ຜູ້ຄົນລົບໜີຈາກ ລີເບັຽ

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ເວົ້າວ່າ ມີປະຊາຊົນ 100.000 ຄົນ ອົພຍົບ ອອກຈາກ ລິເບັຍ.

0:00 / 0:00

ກົດຟັງສຽງ

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ UNHCR ວ່າ ມີຜູ້ອົພຍົບ ໜີອອກຈາກ ຄວາມຮຸນແຮງ ຢູ່ປະເທດ ລິເບັຍ ຫລັ່ງໄຫລເຂົ້າໄປ ປະເທດ ຕູນີເຊັຍ ແລະ ອີຢິບ ໃນອາທິດຜ່ານມາ ເກືອບເຖິງ 100,000 ຄົນ ຖ້າມກາງ ຄວາມວູ້ນວາຍ ທາງດ້ານມະນຸສທັມ ທີ່ກໍາລັງຂຍາຍ ຕົວຂຶ້ນ. ຕາມຣາຍງານ ຂອງ ອົງການຂ່າວ Reuters ຈາກກຸງ ເຈນີວາ ໃນວັນທີ 27 ກຸມພາ.

ຖແລງການຂອງ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ວ່າ ພວກອົພຍົບ ທີ່ວ່ານັ້ນ ຮວມທັງຄົນ ຕູນີເຊັຍ, ເອຢິບ, ລິເບັຍ ແລະຄົນສັນຊາດ ປະເທດທີ 3 ຮວມທັງ ຄົນຈີນ ແລະ ຄົນເອເຊັຍອື່ນໆ ຊຶ່ງໃນນັ້ນ ປະມານເຄິ່ງນຶ່ງ ອົພຍົບໄປ ຕູນີເຊັຍ ແລະ ອີກເຄິ່ງນຶ່ງໄປ ອິຢິບ.

ກ່ຽວກັບເຣື້ອງ ທີ່ວ່ານີ້ ຣັຖບານ ປະເທດຕ່າງໆໃນໂລກ ກໍາລັງເລັ່ງ ປະສານງານ ກັບປະເທດທີ່ຢູ່ ໃກ້ຄຽງກັບ ລິເບັຍ ເພື່ອຂໍໃຫ້ຊ່ວຍ ອົພຍົບປະຊາຊົນ ຂອງຕົນອອກຈາກ ປະເທດລິເບັຍ ໄວທີ່ສຸດ ໂດຍທີ່ບາງປະເທດ ກໍໄດ້ສົ່ງ ທັງຍົນທັງເຮືອ ໄປຮັບຄົນຂອງຕົນ ດ້ວຍຕົນເອງ ແລະ ມີຣາຍງານລ່າສຸດ ເມື່ອຕອນ ບ່າຍຂອງວັນທີ 27 ກຸມພາ ວ່າ ເຮືອຂົນຜູ້ ອົພຍົບຂອງ ກຣິຊ ໄດ້ນໍາຜູ້ລີ້ໄພ ຈໍານວນ 4,600 ຄົນ ຊຶ່ງສ່ວນໃຫຍ່ ເປັນຊາວຈີນ ອອກຈາກ ລິເບັຍ ໄດ້ຢ່າງປອດໄພ.

ສໍາລັບ ຊາວວຽດນາມ 10,000 ຄົນ ທີ່ເປັນຄົນງານ ຢູ່ ລິເບັຍ ນັ້ນຫລາຍກວ່າ 4,500 ຄົນ ໄດ້ເດີນທາງອອກ ຈາກລິເບັຍ ໄປປະເທດອື່ນ ເຊັ່ນ ອີຢິບ, ຕຸກກີ, ມອນຕາ, ກຣີກ, ຕູນິເຊັຍ ແລະ ສະຫະຣັຖ ອາຣາບເອມິເຣດ ຕັ້ງແຕ່ວັນ ທີ 25 ກຸມພາ ແລະ ກໍໄດ້ກັບຄືນ ຮອດປະເທດແລ້ວ ຊຸດທໍາອິດ ມີຈໍານວນ 181 ຄົນ.