ທ່ານໂອບາມາ ກ່າວຕໍ່ສະພາ

ທ່ານ ປະທານາທິບໍດີ ສະຫະຣັຖ ສເນີໃຫ້ ມີການລົງທຶນ ໃນການ ປະດິດຄິດສ້າງ ສິ່ງໃໝ່ໆ, ການສຶກສາ ແລະ ພັທນາ ໂຄງຮ່າງພື້ນຖານ ຄືນໃໝ່ ໃນຂນະທີ່ ກ່າວປາສັຍ ຕໍ່ປະຊາຊົນ ອະເມຣິກັນ.

0:00 / 0:00

ກົດຟັງສຽງ

ໃນຂນະທີ່ ກ່າວປາສັຍ ທີ່ຫໍຣັຖສະພາ ແລະ ຕໍ່ປະຊາຊົນ ອະເມຣິກັນ ທົ່ວປະເທດ ຜ່ານທາງ ໂທຣະທັດ ໃນຄໍາຄື່ນ ຂອງວັນທີ 25 ມົກກະຣາ ຕາມເວລາ ທ້ອງຖິນ ຂອງສະຫະຣັຖ ແລະ ໄດ້ຖ່າຍທອດ ໄປຍັງ ຫລາຍປະເທດ ໃນທົ່ວໂລກ, ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ສະຫະຣັຖ ໄດ້ຮຽກຮ້ອງ ຊາວອະເມຣິກັນ ໃຫ້ລົງທຶນ ໃນການປະດິດຄິດສ້າງ ສິ່ງໃໝ່ໆ, ການສຶກສາ ແລະ ໂຄງຮ່າງພື້ນຖານ ເພື່ອສືບຕໍ່ຮັກສາ ການແຂ່ງຂັນ ທີ່ສໍາຄັນ ຂອງປະເທດເອົາໄວ້.

ທ່ານ ໄດ້ຊີ້ແຈງ ກ່ຽວກັບ ທັສນະ ຂອງທ່ານ ເປັນ 3 ບາດກ້າວ, ຊຶ່ງຮວມທັງ ການລົງທຶນ ເພື່ອກະຕຸ້ນໃຫ້ມີ ການປະດິດຄິດສ້າງ, ການປະຕິຮູບ ແລະ ການລົງທຶນ ໃນການສຶກສາ ແລະ ສ້າງໂຄງຮ່າງພື້ນຖານ ໃຫ້ທັນສມັຍຂຶ້ນ. ກ່ຽວກັບ ການປະດິດຄິດສ້າງ, ທ່ານ ໂອບາມາ ເວົ້າວ່າ ການຮັກສາການນໍາພາ ໃນການ ຄົ້ນຄ້ວາ ແລະ ເທັກໂນເລຈີ ແມ່ນມີຄວາມສໍາຄັນ ສໍາລັບ ສະຫະຣັຖ.
ທ່ານ ກ່າວໃນຕອນນຶ່ງ ວ່າ:

ທ່ານ ກ່າວວ່າ… ໃນ 2-3 ສັປດາ ຂ້າງໜ້ານີ້, ທ່ານ ຈະສົ່ງງົປມານ ໃຫ້ຣັຖສະພາ ທີ່ຈະຊ່ອຍໃຫ້ສະຫະຣັຖ ບັນລຸ ເປົ້າໝາຍ. ສະຫະຣັຖ ຈະລົງທຶນ ໃນການຄົ້ນຄ້ວາ ດ້ານຊີວະເຄມີ, ເທັກໂນເລຈີ ດ້ານຂໍ້ມູນຂ່າວສານ, ແລະ ໂດຍສະເພາະ ເທັກໂນໂລຈີ ພະລັງງານ ສະອາດ. ການລົງທຶນ ດັ່ງກ່າວ ຈະສ້າງຄວາມເຂັ້ມແຂງ ດ້ານຄວາມໝັ້ນຄົງ, ການປ້ອງກັນ ແລະ ສ້າງໜ້າວຽກ ໃຫ້ປະຊາຊົນ ອະເມຣິກັນ.

ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງ ຣັຖສະພາ ໃຫ້ກໍາຈັດ ເງິນຫລາຍພັນລ້ານ ດອນລາ ສະຫະຣັຖ ຈາກການເສັຍພາສີ ຂອງປະຊາຊົນ ທີ່ໃຫ້ບໍຣິສັດ ນໍ້າມັນ, ແລະ ເອົາໄປລົງທຶນ ໃນການຜລິດ ພະລັງງານ ແບບໃໝ່ອອກມາ. ແລະ ວ່າ ໃນປີ 2035, 80 ສ່ວນຮ້ອຍ ຂອງກະແສໄຟຟ້າ ໃນສະຫະຣັຖ ຈະມາຈາກ ແຫລ່ງພະລັງງານ ສະອາດ ເປັນຕົ້ນແມ່ນ ມາຈາກລົມ ແລະ ແສງຕາເວັນ, ນິວເຄເລັຍ, ຖ່ານຫີນ ທີ່ສະອາດ ແລະ ແກ໊ສ ທັມມະຊາດ.

ທ່ານ ກ່າວວ່າ … ຖ້າຫາກວ່າ ພວກເຮົາ ຕ້ອງການ ປະສົບຜົນສໍາເຣັດ ໃນອະນາຄົດ, ຖ້າຫາກວ່າ ພວເຮົາ ຕ້ອງການ ການປະດິດຄິດສ້າງ ທີ່ສ້າງໜ້າວຽກ ໃນສະຫະຣັຖ ແລະ ບໍ່ແມ່ນ ຢູ່ຕ່າງປະເທດ. ຈາກນັ້ນ ພວກເຮົາ ຍັງຈະຕ້ອງ ເອົາຊະນະ ການແຂ່ງຂັນ ເພື່ອໃຫ້ການສຶກສາ ແກ່ເດັກນ້ອຍ ອະເມຣິກັນ.

ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ ຮຽກຮ້ອງ ພັກ ດິໂມກະແຣດ ແລະ ຣີພັບຣິກັນ ໃຫ້ປະຕິບັດງານ ຮ່ວມກັນ ເພື່ອໃຫ້ແຜນການ ດັ່ງກ່າວ ປະກົດຜົນເປັນຈິງ.