຣະ ໃນເດືອນ ມີຖຸນາ ຜ່ານມາ ຫລັງຈາກ ທີ່ໄດ້ຮັບ ກາຣປະນາມ ຈາກ ປະຊາຄົມ ໂລກ.

ທ່ານ Ai Weiwei ໄດ້ຂຽນ ບົທຄວາມ ລົງໃນ ນິຕຍະສາຣ ນີວສ໌ວິຄ ໃນສັປດາ ນີ້ ວ່າ ຕລອດຣະຍະ ທີ່ຖືກ ຄຸມຂັງ ຢູ່ກຸງ ປັກກິ່ງ ນັ້ນ ບໍ່ແຕກຕ່າງ ຫຍັງກັບ ສະພາບ ຂອງ ກາຣຝັນຮ້າຍ ແລະ ຂາດຄວາມ ເຊື້ອໝັ້ນ ໃນຣະບົບ ຕຸລາກາລສາລ ຂອງ ຈີນ ປຽບໃສ່ ເໝືອນກັບ ຢູ່ໃນລົມ ພາຍຸ ທະເລຊາຍ ທີ່ບໍ່ຮູ້ມື້ ຈະສິ້ນ ສຸດລົງ ແຕ່ຢ່າງໃດ.

ທ່ານ Ai Weiwei ອາຍຸ 54 ປີ ໄດ້ກ່າວ ຢໍ້າວ່າ ໃນຣະຫວ່າງ ທີ່ຖືກ ຄຸມຂັງ ຢູ່ນັ້ນ ຍິ່ງເຮັດໃຫ້ ເຫັນແຈ້ງ ວ່າຕົນ ບໍ່ມີສິທ ທີ່ຈະຮຽກຮ້ອງ ເຖີງສິທທິ ພື້ນຖານ ໄດ້ແຕ່ ຢ່າງໃດ ທັ້ງໆທີ່ ທາງຄອບຄົວ ຂອງທ່ານ ໄດ້ພຍາຍາມ ຕິດຕາມຫາ ໂດຽສະເພາະ ພັລຍາ ຂອງທ່ານ ກໍໄດ້ສົ່ງ ຈົດໝາຍ ໄປຫາ ເຈົ້າໜ້າທີ່ ຣະດັບສູງ ຂອງ ຣັຖບາລ ເພື່ອໃຫ້ ຣາຍລະອຽດ ແຕ່ແລ້ວ ທາງກາຣຈີນ ກໍເມີນເສີຽ ຕໍ່ຄໍາຮຽກຮ້ອງ ດັ່ງກ່າວ ພ້ອມທັງ ປະຕິເສດ ແລະ ປິດບັງ ກາຣຈັບຄຸມຂັງ ຕົນເອງ ມາໂດຍ ຕລອດ ຈົນຮອດ ມື້ສຸດທ້າຍ ຂອງກາຣ ປ່ອຍຕົວ ໃນເດືອນ ມີຖຸນາ ທີ່ ຜ່ານມານີ້ ນັ້ນເອງ.