ປະຊາຊົນມີສິດ ຕໍານິຣັຖບານ

ອົງການ ສະຫະປະຊາຊາດ ເວົ້າຕໍ່ ກັມພູຊາ ວ່າ ການຕໍານິຕິຕຽນ ຣັຖບານ ນັ້ນ ຈະຖືເປັນ ຄວາມຜິດບໍ່ໄດ້.
ສິດນີ
2011.02.25

ກົດຟັງສຽງ

ຜູ້ຕ່າງຫນ້າພິເສດ ດ້ານສິດທິມະນຸດ ອົງການ ສະຫະປະຊາຊາດ ໄດ້ໄປຢ້ຽມຢາມ ກຳພູຊາ ໃນມື້ວັນພຣະຫັດ ແລະ ໄດ້ສະແດງຄວາມ ເປັນຫວ່ງ ກ່ຽວກັບການ ປາບປາມກຸ່ມທີ່ ສະແດງຄວາມຄິດເຫັນ ທາງດ້ານສິດເສຣິພາບ ໃນກຳພູຊາ ແລະ ບັນຫາການຝ່າຝືນ ສິດທິມນະນຸດ ໃນກຳພູຊາ ທີ່ນັບມື້ນັບຫລາຍຂື້ນ.

ຜູ້ຕາງຫນ້າດ້ານ ສິດທິ ອົງການ ສະຫະປະຊາຊາດ ທ່ານ ສູຣີຍາ ຊູເບີດີ ຫລັງຈາກທີ່ທ່ານ ໄດ້ຢ້ຽມຢາມ ກຳພູຊາ ເປັນເວລາ 10 ວັນ ເພື່ອພິສູດຄວາມຈີງ ທ່ານໄດ້ກ່າວຕໍ່ ກຸ່ມນັກຂ່າວວ່າ ທ່ານເປັນຫວ່ງ ກ່ຽວກັບການ ຈຳກັດຮັດແຄບ ຕໍ່ກຸ່ມທີ່ຢາກ ສະແດງອອກ ເຖິງສິດເສຣິພາບ ແລະ ສິດທິມະນຸດ ໃນກຳພູຊາໄດ້ຮັບ ໃນນັ້ນ ຮ່ວມດ້ວຍກຸ່ມ ພັກການເມືອງອື່ນໆ ໃນກຳພູຊາ.

ຣັຖບານກຳພູຊາ ຖືກປະນາມ ຈາກກຸ່ມປົກປ້ອງ ສິດທິມະນຸດ ຢ່າງໃຫຍ່ ໃນຣະຍະປີຫລັງໆ ມານີ້ ຍ້ອນການໃສ່ ຄວາມແລະຫາເລື້ອງໃສ່ ກຸ່ມວິພາກວິຈານ ຣັຖບານ ດ້ວຍການເອົາຂື້ນສານ ແລະ ດຳເນີນຄະດີ ພວກຂະເຈົ້າ ຮ່ວມທັງກຸ່ມພັກ ຝ່າຍຄ້ານແບບ ຕ່າງໆນານາ. ກົດຫມາຍໃຫມ່ ຂອງຣັຖບານ ກຳພູຊາ ທີ່ປະກາດອອກໃຊ້ ວ່າງເດືອນທັນວາ ຜ່ານມາ ກໍ່ແຮງຮ້າຍ ຈະໃສ່ໂທດ ຫລືຈຳຄຸກ ນັກເຄື່ອນໄຫວ ຫລືບຸກຄົນໃດ ກໍ່ຕາມ ທີ່ສະແດງຄວາມຄີດ ຄວາມເຫັນ ປະນາມ ເຈົ້າຫນ້າທີ່ຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.